ສານສູງສຸດຂອງລັດ Maine (ສະຫະລັດ) ໄດ້ຕັດສິນຕັດສິດໃຫ້ອະດີດປະທານາທິບໍດີສະຫະລັດ ທ່ານ Donald Trump ອອກຈາກການເລືອກຕັ້ງຂັ້ນຕົ້ນໃນລັດນີ້ ເນື່ອງຈາກບົດບາດຂອງລາວໃນການກໍ່ຄວາມວຸ້ນວາຍຢູ່ທີ່ຕຶກ Capitol ໃນເດືອນມັງກອນ 2021.
ທ່ານນາງ Shena Bellows ຫົວໜ້າກະຊວງການ ຕ່າງປະເທດລັດ Maine ຢືນຢັນວ່າ ທ່ານ Trump - ຜູ້ສະໝັກພັກຣີພັບບລິກັນ ໃນການເລືອກຕັ້ງປະທານາທິບໍດີປີ 2024 ໄດ້ຍຸຍົງໃຫ້ເກີດຄວາມວຸ້ນວາຍໂດຍການເຜີຍແຜ່ຂໍ້ມູນທີ່ບໍ່ຈິງກ່ຽວກັບການເລືອກຕັ້ງປະທານາທິບໍດີປີ 2020, ໄດ້ຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນທຳການແຫ່ຂະບວນປະທ້ວງຢູ່ Capitol Hill, ສະກັດກັ້ນບັນດາສະມາຊິກສະພາຮັບຮອງຜົນການເລືອກຕັ້ງ.
ດ້ວຍການຕັດສິນຂອງສານຂ້າງເທິງ, ລັດ Maine ໄດ້ກາຍເປັນລັດທີສອງໃນສະຫະລັດ ທີ່ຫ້າມອະດີດປະທານາທິບໍດີ Trump ເຂົ້າຮ່ວມການເລືອກຕັ້ງຂັ້ນຕົ້ນ ເພື່ອເລືອກຜູ້ສະໝັກທີ່ຈະຊະນະການສະເໜີຊື່ຂອງພັກຣີພັບບລີກັນ ໃນການເລືອກຕັ້ງປະທານາທິບໍດີໃນປີໜ້າ. ກ່ອນໜ້ານີ້, ວັນທີ 19/12, ສານອຸທອນແຫ່ງລັດ Colorado ຍັງໄດ້ຕັດສິນວ່າ ອະດີດປະທານາທິບໍດີ Trump ຈະບໍ່ສາມາດເຂົ້າຮ່ວມການລົງຄະແນນສຽງຂັ້ນຕົ້ນເພື່ອເລືອກຕັ້ງຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີພັກ Republican ຢູ່ລັດນີ້.
ຕາມກົດໝາຍ, ທ່ານ Trump ຈະມີເວລາຈົນຮອດວັນທີ 4 ມັງກອນ 2024, ເພື່ອອຸທອນຄຳຕັດສິນຂອງສານ Colorado.
ມິນຈົວ
ທີ່ມາ
(0)