ໃນລະຫວ່າງກອງປະຊຸມໃນວັນສຸກທີ່ຜ່ານມາຂອງທ່ານກັບປະທານາທິບໍດີຢູເຄຣນ Volodymyr Zelenskyy, ທ່ານ Graham, ສະມາຊິກສະພາສູງຂອງພັກຣີພັບບລີກັນຈາກລັດ South Carolina, ກ່າວວ່າ "ທະຫານຣັດເຊຍຈະເສຍຊີວິດ" ແລະໄດ້ອະທິບາຍການຊ່ວຍເຫຼືອ ທາງທະຫານ ຂອງສະຫະລັດຕໍ່ຢູເຄລນວ່າເປັນ "ເງິນທີ່ດີທີ່ສຸດທີ່ພວກເຮົາເຄີຍໃຊ້".
ສະມາຊິກສະພາສູງສະຫະລັດ ທ່ານ Lindsey Graham. ພາບ: AP
ຄລິບ ວີດີໂອ ສັ້ນທີ່ທຳການປະທານາທິບໍດີຢູເຄຣນເປີດເຜີຍພ້ອມດ້ວຍຄຳກ່າວນີ້ ແລະຖືກເຜີຍແຜ່ໃນສື່ສັງຄົມ ໄດ້ເຮັດໃຫ້ເກີດຄວາມໂກດແຄ້ນຢູ່ໃນຣັດເຊຍ.
ໂຄສົກວັງ Kremlin ທ່ານ Dmitry Peskov ກ່າວຄໍາເຫັນໃນວັນອາທິດວານນີ້ວ່າ "ມັນເປັນການຍາກທີ່ຈະຈິນຕະນາການສິ່ງທີ່ຫນ້າອັບອາຍຫຼາຍກ່ວາການມີສະມາຊິກສະພາສູງດັ່ງກ່າວ".
ຄະນະກຳມະການສືບສວນຂອງຣັດເຊຍ ເຊິ່ງເປັນອົງການສືບສວນຄະດີອາຍາລະດັບສູງຂອງປະເທດໄດ້ເປີດການສືບສວນທາງອາຍາກ່ຽວກັບທ່ານ Graham, ແລະ ກະຊວງພາຍໃນ ຂອງຣັດເຊຍໄດ້ອອກໝາຍຈັບທ່ານ.
ທ່ານ Graham ແມ່ນນຶ່ງໃນຈຳນວນສະມາຊິກສະພາສູງສະຫະລັດ 200 ກວ່າຄົນ ທີ່ມົສກູຫ້າມບໍ່ໃຫ້ເຂົ້າໄປໃນຣັດເຊຍໃນປີກາຍນີ້.
Trung Kien (ຕາມຂ່າວ AP, Reuters)
ທີ່ມາ
(0)