
ຕອນບ່າຍວັນທີ 23/10, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa ເນື່ອງໃນໂອກາດທີ່ທ່ານມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 23 – 24 ຕຸລາ 2025.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະແດງຄວາມຍິນດີທີ່ໄດ້ພົບປະກັບທ່ານປະທານາທິບໍດີ Ciryl Ramaphosa ແລະຄະນະຜູ້ແທນຂັ້ນສູງ ອາຟຣິກາໃຕ້ ທີ່ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ຫວນຄືນຄວາມປະທັບໃຈອັນເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນອາຟະລິກາໃຕ້ ໃນການຢ້ຽມຢາມອາຟະລິກາໃຕ້ ໃນປີ 2019, ທ່ານນາ ຍົກລັດ ຖະມົນຕີ ໄດ້ຊົມເຊີຍບັນດາຜົນງານອັນພົ້ນເດັ່ນທີ່ປະຊາຊົນ ອາຟຣິກາໃຕ້ ບັນລຸໄດ້ໃນການພັດທະນາປະເທດຊາດ, ກໍ່ຄືບົດບາດ ແລະ ການປະກອບສ່ວນອັນສຳຄັນຂອງ ອາຟຣິກາໃຕ້ ໃນບັນຫາພາກພື້ນ ແລະ ສາກົນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສະແດງຄວາມດີໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດທີ່ມີຄວາມໄວ້ເນື້ອເຊື່ອໃຈສູງ ແລະ ອາຟຣິກາໃຕ້ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ ອາຟຣິກາ; ຢືນຢັນວ່າ 2 ປະເທດແມ່ນເພື່ອນມິດທີ່ດີ, ຄູ່ຮ່ວມມືທີ່ດີ, ສະເໝີຕົ້ນສະເໝີປາຍ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ດີໃຈທີ່ສອງປະເທດນັບມື້ນັບເພີ່ມທະວີບົດບາດ ແລະ ທີ່ຕັ້ງໃນເວທີສາກົນ.

ທ່ານນາຍົກລັດຖະມົນຕີ ຖືວ່າ, 2 ປະເທດມີບັນດາຈຸດແຂງທີ່ສາມາດສົມທົບກັນພັດທະນາເຊິ່ງກັນ ແລະ ກັນ ແລະ ຍັງມີຫ້ອງ ແລະ ທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ສືບຕໍ່ເປີດກວ້າງການຮ່ວມມືໃນຂົງເຂດຫັນເປັນສີຂຽວ, ຫັນເປັນດີຈີຕອນ, ເສດຖະກິດສ້າງສັນ, ພະລັງງານທົດແທນ, ສື່ສານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ແລະ ປາດຖະໜາວ່າ ອາຟຼິກາໃຕ້ ສະໜັບສະໜູນ ຫວຽດນາມ ໃນການດຳເນີນການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະຫະພັນພາສີອາຟຼິກາໃຕ້ (SACU).
ຂອບໃຈທ່ານປະທານາທິບໍດີ Cyril Ramaphosa ທີ່ໄດ້ເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນປີ 2025, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງເຫດການສຳຄັນນີ້, ພິເສດແມ່ນໃນບັນດາຂົງເຂດບູລິມະສິດຂອງ 2 ປະເທດຄື: ຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຊຸກຍູ້ລະບົບການພັດທະນາແບບຍືນຍົງ.

ທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa ໄດ້ສະແດງຄວາມຍິນດີມາຢ້ຽມຢາມ ຫວຽດນາມ ອີກຄັ້ງໜຶ່ງ, ພົບປະກັບທ່ານນາຍົກລັດຖະມົນຕີ Pham Minh Chinh, ເພື່ອນມິດທີ່ສະໜິດສະໜົມ, ແລະ ເປັນສັກຂີພິຍານຕໍ່ບັນດາຜົນງານອັນດີເດັ່ນ ແລະ ປະຫວັດສາດຂອງຫວຽດນາມ ພາຍຫຼັງເກືອບ 40 ປີແຫ່ງການປັບປຸງ, ຊຸກຍູ້ບັນດາປະເທດ ອາຟຼິກາໃຕ້ ແລະ ບັນດາປະເທດພວມພັດທະນາ.
ທ່ານປະທານາທິບໍດີ ອາຟະລິກາໃຕ້ ຢືນຢັນວ່າ ຫວຽດນາມ ແມ່ນເພື່ອນມິດທີ່ສະໜິດສະໜົມ ແລະ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງອາຟຼິກາໃຕ້ໃນພາກພື້ນ ອາຊີ; ຕີລາຄາສູງບັນດາຮູບແບບການພັດທະນາຢ່າງມີປະສິດທິຜົນ ແລະ ນະໂຍບາຍການຕ່າງປະເທດທີ່ເປີດ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ປະຊາຄົມໂລກ; ແລະເຊື່ອໝັ້ນວ່າສອງປະເທດມີກຳລັງແຮງທີ່ສາມາດເສີມຂະຫຍາຍເຊິ່ງກັນແລະກັນເພື່ອພັດທະນາຮ່ວມກັນແລະຍົກສູງທີ່ຕັ້ງໃນເວທີສາກົນ.
ທ່ານປະທານປະເທດ ຫວັງວ່າ 2 ຝ່າຍຈະເພີ່ມທະວີການພົວພັນຮ່ວມມືດ້ານທຸລະກິດໃນຂົງເຂດບໍ່ແຮ່, ອຸດສາຫະກຳຜະລິດ, ກະສິກຳ, ລົດໄຟຟ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການເດີນທະເລ...

ທ່ານປະທານປະເທດ Ramaphosa ໄດ້ຂອບໃຈທ່ານນາຍົກລັດຖະມົນຕີ Pham Minh Chinh ທີ່ໄດ້ຮັບຄຳເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20, ໄດ້ສະແດງໃຫ້ເຫັນການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ເຂົ້າໃນການຊຸກຍູ້ການພັດທະນາແບບຍືນຍົງ ແລະ ປະຕິຮູບບັນດາກົນໄກບໍລິຫານທົ່ວໂລກ.
ທ່ານປະທານປະເທດ Ramaphosa ຊົມເຊີຍ ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະຈັດຕັ້ງພິທີລົງນາມໃນສົນທິສັນຍາສະຫະປະຊາຊາດ ຕ້ານອາດຊະຍາກຳທາງອິນເຕີແນັດຢ່າງສຳເລັດຜົນ, ສະໜັບສະໜູນບົດບາດນຳໜ້າຂອງ ຫວຽດນາມ ໃນບັນດາຄວາມມານະພະຍາຍາມຫັນເປັນດີຈີຕອນ ແລະ ຄຸ້ມຄອງເຕັກໂນໂລຊີໂລກ.

ຕີລາຄາການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນເປັນຈຸດສຸມຂອງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການເປີດຕະຫຼາດສິນຄ້າ ແລະ ຜະລິດຕະພັນຂອງແຕ່ລະຝ່າຍ ແລະ ເຈລະຈາຢ່າງຕັ້ງໜ້າ ແລະ ໃນໄວໆນີ້ ຈະລົງນາມໃນເອກະສານຮ່ວມມືທີ່ສຳຄັນກວ່າອີກ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດຄື: ສັນຍາໜູນຊ່ວຍດ້ານຕຸລາການ, ຂໍ້ຕົກລົງການຫຼີກລ້ຽງການເສຍອາກອນສອງເທົ່າ, ຂໍ້ຕົກລົງການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນ ແລະ ອື່ນໆ.
ການນຳສອງທ່ານໄດ້ເຫັນດີຈະຜັນຂະຫຍາຍບັນດາລະບຽບການພາຍໃນໂດຍໄວ ເພື່ອຍົກລະດັບຂອບການພົວພັນຄູ່ຮ່ວມມືຍຸດທະສາດປີ 2025, ເຮັດໃຫ້ສາຍພົວພັນຫວຽດນາມ - ອາຟຼິກາໃຕ້ເປັນແບບຢ່າງການຮ່ວມມືລະຫວ່າງບັນດາປະເທດພາກໃຕ້.

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນແລະກັນໃນບັນດາບັນຫາພາກພື້ນ ແລະ ສາກົນຢູ່ບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ, ສົມທົບກັນຊຸກຍູ້ການພົວພັນຫຼາຍຝ່າຍ ແລະ ການຮ່ວມມືໃຕ້ໃຕ້, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ແຕ່ລະພາກພື້ນ ແລະ ໃນໂລກ.
ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ ອາຟຣິກາໃຕ້ ແລະ ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຈະເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ອາຟຣິກາໃຕ້ ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ ແລະ ສະຖານທູດ ອາຟຣິກາໃຕ້ ປະຈຳຫວຽດນາມ.
ອັບເດດໃນວັນທີ 23 ຕຸລາ 2025
ທີ່ມາ: https://laichau.gov.vn/tin-tuc-su-kien/chuyen-de/tin-trong-nuoc/nang-cap-quan-he-viet-nam-phi-len-doi-tac-chien-luoc-ngay-trong-nam-2025.html






(0)