ກະຊວງການຄ້າຂອງປາກີສະຖານ ແລະ ລັດເຊຍ ໄດ້ລົງນາມໃນອະນຸສັນຍາກ່ຽວກັບການຮ່ວມມືດ້ານພາສີ. (ທີ່ມາ: Pakistan Today) |
ໃນລະຫວ່າງວັນທີ 17-19 ພຶດສະພາ ຢູ່ Kazan, ປະເທດລັດເຊຍ, ກອງປະຊຸມ ເສດຖະກິດ ສຳລັບບັນດາປະເທດອິດສະລາມໄດ້ດຳເນີນ, ການນຳຜູ້ແທນທີ່ມາຈາກ 85 ປະເທດເຂົ້າຮ່ວມປຶກສາຫາລືເພື່ອແນໃສ່ຊຸກຍູ້ເວທີປາໄສແລກປ່ຽນດຳເນີນທຸລະກິດ.
ໃນຂອບເຂດກອງປະຊຸມ, ກະຊວງການຄ້າ ປາກິດສະຖານ ແລະ ລັດເຊຍ ໄດ້ລົງນາມໃນອະນຸສັນຍາກ່ຽວກັບການຮ່ວມມືດ້ານພາສີ, ຖືເປັນຂອບກົດໝາຍສຳຄັນໃນການພັດທະນາການພົວພັນດ້ານການຄ້າລະຫວ່າງ 2 ປະເທດ.
ອະນຸສັນຍາດັ່ງກ່າວກວມເອົາການຮ່ວມມືດ້ານບໍລິຫານ ແລະ ການແລກປ່ຽນຂໍ້ມູນຂ່າວສານ ພາຍໃນຂອບການກຳນົດອັດຕາພາສີທີ່ເປັນເອກະພາບຂອງສະຫະພາບເສດຖະກິດເອີເຣເຊຍ. ນອກຈາກການຮັບປະກັນການເຄື່ອນໄຫວຂອງສິນຄ້າຢ່າງສະໜິດສະໜົມແລ້ວ, ອະນຸສັນຍາຍັງໄດ້ຫຼຸດຜ່ອນພາສີອາກອນຢ່າງຫຼວງຫຼາຍຕໍ່ສິນຄ້າປາກີສະຖານທີ່ເຂົ້າຕະຫຼາດຣັດເຊຍ.
ກະຊວງການຄ້າປາກີສະຖານກ່າວວ່າ, ການລົງນາມໃນພິທີເຊັນສັນຍາດັ່ງກ່າວແມ່ນເປັນບາດກ້າວທີ່ສຳຄັນອີກອັນໜຶ່ງໃນການສ້າງຂອບເຂດກົດໝາຍທີ່ຈຳເປັນເພື່ອພັດທະນາການພົວພັນດ້ານການຄ້າລະຫວ່າງປາກີສະຖານແລະຣັດເຊຍ.
ໃນໄລຍະມໍ່ໆມານີ້, ການພົວພັນດ້ານການຄ້າແລະ ການເມືອງ ລະຫວ່າງປາກີສະຖານແລະຣັດເຊຍໄດ້ຮັບການປັບປຸງຢ່າງຕັ້ງໜ້າ. ສອງຝ່າຍໄດ້ດຳເນີນການພົບປະຫຼາຍຄັ້ງລະຫວ່າງເຈົ້າໜ້າທີ່ລະດັບສູງ, ພິເສດແມ່ນກ່ຽວກັບການຄ້ານ້ຳມັນ ແລະ ອາຍແກັສ. ຈຸດພົ້ນເດັ່ນລວມມີການຢ້ຽມຢາມຂອງລັດຖະມົນຕີນ້ຳມັນຂອງຣັດເຊຍຢູ່ນະຄອນຫຼວງ Islamabad, ຖັດຈາກນັ້ນແມ່ນການຢ້ຽມຢາມຂອງທ່ານ Bilawal Bhutto-Zardari ລັດຖະມົນຕີການຕ່າງປະເທດປາກີສະຖານຢູ່ນະຄອນຫຼວງ Moscow.
ທີ່ມາ
(0)