ຄາດວ່າໃນໄຕມາດທີ 4 ປີ 2025, ກວາງນິງ ຈະແມ່ນຈຸດນັດພົບທີ່ຄຶກຄື້ນດ້ວຍບັນດາເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວຂະໜາດໃຫຍ່. ເຫດການທີ່ໂດດເດັ່ນລວມມີງານລ້ຽງແກະສະຫຼັກສາກົນ ແລະ ງານມະໂຫລານລະຄອນຕຸກກະຕາ; ການມາຣາທອນສາກົນ ມໍຣະດົກອ່າວຮ່າລອງ; Yen Tu Heritage Marathon 2025; ງານຕະຫຼາດນັດອາຫານກວາງນິງ ແລະ ງານຕະຫຼາດນັດ OCOP ເຂດພາກຕາເວັນອອກສ່ຽງເໜືອ - ກວາງນິງ 2025... ນອກຈາກນັ້ນ, ເວທີປາໄສການທ່ອງທ່ຽວແຫ່ງຊາດຄັ້ງທຳອິດທີ່ຈະຈັດຂຶ້ນຢູ່ ກວາງນິງ ໃນກາງເດືອນພະຈິກ ຈະສ້າງກາລະໂອກາດເຊື່ອມໂຍງ ແລະ ຮ່ວມມືໃຫ້ຫຼາຍຮ້ອຍອົງການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ຫຼາຍກິດຈະກຳວັດທະນະທຳ ແລະ ທ່ອງທ່ຽວ ຂະໜາດໃຫຍ່ຈະຖືກຈັດຂຶ້ນໃນທ້າຍປີຢູ່ກວາງນິງ.
ທ່ານ ຫງວຽນເທ໋ເຫ້ວ, ປະທານສະມາຄົມທ່ອງທ່ຽວ ກວາງນິງ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າສົມທົບກັບກົມວັດທະນະທຳ, ກິລາ ແລະ ທ່ອງທ່ຽວຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ແກ່ການຜັນຂະຫຍາຍ, ເວທີປາໄສການທ່ອງທ່ຽວຄັ້ງນີ້ຈະດຶງດູດວິສາຫະກິດທ່ອງທ່ຽວໃຫຍ່ກວ່າໝູ່ນັບຮ້ອຍແຫ່ງໃນທົ່ວປະເທດ ແລະ ບັນດາວິສາຫະກິດທ່ອງທ່ຽວຕ່າງປະເທດໃຫຍ່ນັບຮ້ອຍແຫ່ງມາແລກປ່ຽນເຊິ່ງກັນ ແລະ ກັນ.
ນັບແຕ່ຕົ້ນປີ, ແຂວງ ກວາງນິງ ໄດ້ຈັດຕັ້ງ 100 ກວ່າເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ຂະຫຍັນຂັນເຄື່ອນຄື: Ha Long Carnival, ງານມະໂຫລານດົນຕີ Skywave, ການປະກວດ Miss Vietnam Global Sea, Ha Long Bay marathon, ວັນ Yoga ສາກົນ… ບັນດາການເຄື່ອນໄຫວດັ່ງກ່າວໄດ້ສ້າງຄວາມດຶງດູດຢ່າງແຮງ, ປະກອບສ່ວນຢັ້ງຢືນທີ່ຕັ້ງຂອງແຂວງ Quang Ninh ແມ່ນຈຸດນັດພົບ Festival ແຖວໜ້າຂອງພາກເໜືອ.
ພາຍຫຼັງ 9 ເດືອນຂອງປີ 2025, ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 17,11 ລ້ານເທື່ອຄົນ, ສຳເລັດ 2/3 ຂອງແຜນການຂອງປີ.
ພາຍຫຼັງ 9 ເດືອນປີ 2025, ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 17,11 ລ້ານເທື່ອຄົນ, ປະຕິບັດສຳເລັດ 2/3 ຂອງແຜນການປີ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນ. ໃນນັ້ນ, ນັກທ່ອງທ່ຽວສາກົນບັນລຸ 3,25 ລ້ານຄົນ, ເພີ່ມຂຶ້ນ 25%; ລາຍຮັບຈາກການທ່ອງທ່ຽວທັງໝົດຄາດຄະເນເຖິງ 4.250 ຕື້ດົ່ງ.
ຕາມທ່ານ ຫງວຽນເລີມຫງວຽນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ກວາງນິງ ແລ້ວ, ບັນດາເຫດການໃຫຍ່ທີ່ຈັດຕັ້ງແຕ່ນີ້ຮອດທ້າຍປີຈະສ້າງເງື່ອນໄຂໃຫ້ທ້ອງຖິ່ນປະຕິບັດສຳເລັດແຜນການປີ ດ້ວຍເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວກວ່າ 20 ລ້ານເທື່ອຄົນ, ໃນນັ້ນມີແຂກສາກົນ 4,5 ລ້ານເທື່ອຄົນ, ດ້ວຍຍອດລາຍຮັບການທ່ອງທ່ຽວບັນລຸ 55.000 ຕື້ດົ່ງ.
“ເຫດການແມ່ນຈຸດພົ້ນເດັ່ນເພື່ອດຶງດູດນັກທ່ອງທ່ຽວມາແຂວງ ກວາງນິງ ໃນໄລຍະຈະມາເຖິງ, ພິເສດແມ່ນສະມາຄົມທ່ອງທ່ຽວ ກວາງນິງ ພ້ອມແລ້ວທີ່ຈະເປີດຊຸດກະຕຸ້ນ, ສະໜອງຜະລິດຕະພັນພິເສດໃຫ້ແກ່ນັກທ່ອງທ່ຽວເພື່ອສຳຜັດກັບການທ່ອງທ່ຽວຢູ່ ກວາງນິງ, ແຂວງ ກວ໋າງນິງ ກໍ່ຍົກລະດັບລະບົບແສງໄຟເພື່ອໃຫ້ແຂກທ່ອງທ່ຽວຮູ້ສຶກໄດ້ເຖິງລັກສະນະທີ່ແຕກຕ່າງ ແລະ ສົດຊື່ນເມື່ອມາແຂວງ ກວາງນິງ”.
ຕາມ VOV
ທີ່ມາ: https://bvhtdl.gov.vn/nhieu-hoat-dong-du-lich-quoc-te-duoc-to-chuc-dip-cuoi-nam-tai-quang-ninh-20251009085657563.htm
(0)