ເຂົ້າຮ່ວມມີບັນດາຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດ່ານຈູງກຽນ; ຮອງກົງສຸນໃຫຍ່ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ນະຄອນ ໂຮ່ຈີມິນ Christopher David Scholl; ຜູ້ຕາງໜ້າບັນດາວິສາຫະກິດ, ຄູອາຈານ ແລະ ນັກຮຽນພາຍໃນແຂວງ 2.000 ຄົນ.
ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ Doan Trung Kien ໄດ້ຊົມເຊີຍ ແລະ ຕີລາຄາສູງການໜູນຊ່ວຍຂອງລັດຖະບານສະຫະພັນເຢຍລະມັນ. ເນັ້ນໜັກວ່າ, ໂຄງການ “ຄູຝຶກອາຊີບ ເຢຍລະມັນ” ມີຄວາມໝາຍພິເສດ, ຊ່ວຍໃຫ້ຂະແໜງ ການສຶກສາ ແລະ ບຳລຸງສ້າງ ໄຕນິງ ກ້າວໄປສູ່ຮູບແບບການຝຶກອົບຮົມວິຊາຊີບຄູ່ ເຢຍລະມັນ - ເປັນຕົວແບບຂອງອາຊີວະສຶກສາທົ່ວໂລກ.
ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກສຶກສາໃນແຂວງຊອກຮູ້ຕະຫຼາດແຮງງານເຢຍລະມັນ, ເປີດກວ້າງກາລະໂອກາດຮ່ຳຮຽນ, ເຮັດວຽກ ແລະ ພັດທະນາອາຊີບໃນສະພາບການເຊື່ອມໂຍງເຂົ້າກັບສາກົນ. ໂດຍມີຄວາມໝາຍພິເສດນັ້ນ, ແຂວງ ໄຕນິງ ຈະສ້າງຄວາມສະດວກ ແລະ ສົມທົບກັບບັນດາການເຄື່ອນໄຫວຮ່ວມມືລະຫວ່າງລັດຖະບານ 2 ປະເທດ, ເປັນຕົ້ນແມ່ນປະຕິບັດບັນດາໂຄງການຢູ່ວິທະຍາໄລ Long An ຢ່າງມີປະສິດທິຜົນ.
ທ່ານຮອງກົງສູນໃຫຍ່ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳນະຄອນ ໂຮ່ຈີມິນ Christopher David Scholl ໄດ້ສະແດງຄວາມປິຕິຊົມຊື່ນເມື່ອລາຍການໄດ້ຮັບການຜັນຂະຫຍາຍຢູ່ ໄຕນິງ, ຢືນຢັນຄຳຂວັນ “ເດີນຕາມຝັນຂອງຕົນ”.
ທ່ານກ່າວວ່າ, ໂຄງການນີ້ສາມາດບັນລຸໄດ້ຍ້ອນການໜູນຊ່ວຍຈາກສະຖານທູດເຢຍລະມັນ, ອົງການຮ່ວມມືສາກົນ GIZ, ສະຖາບັນ Goethe, ສະພາແລກປ່ຽນນັກສຶກສາເຢຍລະມັນ, ສະພາອຸດສາຫະກຳ ແລະ ການຄ້າເຢຍລະມັນຢູ່ຫວຽດນາມ ແລະ ບັນດາວິສາຫະກິດເຢຍລະມັນຫຼາຍແຫ່ງ, ຫວັງວ່າຈະປະກອບສ່ວນໜູນຊ່ວຍລຸ້ນໜຸ່ມຫວຽດນາມ ໃນອາຊີບ ແລະ ເອົາຊະນະຄວາມຝັນ.
ໃນໂຄງການ, ນັກສຶກສາຍັງສາມາດໄປຢ້ຽມຊົມ ແລະ ປະສົບການໃນພື້ນທີ່ເປີດດ້ວຍກິດຈະກໍາປະສົມປະສານຫຼາຍຢ່າງເຊັ່ນ: ຫຸ່ນຍົນເຕັກໂນໂລຊີ, ບູດຈໍາລອງສະພາບແວດລ້ອມສີຂຽວ, ການຫັນເປັນດິຈິຕອນ, ແລະອື່ນໆ.
Ho Bao Ngan, ນັກຮຽນຢູ່ໂຮງຮຽນມັດທະຍົມຕອນປາຍ Tran Van Giau ແບ່ງປັນວ່າ: “ນີ້ແມ່ນ 50 ປີແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ, ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ສຸດ. ຕອນເຊົ້ານີ້ຂ້າພະເຈົ້າໄດ້ສຳຜັດກັບຫຸ່ນຍົນ ແລະ ບູດ ແລະ ເຫັນວ່າມັນມີປະໂຫຍດຫຼາຍ, ສະໜອງຄວາມຮູ້ທາງດ້ານສັງຄົມຫຼາຍຢ່າງ, ຊ່ວຍໃຫ້ພວກເຮົາມຸ່ງໄປເຖິງອາຊີບໃນອະນາຄົດ”.
ເນື່ອງໃນໂອກາດນີ້, ສະຖານກົງສູນໃຫຍ່ ສາທາລະນະລັດ ສະຫະພັນເຢຍລະມັນ ປະຈຳນະຄອນ ໂຮ່ຈີມິນ ໄດ້ມອບຂອງທີ່ລະນຶກໃຫ້ຄະນະກຳມະການປະຊາຊົນແຂວງ ໄຕນິງ ແລະ ວິທະຍາໄລ Long An./.
ພູລານ - ບົວຟຸກ
ທີ່ມາ: https://baotayninh.vn/khai-mac-chuong-trinh-chuyen-xe-huong-nghiep-duc-lan-dau-tien-tai-tay-ninh-a193498.html
(0)