ພາຍຫຼັງ 4 ວັນຂອງການຈັດຕັ້ງ (27 – 30/03) ຢູ່ເຂດທ່ອງທ່ຽວ Van Thanh (ເມືອງ ບິ່ງແທ່ງ, ນະຄອນ ໂຮ່ຈີມິນ), ງານບຸນອາຫານ ແລະ ວັດທະນະທຳ 2025 ຂອງກຸ່ມ ນັກທ່ອງທ່ຽວ Saigon - ງານບຸນອາຫານໃຫຍ່ກວ່າໝູ່ຢູ່ ຫວຽດນາມ ໄດ້ບັນທຶກຕົວເລກສະຖິຕິຫຼາຍຢ່າງ.
ນັ້ນແມ່ນບັນດາລາຍການບັນດາເຍື່ອງອາຫານພິເສດຂອງພາກພື້ນ ແລະ ຜະລິດຕະພັນທ້ອງຖິ່ນ 600 ກວ່າເຍື່ອງ, ຕ້ອນຮັບແຂກມາຢ້ຽມຢາມ 70.000 ກວ່າເທື່ອຄົນ, ສູງກວ່າບັນດາງານວາງສະແດງຄັ້ງກ່ອນ.
ທ່ານ ຟ້າມຮ່ວາຍບິງ, ປະທານກຸ່ມບໍລິສັດທ່ອງທ່ຽວ ໄຊງ່ອນ ໃຫ້ຮູ້ວ່າ: ຄວາມຮັກແພງ ແລະ ສະໜັບສະໜູນບັນດາຮ້ານກິນດື່ມແມ່ນກຳລັງໜູນເພື່ອແນໃສ່ຍົກສູງງານບຸນ, ມຸ່ງໄປເຖິງຈຸດໝາຍກາຍເປັນເຫດການວັດທະນະທຳ ອາຫານການກິນ ສາກົນ, ປະກອບສ່ວນໂຄສະນາອາຫານຫວຽດນາມ ເຖິງເພື່ອນມິດທົ່ວໂລກ.
ມີອາຫານແຊບໆ 600 ເຍື່ອງທີ່ມາຈາກ 3 ພາກພື້ນໄດ້ປະກົດຕົວໃນງານບຸນປີນີ້
ພາບ: ວູພູວົງ
ພາຍຫຼັງໄດ້ຈັດຕັ້ງງານບຸນຢ່າງສຳເລັດຜົນໃນຊຸມປີຜ່ານມາ, ກຸ່ມທ່ອງທ່ຽວ Saigon ໄດ້ວາງແຜນນຳງານບຸນນີ້ຢູ່ຕ່າງປະເທດ ເພື່ອຮັບໃຊ້ແຂກທ່ອງທ່ຽວຊາວຫວຽດນາມ ແລະ ສາກົນ.
ຄາດວ່າ, ງານມະໂຫລານອາຫານການກິນຂອງກຸ່ມນັກທ່ອງທ່ຽວ Saigontourist ຈະເຂົ້າຮ່ວມງານວາງສະແດງ Japan Expo 2025 ຢູ່ນະຄອນ Osaka ໃນເດືອນ 6/2025. ໃນເດືອນ 9/2025, ງານບຸນຈະປະກົດຕົວໃນງານບຸນ ຫວຽດນາມ Pho 2025 ຢູ່ ສິງກະໂປ.
ງານບຸນປີນີ້ມີການເຂົ້າຮ່ວມຂອງໂຮງແຮມ, ຣີສອດ, ຮ້ານອາຫານ 4-5 ດາວ ທີ່ຂຶ້ນກັບລະບົບກຸ່ມທ່ອງທ່ຽວ Saigontourist ຢູ່ນະຄອນໂຮ່ຈິມິນ ແລະ ແຂວງ, ນະຄອນໃນທົ່ວປະເທດ. ນອກຈາກນັ້ນ, ພາຍໃນງານຍັງມີການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືທີ່ມີຊື່ສຽງ, ຜູ້ຕາງໜ້າບັນດາຍີ່ຫໍ້ເຄື່ອງປຸງອາຫານຈາກຫຼາຍທ້ອງຖິ່ນຮ່ວມກັນເພື່ອສ້າງ “ງານລ້ຽງຂອງລົດຊາດ” ທີ່ຫຼາກຫຼາຍ ແລະ ອຸດົມສົມບູນ.
ທີ່ມາ: https://thanhnien.vn/le-hoi-van-hoa-am-thuc-mon-ngon-lon-nhat-viet-nam-sap-xuat-ngoai-185250331090629039.htm
(0)