ສະຫະພັນ ເສດຖະກິດ ເອີລົບເອົາໃຈໃສ່ເປັນພິເສດເຖິງວາລະຂອງສະຫະປະຊາຊາດໃນຂົງເຂດພັດທະນາແບບຍືນຍົງ.
ສະຫະພັນເສດຖະກິດເອີຣົບລວມມີ 5 ປະເທດຄື: ອາເມເນຍ, ເບລາຣຸດ, ຄາຊັກສະຖານ, ກີຈີສຖານ ແລະ ລັດເຊຍ. (ທີ່ມາ: Reuters) |
ທ່ານ Bakytzhan Sagintayev ປະທານຄະນະກຳມະການເສດຖະກິດເອີລົບ (EEK) ໃຫ້ຮູ້ວ່າ: ສະຫະພັນເສດຖະກິດເອີລົບ (EAEU) ພວມຍູ້ແຮງບັນດາຄວາມມານະພະຍາຍາມເພື່ອຮັບຖານະນັກສັງເກດການຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ).
ບັນຫາດັ່ງກ່າວໄດ້ຮັບການປຶກສາຫາລືຢ່າງລະອຽດໃນການພົບປະລະຫວ່າງປະທານສະພາ EEK Bakytzhan Sagintayev ແລະ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດດ້ານເສດຖະກິດ ແລະ ສັງຄົມ Li Junhua ໃນວັນທີ 20 ກັນຍາທີ່ສຳນັກງານໃຫຍ່ສະຫະປະຊາຊາດທີ່ນິວຢອກ.
ກ່າວຄຳເຫັນກ່ຽວກັບການຮ່ວມມືຂອງ EAEU ກັບບັນດາອົງການສະຫະປະຊາຊາດ, ທ່ານ Sagintayev ໃຫ້ຮູ້ວ່າ, ຄະນະກຳມະການໄດ້ເອົາໃຈໃສ່ເປັນພິເສດເຖິງວາລະຂອງສະຫະປະຊາຊາດໃນຂົງເຂດພັດທະນາແບບຍືນຍົງ.
ທ່ານປະທານສະພາ EEK ກ່າວວ່າ "ໂດຍສະເພາະ, ສົນທິສັນຍາ EAEU ແລະເອກະສານພື້ນຖານອື່ນໆກວມເອົາທັງໝົດ 17 ເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs), ພ້ອມທັງ 108 ໃນ 169 ໜ້າວຽກທີ່ສຳຄັນເພື່ອບັນລຸເປົ້າໝາຍດັ່ງກ່າວ."
ທີ່ການເຈລະຈາ, ທ່ານ Li Junhua ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງ EAEU ໃນບັນດາອົງການເຊື່ອມໂຍງເສດຖະກິດໃນພາກພື້ນ, ສະແດງຄວາມເຊື່ອໝັ້ນຕໍ່ກຳລັງໜູນໃໝ່ໃນການຮ່ວມມືລະຫວ່າງ EAEU ແລະ ສປຊ.
ທີ່ມາ: https://baoquocte.vn/lien-minh-kinh-te-a-au-no-luc-tro-thanh-quan-sat-vien-tai-dai-hoi-dong-lien-hop-quoc-287163.html
(0)