Vietnam.vn - Nền tảng quảng bá Việt Nam

ປັບປຸງ​ຄວາມ​ສາມາດ​ເຮັດ​ວຽກ​ໃຫ້​ພະນັກງານ​ສະຫະພັນ​ແມ່ຍິງ​ຂັ້ນ​ຮາກ​ຖານ

Việt NamViệt Nam11/09/2023

ພະນັກງານ​ສະຫະພັນ​ແມ່ຍິງ 240 ຄົນ​ທີ່​ມາ​ຈາກ​ບັນດາ​ຕາ​ແສງ, ຫວອດ, ​ເມືອງ​ໃນ ​ແຂວງ ຮ່າ​ຕິ້ງ ​ໄດ້​ຮັບ​ການ​ໃຫ້​ຄວາມ​ຮູ້ ​ແລະ ຄວາມ​ສາມາດ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຄວາມສຸກ​ໃນ​ຄອບຄົວ.

ປັບປຸງ​ຄວາມ​ສາມາດ​ເຮັດ​ວຽກ​ໃຫ້​ພະນັກງານ​ສະຫະພັນ​ແມ່ຍິງ​ຂັ້ນ​ຮາກ​ຖານ

ຕອນ​ເຊົ້າ​ວັນ​ທີ 11/9, ສະຫະພັນ​ແມ່ຍິງ​ແຂວງ ຮ່າ​ຕິ້ງ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ຊຸດ​ອົບຮົມ​ສ້າງ​ຄວາມ​ສາມາດ​ໃຫ້​ພະນັກງານ​ຮາກ​ຖານ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຄອບຄົວ​ຫວຽດນາມ. ​ເຂົ້າ​ຮ່ວມ​ໂຄງການ​ມີ​ຜູ້ຕາງໜ້າ​ການ​ນຳ​ຂອງ​ບັນດາ​ພະ​ແນ​ກ, ສາຂາ​ແຂວງ, ຂະ​ແໜງ​ການ​ຈຳນວນ​ໜຶ່ງ.

ປັບປຸງ​ຄວາມ​ສາມາດ​ເຮັດ​ວຽກ​ໃຫ້​ພະນັກງານ​ສະຫະພັນ​ແມ່ຍິງ​ຂັ້ນ​ຮາກ​ຖານ

ທ່ານ​ນາງ​ຮອງ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ແຂວງ ເຈືອງ​ທິ​ລອງ ໄດ້​ເປີດ​ຊຸດ​ອົບ​ຮົມ.

ແຜນງານຝຶກອົບຮົມ ແນໃສ່ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານສະຫະພັນແມ່ຍິງຮາກຖານ ໃຫ້ມີຄວາມຮູ້ ແລະ ຄວາມສາມາດ ກ່ຽວກັບນະໂຍບາຍຫຼຸດຜ່ອນຄວາມທຸກຍາກ, ບົດບາດຂອງອົງການສະຫະພັນ ໃນການຈັດຕັ້ງປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກ; ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຄອບຄົວ​ຫວຽດນາມ ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ໃນ​ສະພາບ​ການ​ໃໝ່.

ປັບປຸງ​ຄວາມ​ສາມາດ​ເຮັດ​ວຽກ​ໃຫ້​ພະນັກງານ​ສະຫະພັນ​ແມ່ຍິງ​ຂັ້ນ​ຮາກ​ຖານ

ທ່ານ​ຫົວໜ້າ​ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແຂວງ ຮ່າ​ຕິ້ງ ຫງວຽນ​ທິລາດ ​ໄດ້​ສະ​ເໜີ​ຫົວ​ຂໍ້ “ສະພາບ​ລວມຂອງ​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ”.

ທີ່​ຊຸດ​ອົບຮົມ, ນັກ​ສຳ​ມະ​ນາ​ກອນ​ໄດ້​ເປີດ​ເຜີຍ 4 ຫົວ​ຂໍ້​ຄື: ສະພາບ​ລວມຂອງ​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ; ບົດບາດຂອງສະຫະພັນແມ່ຍິງໃນການຈັດຕັ້ງປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກໃນປະຈຸບັນ; ວັດທະນະທຳ​ພຶດຕິ​ກຳ ​ແລະ ສ້າງ​ຄອບຄົວ​ມີ​ຄວາມ​ຜາ​ສຸກ​ໃນ​ຍຸກ 4.0; ບາງ​ນະ​ໂຍບາຍ​ຂອງ​ແຂວງ ຮ່າ​ຕິ້ງ ​ໃນ​ການ​ພັດທະນາ ​ກະສິກຳ , ຊົນນະບົດ, ຊາວ​ກະສິກອນ.

ໂຄງ​ການ​ຝຶກ​ອົບ​ຮົມ​ດຳ​ເນີນ​ໄປ​ເປັນ​ເວ​ລາ 1 ວັນ (11 ກັນ​ຍາ).

ທຽນວີ


ທີ່ມາ

(0)

ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ມໍລະດົກ

ຮູບ

ທຸລະກິດ

ຮ້ານກາເຟ ດາລາດ ເຫັນວ່າມີລູກຄ້າເພີ່ມຂຶ້ນ 300% ຍ້ອນວ່າ ເຈົ້າຂອງຫຼິ້ນລະຄອນ 'ລະຄອນສິລະປະການຕໍ່ສູ້'

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ