ສານສູງໃນລັດ Michigan ຂອງສະຫະລັດ ໄດ້ຕັດສິນຕໍ່ຄຳຮ້ອງຟ້ອງທີ່ຈະຕັດສິດໃຫ້ອະດີດປະທານາທິບໍດີ Donald Trump ເຂົ້າໄປໃນການເລືອກຕັ້ງຂັ້ນຕົ້ນຂອງລັດ ຊຶ່ງມີກຳນົດຈະຈັດຂຶ້ນໃນວັນທີ 27 ກຸມພາ 2024.
ອີງຕາມ CNBC, ຊື່ຂອງທ່ານ Trump ຍັງປາກົດຢູ່ໃນບັດເລືອກຕັ້ງໃນການເລືອກຕັ້ງຂັ້ນຕົ້ນຂອງ Michigan. ກ່ອນໜ້ານີ້, ວັນທີ 19/12, ສານລັດ Colorado ໄດ້ປົດທ່ານ Trump ອອກຈາກການເລືອກຕັ້ງຂັ້ນຕົ້ນຂອງລັດນີ້.
ເດືອນກັນຍາທີ່ຜ່ານມາ, ອົງການສະໜັບສະໜຸນທີ່ເອີ້ນວ່າ Free Speech For People, ຕາງໜ້າໃຫ້ກຸ່ມຜູ້ມີສິດເລືອກຕັ້ງໄດ້ຍື່ນຄຳຮ້ອງຮຽນຕໍ່ສານຂອງລັດ Michigan. ກຸ່ມດັ່ງກ່າວ ໄດ້ຮຽກຮ້ອງ ສະບັບປັບປຸງ 14 ເພື່ອຕັດສິດ ທ່ານ Trump ຈາກການເລືອກຕັ້ງ ປະທານາທິບໍດີ ໃນປີ 2024 ໃນລັດນີ້ ຍ້ອນວ່າທ່ານ ໄດ້ມີສ່ວນຮ່ວມ ໃນການກໍ່ຄວາມວຸ້ນວາຍ ທີ່ເກີດຂຶ້ນ ຢູ່ນະຄອນຫຼວງ Capitol Hill ໃນວັນທີ 6 ມັງກອນ 2021 ແລະ ພະຍາຍາມ ປ່ຽນແປງຜົນການເລືອກຕັ້ງ ປະທານາທິບໍດີ ປີ 2020. ປະຈຸບັນ, ອະດີດປະທານາທິບໍດີ Trump ຍັງເປັນຜູ້ນຳໜ້າໃນການແຂ່ງຂັນເພື່ອກາຍເປັນຜູ້ສະໝັກຈາກພັກຣີພັບບລິກັນຄົນດຽວທີ່ຈະລົງແຂ່ງຂັນເລືອກຕັ້ງປະທານາທິບໍດີສະຫະລັດໃນປີ 2024.
ຫວຽດນາມ
ທີ່ມາ
(0)