ງານບຸນດຳເນີນໄປຮອດວັນທີ 19/10 ດ້ວຍຫົວຂໍ້ “ສະເຫຼີມສະຫຼອງການຮ່ວມມືພັດທະນາ”.
ປະມານ 40 ອົງການຈັດຕັ້ງ ແລະ ວິສາຫະກິດ ເຢຍລະມັນ ໃນຂົງເຂດຮ່ວມມືພັດທະນາ, ພາກເອກະຊົນ, ກິລາ, ວັດທະນະທຳ ແລະ ວິທະຍາສາດ ຈະແນະນຳໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວມີຫຼາຍກິດຈະກຳທີ່ອຸດົມສົມບູນ ແລະ ດຶງດູດ.
ງານບຸນແມ່ນໂອກາດເພື່ອແນະນຳໃຫ້ປະຊາຊົນຢ່າງກວ້າງຂວາງກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ເຢຍລະມັນ, ເປັນການພົວພັນຄູ່ຮ່ວມມືບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ, ການຮ່ວມມືທີ່ສະເໝີພາບ ແລະ ຄຳໝັ້ນສັນຍາຮ່ວມມືເພື່ອພັດທະນາແບບຍືນຍົງ.
ທ່ານນາງ Helga Margarete Barth ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ພິທີໄຂ. |
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ Helga Margarete Barth, ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ຫວຽດນາມ ເນັ້ນໜັກວ່າ: “ໃນ 3 ທົດສະວັດຜ່ານມາ, ການຮ່ວມມືພັດທະນາຂອງ ເຢຍລະມັນ ຢູ່ ຫວຽດນາມ ໄດ້ພ້ອມກັບຂະບວນການພັດທະນາຂອງປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ, ນັບແຕ່ການໜູນຊ່ວຍປະກັນສັງຄົມໃນເບື້ອງຕົ້ນເຖິງບັນດາການທ້າທາຍໃນທົ່ວໂລກຄື: ການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ ແລະ ການເຕີບໂຕແບບຍືນຍົງ.”
ເດັກນ້ອຍຢູ່ໃນບູດໃນມື້ເປີດງານບຸນເຍຍລະມັນ. |
ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງ ການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ: 50 ປີຈະມາເຖິງບໍ່ແມ່ນການເດີນທາງຍາວໄກ, ແຕ່ແມ່ນໄລຍະທີ່ມີຄວາມໝາຍ, ເມື່ອເຢຍລະມັນພ້ອມກັບ ຫວຽດນາມ ໃນໄລຍະຫຍຸ້ງຍາກ, ໃນຕະຫຼອດຂະບວນການ Doi Moi ແລະ ການພັດທະນາເສດຖະກິດ - ສັງຄົມປະຈຸບັນ. ຂ້າພະເຈົ້າດີໃຈທີ່ໄດ້ມາເປັນສັກຂີພິຍານໃນວັນນີ້ມີຫຼາຍບູດທີ່ຕາງໜ້າໃຫ້ຫຼາຍຂົງເຂດຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງປະເທດ, ເຊັ່ນ: ລົດເມແນະນຳອາຊີບໃນຂົງເຂດອາຊີວະສຶກສາ, ຄູບາອາຊີບທີ່ຊ່ວຍຄົ້ນຄ້ວາພັດທະນາແບບຍືນຍົງຢູ່ຫວຽດນາມ ຜ່ານການນຳໃຊ້ເຕັກໂນໂລຊີ, ການແລກປ່ຽນວັດທະນະທຳ ແລະ ກິລາລະຫວ່າງສະຫະພັນບານເຕະຍິງ ເຢຍລະມັນ ກັບຊາວ ຫວຽດນາມ. ຂ້າພະເຈົ້າດີໃຈທີ່ຮູ້ວ່າມີເຖິງ 40 ອົງການຈັດຕັ້ງ ແລະວິສາຫະກິດເຢຍລະມັນ, ພ້ອມກັບຜູ້ຕາງໜ້າຈາກລັດ Bremen, Hessen ແລະ Thuringia ໄດ້ເຂົ້າຮ່ວມງານບຸນນີ້. ນັ້ນສະແດງໃຫ້ເຫັນວ່າ, ບໍ່ພຽງແຕ່ການພົວພັນຫວຽດນາມ - ເຢຍລະມັນເວົ້າລວມໄດ້ພັດທະນາຢ່າງດີງາມເທົ່ານັ້ນ, ແຕ່ການພົວພັນລະຫວ່າງຫວຽດນາມ ແລະ ລັດ ແລະ ນະຄອນຂອງເຢຍລະມັນກໍ່ມີຄວາມສົນໃຈທີ່ສຸດຂອງສອງຝ່າຍຊຸກຍູ້ການພົວພັນ.
ທີ່ຮ່າໂນ້ຍ - ນະຄອນ ທີ່ໄດ້ຮັບກຽດຈາກອົງການ UNESCO ເປັນ “ນະຄອນເພື່ອ ສັນຕິພາບ ”, ຂ້າພະເຈົ້າຫວັງວ່າ 2 ປະເທດຈະສືບຕໍ່ສົມທົບກັນຊຸກຍູ້ການຮ່ວມມືສາກົນເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ແຕ່ລະພາກພື້ນ ແລະ ໃນໂລກ, ຮັບມືກັບບັນດາສິ່ງທ້າທາຍຂອງໂລກໃນປະຈຸບັນຄື: ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ໂລກລະບາດ… ໃນສະພາບການໂລກປະຈຸບັນ.
ຂ່າວ ແລະ ພາບ: LINH NGUYEN
ທີ່ມາ: https://www.qdnd.vn/van-hoa/doi-song/khai-mac-le-hoi-duc-tai-ha-noi-882609
(0)