ອິນໂດເນເຊຍຈະເກັບພາສີແຕ່ 100% ຫາ 200% ໃນການນຳເຂົ້າທຸກຢ່າງນັບແຕ່ເກີບໜັງເຖິງເຄື່ອງປັ້ນດິນເຜົາ ເພື່ອປົກປ້ອງອຸດສາຫະກຳພາຍໃນປະເທດ. ການນຳເຂົ້າທີ່ຖືກຕ້ອງໄດ້ເຮັດໃຫ້ຫຼາຍອຸດສາຫະກຳໃນອິນໂດເນເຊຍປະສົບກັບຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນອຸດສາຫະກຳຕຳ່ແຜ່ນຕັດຫຍິບ, ໄດ້ບັງຄັບໃຫ້ຄົນງານຫຼາຍແສນຄົນລາອອກ.
ກະຊວງການຄ້າອິນໂດເນເຊຍກ່າວວ່າ, ອັດຕາພາສີຈະໄດ້ຮັບການປະຕິບັດໃນໄວໆນີ້ ແລະອາດຈະສົ່ງຜົນກະທົບຕໍ່ການນຳເຂົ້າເກີບໜັງ, ເຄື່ອງນຸ່ງຫົ່ມ, ແຜ່ນແພ, ເຄື່ອງສຳອາງ ແລະເຄື່ອງປັ້ນດິນເຜົາ. ຄະນະກຳມະການປົກປ້ອງການຄ້າອິນໂດເນເຊຍພວມສືບສວນເພື່ອກຳນົດລະດັບພາສີ.
ເສດຖະກິດ ໃຫຍ່ທີ່ສຸດຂອງອາຊີຕາເວັນອອກສຽງໃຕ້ໄດ້ນຳໃຊ້ລະບຽບການໃນທ້າຍປີກາຍນີ້ ເພື່ອຮັດແໜ້ນການກວດກາສິນຄ້ານຳເຂົ້າຫຼາຍກວ່າ 3,000 ລາຍການ ນັບແຕ່ວັດຖຸປະກອບອາຫານເຖິງເຄື່ອງເອເລັກໂຕຣນິກ ເຖິງສານເຄມີ. ແນວໃດກໍດີ, ລະບຽບການດັ່ງກ່າວໄດ້ຮັບການປັບປຸງພາຍຫຼັງຂະແໜງອຸດສາຫະກຳພາຍໃນປະເທດຈົ່ມວ່າລະບຽບການດັ່ງກ່າວໄດ້ກີດຂວາງການນຳເຂົ້າວັດຖຸດິບທີ່ຈຳເປັນເພື່ອຜະລິດພາຍໃນປະເທດ.

ທ່ານ Zulkifli Hasan ລັດຖະມົນຕີການຄ້າອິນໂດເນເຊຍ ຍັງປະກາດອີກວ່າ ໃນໄວໆນີ້ ປະເທດນີ້ ຈະເກັບພາສີນໍາເຂົ້າສິນຄ້າຈີນ ຂຶ້ນເຖິງ 200% ເພື່ອຫຼຸດຜ່ອນຜົນກະທົບຈາກສົງຄາມການຄ້າລະຫວ່າງຈີນ ແລະ ສະຫະລັດ ທີ່ພວມດຳເນີນຢູ່.
ທ່ານໄດ້ອະທິບາຍວ່າ ສົງຄາມການຄ້າແມ່ນເຮັດໃຫ້ມີການສະໜອງເກີນດຸນຢູ່ຈີນ, ບັງຄັບໃຫ້ສົ່ງອອກໄປຍັງຕະຫຼາດອື່ນໆເຊັ່ນ ອິນໂດເນເຊຍ. ອາເມລິກາສາມາດເກັບພາສີ 200% ກ່ຽວກັບເຄື່ອງປັ້ນດິນເຜົາຫຼືເຄື່ອງນຸ່ງຫົ່ມນໍາເຂົ້າ; ສະນັ້ນ ອິນໂດເນເຊຍກໍສາມາດເຮັດຄືກັນເພື່ອຮັບປະກັນຄວາມຢູ່ລອດ ແລະ ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍພາຍໃນປະເທດ. ອັດຕາພາສີຕໍ່ຜະລິດຕະພັນຂອງຈີນຈະມີແຕ່ 100% ຫາ 200%. ນະໂຍບາຍນີ້ຈະມີຜົນບັງຄັບໃຊ້ຫຼັງຈາກລະບຽບການທີ່ກ່ຽວຂ້ອງອອກ.
ອຸດສາຫະກໍາແຜ່ນແພຂອງອິນໂດເນເຊຍໄດ້ຮັບຄວາມຫຍຸ້ງຍາກ, ສ່ວນຫນຶ່ງແມ່ນເນື່ອງຈາກການນໍາເຂົ້າຂອງຈີນທີ່ຖ້ວມໃນສອງປີທີ່ຜ່ານມາ. ມາຮອດເດືອນມິຖຸນາປີນີ້, ໂຮງງານແຜ່ນແພ 21 ແຫ່ງໄດ້ປິດລົງ, ແລະມີຄົນງານຫຼາຍແສນຄົນໄດ້ສູນເສຍວຽກເຮັດງານທຳ.
ທີ່ມາ
(0)