
ຕາມທ່ານ ເຈີ່ນກວກເລີມ, ສະຖິຕິສະແດງໃຫ້ເຫັນວ່າ, ວົງເງິນສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ໃນ 6 ເດືອນຕົ້ນປີ 2025 ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນີ້ຖືວ່າເປັນພື້ນຖານອັນໜັກແໜ້ນເພື່ອຄາດຄະເນປີດຳເນີນທຸລະກິດທີ່ເອື້ອອຳນວຍໃຫ້ແກ່ອຸດສາຫະກຳສົ່ງອອກໂດຍລວມ ແລະ ຂະແໜງໄມ້ ແລະ ເຟີນີເຈີ ເວົ້າສະເພາະ.
ໂດຍສະເພາະ, ໃນ 6 ເດືອນຕົ້ນປີ 2025, ອາເມລິກາ ສືບຕໍ່ແມ່ນຕະຫຼາດໃຫຍ່ທີ່ສຸດ, ກວມກວ່າ 55% ຍອດມູນຄ່າການສົ່ງອອກໄມ້ຂອງຫວຽດນາມ.
ເຖິງວ່າຕີລາຄາຄວາມສາມາດບົ່ມຊ້ອນແລະກຳລັງການຊື້ຂອງຕະຫຼາດແຫ່ງນີ້, ທ່ານຫຼີເຄີ້ສຽງໃຫ້ຂໍ້ສັງເກດວ່າ, ການອີງໃສ່ຕະຫຼາດດຽວຫຼາຍເກີນໄປຍັງສ້າງຄວາມສ່ຽງຫຼາຍຢ່າງຕໍ່ການຜັນແປຂອງການຄ້າສາກົນ.
“ວິສາຫະກິດໄມ້ຫວຽດນາມ ຕ້ອງສືບຕໍ່ຜັນຂະຫຍາຍບັນດາຕະຫຼາດຂອງຕົນ, ນອກຈາກການຮັກສາ ແລະ ພັດທະນາຢູ່ ອາເມລິກາ, ການສົ່ງອອກໄປຍັງຕະຫລາດທີ່ມີທ່າແຮງອື່ນຄື: ຍີ່ປຸ່ນ, ຈີນ, ອີຢູ ແມ່ນຍຸດທະສາດຈຳເປັນເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ການພັດທະນາແບບຍືນຍົງ”.

ແບ່ງປັນທັດສະນະຄືກັນກ່ຽວກັບຄວາມຕ້ອງການປະດິດສ້າງ, ທ່ານ ເຈີ່ນກວກແມ້ງ, ຮອງປະທານສະມາຄົມສົ່ງອອກເຄື່ອງຫັດຖະກຳຫວຽດນາມ ແບ່ງປັນວ່າ: ອຸດສາຫະກຳເຟີນີເຈີ ຫວຽດນາມ ຕ້ອງມຸ່ງໄປເຖິງຈຸດໝາຍ Net Zero ດ້ວຍບັນດາຜະລິດຕະພັນໃໝ່, ເປັນມິດກັບສິ່ງແວດລ້ອມ. ນີ້ບໍ່ພຽງແຕ່ແມ່ນທ່າອ່ຽງທີ່ຫຼີກລ່ຽງບໍ່ໄດ້ເທົ່ານັ້ນ, ຫາກຍັງແມ່ນຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດຈາກຫຼາຍຕະຫຼາດສົ່ງອອກໃຫຍ່ຄື EU, ອາເມລິກາ, ຍີ່ປຸ່ນ ຫຼື ຕາເວັນອອກກາງ.
“ນອກຈາກຄວາມຫຼາກຫຼາຍຂອງການອອກແບບແລ້ວ, ຕະຫລາດນຳເຂົ້າສ່ວນໃຫຍ່ກໍຮຽກຮ້ອງໃຫ້ຜະລິດຕະພັນມີສີຂຽວ ແລະຍືນຍົງ, ນັ້ນແມ່ນທ່າໄດ້ປຽບໃນການແຂ່ງຂັນໃນໄລຍະຍາວ,”.
ນອກຈາກນັ້ນ, ທ່ານ ຟ້າມແມ້ງຮຸ່ງ ຍັງສະເໜີໃຫ້ບັນດາວິສາຫະກິດອຸດສາຫະກຳໄມ້ຕ້ອງເລັ່ງລັດການຫັນເປັນດີຈີຕອນ ແລະ ການຈັດໂຄງສ້າງຄືນໃໝ່ ເພື່ອປັບປຸງຄວາມສາມາດໃນການແຂ່ງຂັນ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດ, ໂດຍສະເພາະແມ່ນໃນສະພາບການທີ່ຄໍາສັ່ງສົ່ງອອກ ແລະ ລາຄາຫົວໜ່ວຍຫຼຸດລົງ.
ປີ 2024, ວົງເງິນສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ຂອງ ຫວຽດນາມ ບັນລຸ 15,89 ຕື້ USD. ຈາກຜົນໄດ້ຮັບດັ່ງກ່າວ, ອຸດສາຫະກຳໄມ້ ແລະ ປ່າໄມ້ຂອງ ຫວຽດນາມ ມຸ່ງໄປເຖິງ 18 ຕື້ USD ໃນປີ 2025, ຢືນຢັນທີ່ຕັ້ງຂອງຕົນໃນກຸ່ມອຸດສາຫະກຳສົ່ງອອກສຳຄັນຂອງ ພື້ນຖານເສດຖະກິດ .
ແຕ່ວັນທີ 26-29 ສິງຫາ, ງານຕະຫຼາດນັດເຄື່ອງເຟີນີເຈີ ແລະ ຫັດຖະກຳສາກົນ ອາຊຽນ ຄັ້ງທີ 3 ຫວຽດນາມ (VIFA ASEAN 2025) ໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ ດ້ວຍຫົວຂໍ້ “ການເຕົ້າໂຮມຂອງບັນດາເຄື່ອງເຟີນີເຈີອາຊີຕາເວັນອອກສ່ຽງໃຕ້”. ຄາດວ່າ, ງານຕະຫຼາດນັດຈະເຕົ້າໂຮມນັກທຸລະກິດ 200 ກວ່າແຫ່ງຈາກບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ກວ່າ 13 ປະເທດ ແລະ ເຂດແຄ້ວນ, ພ້ອມກັບແຂກທ່ອງທ່ຽວ 10.000 ກວ່າຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນເກືອບ 2.500 ຄົນ.
ທີ່ມາ: https://baolaocai.vn/nganh-go-tiep-tuc-tim-kiem-cac-thi-truong-xuat-khau-moi-post879579.html
(0)