
ໃນໄລຍະຈະມາເຖິງ, ຫວຽດນາມ ຈະມີໂອກາດສືບຕໍ່ເພີ່ມທະວີການຮ່ວມມືກັບຈີນ ແລະ ຍາດແຍ່ງທ່າອ່ຽງເຊື່ອມໂຍງ ແລະ ພັດທະນາຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ທັງໝົດ. ການຮ່ວມມືລະຫວ່າງຫວຽດນາມ - ຈີນ ມີຄວາມໝັ້ນຄົງ, ຍືນຍົງ ແລະ ບໍ່ແບ່ງແຍກ. ນັ້ນແມ່ນການຕີລາຄາຂອງບັນດານັກຊ່ຽວຊານ ດ້ານເສດຖະກິດ ແຖວໜ້າຂອງຈີນ ກ່ຽວກັບແງ່ຫວັງພັດທະນາເສດຖະກິດຂອງຫວຽດນາມ ກໍ່ຄືກາລະໂອກາດຮ່ວມມືດ້ານເສດຖະກິດການຄ້າ 2 ຝ່າຍ.
ທ່ານ Chu Mat, ຊ່ຽວຊານຂອງສະຖາບັນຄົ້ນຄວ້າການຄ້າກະຊວງການຄ້າຈີນກ່າວວ່າ, ການພັດທະນາຂອງຫວຽດນາມແມ່ນອີງໃສ່ຜົນປະໂຫຍດລວມລະຫວ່າງຝ່າຍຕ່າງໆແລະການພົວພັນດ້ານເສດຖະກິດ. ການຄ້າ ຫວຽດນາມ ແລະ ຈີນ ມີພື້ນຖານອັນໝັ້ນຄົງ. ທັງສອງປະເທດໄດ້ຜ່ານຂະບວນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ໂດຍມີຫຼາຍຈຸດຄ້າຍຄືກັນໃນດ້ານແນວຄິດພັດທະນາ, ທິດທາງການເຊື່ອມໂຍງ ແລະ ການປະຕິບັດຕາມລະບຽບການສາກົນ.
ດ້ວຍເຫດນີ້, ທ່ານ Chu Mat ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ຍຶດໝັ້ນຫຼັກການພັດທະນາຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດຢ່າງໝັ້ນຄົງ. ຜູ້ຊ່ຽວຊານຜູ້ນີ້ເຊື່ອໝັ້ນວ່າ, ຊ່ອງຫວ່າງການຮ່ວມມືລະຫວ່າງຈີນກັບຫວຽດນາມກໍຄືອາຊຽນຈະນັບມື້ນັບພັດທະນາ, ນຳມາເຊິ່ງພື້ນຖານການພັດທະນາທີ່ໝັ້ນຄົງແລະຍາວນານຂອງສອງຝ່າຍ, ນັບແຕ່ດ້ານເສດຖະກິດ, ການຄ້າ, ການແລກປ່ຽນມະນຸດກັບການພັດທະນາສັງຄົມ. ທ່ານຫວາງວັນ, ຜູ້ອຳນວຍການສະຖາບັນຄົ້ນຄ້ວາການເງິນເມືອງ Chongyang ຂອງມະຫາວິທະຍາໄລປະຊາຊົນຈີນ ໄດ້ໃຫ້ຄຳເຫັນວ່າ, ຈາກທັດສະນະເສດຖະກິດພາກພື້ນ, ຫວຽດນາມ ແມ່ນປະເທດທີ່ມີທ່າແຮງທີ່ສຸດ.
ທີ່ມາ: https://baohungyen.vn/nhung-nhan-dinh-tich-cuc-ve-kinh-te-viet-nam-3188689.html






(0)