ກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ທ່ານລັດຖະມົນຕີ ການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ພົບປະກັບຄູ່ຕຳແໜ່ງອີຣານ, ຕວກກີ ແລະ ເລບານອນ ກ່ອນກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດໃນວັນທີ 23 ມັງກອນນີ້, ເພື່ອປຶກສາຫາລືກ່ຽວກັບສະຖານະການຕາເວັນອອກກາງ.
ລັດຖະມົນຕີການຕ່າງປະເທດຣັດເຊຍ Sergei Lavrov ກ່າວຄຳເຫັນທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດໃນວັນທີ 22 ມັງກອນນີ້. (ແຫຼ່ງຂ່າວ: Reuters) |
ຕາມກະຊວງການຕ່າງປະເທດແລ້ວ, ການພົບປະສອງຝ່າຍໄດ້ດຳເນີນໄປຢູ່ນິວຢອກ (ອາເມລິກາ) ໃນວັນທີ 22 ມັງກອນນີ້, ໄດ້ສຸມໃສ່ແກ້ໄຂສະພາບການຢູ່ເຂດກາຊາ, ຊີຣີ ແລະ ທະເລແດງ.
ທ່ານລັດຖະມົນຕີການຕ່າງປະເທດ Lavrov ແລະ ຄູ່ຕຳແໜ່ງ ອີຣານ Hossein Amir-Abdollahian ໄດ້ເຫັນດີກ່ຽວກັບຄວາມຈຳເປັນ ເພື່ອບັນລຸການຢຸດຍິງຢູ່ເຂດ Gaza ໂດຍໄວເທົ່າທີ່ຈະໄວໄດ້ ແລະ ສະໜອງການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ພົນລະເຮືອນ.
ໃນຂະນະນັ້ນ, ຫົວໜ້າການທູດລັດເຊຍ ແລະ ລັດຖະມົນຕີການຕ່າງປະເທດເລບານອນ Abdallah Bou Habib ໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງບັນດາຄວາມມານະພະຍາຍາມຂອງບັນດາປະເທດໃນພາກພື້ນເພື່ອຮັບຮອງເອົາການຢຸດຍິງໂດຍໄວ.
ຕາມວາລະຂອງສະຫະປະຊາຊາດ, ສະພາຄວາມໝັ້ນຄົງຈະປຶກສາຫາລື “ສະຖານະການຢູ່ຕາເວັນອອກກາງ, ໃນນັ້ນມີຄຳຖາມຂອງປາແລັດສະໄຕນ໌”.
ທ່ານ Lavrov ຈະສະເໜີ “ຄວາມພະຍາຍາມລວມ” ທີ່ກອງປະຊຸມເພື່ອແກ້ໄຂວິກິດການຢູ່ພາກພື້ນ.
ພ້ອມກັບຄູ່ຕຳແໜ່ງຕວກກີ Hakan Fidan, ລັດຖະມົນຕີການຕ່າງປະເທດລັດເຊຍ ໄດ້ປຶກສາຫາລືກ່ຽວກັບບັນຫາພະລັງງານ ກໍ່ຄື “ການພົວພັນສອງຝ່າຍທີ່ຈະມາເຖິງ”.
ກ່ອນໜ້ານີ້, ໃນເດືອນທັນວາປີ 2023, ວັງ Kremlin ໄດ້ກ່າວວ່າ, ທ່ານປະທານາທິບໍດີລັດເຊຍ Vladimir Putin ຈະໄປຢ້ຽມຢາມຕວກກີໃນຕົ້ນປີ 2024.
ທີ່ມາ
(0)