Vietnam.vn - Nền tảng quảng bá Việt Nam

NTO - ປະທານ​ປະ​ເທດ ​ເຢຍລະ​ມັນ ຢ້ຽມຢາມ​ມະຫາວິທະຍາ​ໄລ​ຫວຽດນາມ

Việt NamViệt Nam25/01/2024

ກປ.ອອນໄລ - ຕອນບ່າຍວັນທີ 24 ມັງກອນ, ທ່ານປະທານາທິບໍດີ ສະຫະພັນ ເຢຍລະມັນ Frank-Walter Steinmeier ໄດ້ໄປຢ້ຽມຢາມມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ ຢູ່ນະຄອນ Ben Cat, ແຂວງ ບິ່ງເຢືອງ . ການ​ເຄື່ອນ​ໄຫວ​ນີ້​ແມ່ນ​ຢູ່​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ Vo Van Thuong ແລະ ພັນ​ລະ​ຍາ.

ພ້ອມ​ກັບ​ທ່ານ​ປະທານ​ປະ​ເທດ ​ເຢຍລະ​ມັນ ມີ​ທ່ານ​ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສັງຄົມ​ສະຫະພັນ ​ເຢຍລະ​ມັນ Hubertus Heil, ຮອງ​ລັດຖະມົນຕີ​ກະຊວງ ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ຫງວຽນ​ວັນ​ຟຸກ ​ແລະ ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ. ຄຽງ​ຂ້າງ​ແຂວງ ບິ່ງ​ເຢືອງ, ມີ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຫວູວັນ​ມິນ.

ປະທານ​ປະ​ເທດ ​ເຢຍລະ​ມັນ ຢ້ຽມຢາມ​ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ. ພາບ: TTXVN

ພາຍຫຼັງ​ຢ້ຽມຢາມ​ຫ້ອງ​ທົດ​ລອງ​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ, ທ່ານ​ປະທານ​ປະ​ເທດ Frank-Walter Steinmeier ​ໄດ້​ກ່າວ​ຄຳ​ປາ​ໄສ​ໃຫ້​ບັນດາ​ນັກ​ສຶກສາ​ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ ນັບ​ຮ້ອຍ​ຄົນ.

ທ່ານ​ປະທານ​ປະ​ເທດ ​ເຢຍລະ​ມັນ ​ໃຫ້​ຮູ້​ວ່າ, ທ່ານ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່ ຫວຽດນາມ ​ໃນ​ປະຈຸ​ບັນ, ​ແມ່ນ​ການ​ສົມທົບ​ກັນ​ຢ່າງ​ດີງາມ​ຂອງ​ບັນດາ​ປະ​ເພນີ ​ແລະ ທັນ​ສະ​ໄໝ. ທ່ານ​ຢືນຢັນ​ວ່າ: ​ເຖິງ​ວ່າ​ເຢຍລະ​ມັນ ​ແລະ ຫວຽດນາມ ຢູ່​ຫ່າງ​ໄກ​ກັນ​ກວ່າ 10.000 ກິ​ໂລ​ແມັດ, ​ແຕ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ບໍ່​ຫ່າງ​ໄກ. ເຢຍລະ​ມັນ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ໜູນ​ຊ່ວຍ​ສອງ​ຝ່າຍ​ໃຫ້​ຫວຽດນາມ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ຫັນປ່ຽນ​ດ້ານ​ນິ​ເວດ, ພື້ນຖານ​ໂຄງ​ລ່າງ, ພື້ນຖານ ​ເສດຖະກິດ ...

ທ່ານ​ປະ​ທານ​ປະ​ເທດ​ສະ​ຫະ​ພັນ​ລັດ​ຖະ​ບານ​ກາງ​ເຢຍ​ລະ​ມັນ Frank-Walter Steinmeier ກ່າວ​ຄຳ​ເຫັນ​ທີ່​ການ​ຢ້ຽມ​ຢາມ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ - ເຢຍ​ລະ​ມັນ. ພາບ: TTXVN

ທ່ານ​ປະທານ​ປະ​ເທດ ​ເຢຍລະ​ມັນ ຕີ​ລາຄາ​ສູງ​ບົດບາດ ​ແລະ ຄວາມ​ສຳຄັນ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ​ໃນ​ເວທີ​ໂລກ. ນອກ​ນັ້ນ, ທ່ານ​ຍັງ​ໄດ້​ຊີ້​ອອກ​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ທີ່​ສອງ​ປະ​ເທດ​ພວມ​ປະ​ເຊີນ​ໜ້າ​ຢູ່​ໃນ​ສະພາບ​ການ​ຜັນ​ແປ​ຫລາຍ​ຢ່າງ​ຂອງ​ໂລກ. ທ່ານ​ເຊື່ອ​ໝັ້ນ​ວ່າ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ປະຕິບັດ​ລະບຽບ​ການ​ຢ່າງ​ຖືກຕ້ອງ, ​ເຄົາລົບ​ກົດໝາຍ​ສາກົນ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ຫຼາຍ​ດ້ານ. ຕາມ​ທ່ານ​ແລ້ວ, ນີ້​ຈະ​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຮ່ວມ​ກັນ.

ທ່ານ​ປະທານ​ປະ​ເທດ ​ເຢຍລະ​ມັນ ຕີ​ລາຄາ​ໂຄງການ​ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ ​ແມ່ນ “ໂຄງການ​ປະ​ທະ​ກັນ” ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ. ​ເຢຍລະ​ມັນ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ, ​ເພີ່ມ​ທະວີ​ການ​ຝຶກ​ອົບຮົມ​ຂອງ​ມະຫາວິທະຍາ​ໄລ​ໃນ​ປະຈຸ​ບັນ​ເປັນ​ສອງ​ເທົ່າ.

ປະທານ​ປະ​ເທດ ​ເຢຍລະ​ມັນ ຢ້ຽມຢາມ​ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ. ພາບ: TTXVN

ພ້ອມ​ກັບ​ຄຳ​ປາ​ໄສ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຢຍລະ​ມັນ, ທ່ານ Hubertus Heil ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສັງຄົມ ສະຫະພັນ ​ເຢຍລະ​ມັນ ກໍ່​ມີ​ການ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ນັກ​ສຶກສາ​ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ. ຄຽງ​ຄູ່​ກັບ​ນັ້ນ​ແມ່ນ​ການ​ແລກປ່ຽນ​ລະຫວ່າງ​ວິ​ສາ​ຫະກິດ ​ເຢຍລະ​ມັນ ກັບ​ບັນດາ​ຄູ​ອາຈານ ​ແລະ ນັກ​ສຶກສາ​ຂອງ​ໂຮງຮຽນ ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ວິ​ສາ​ຫະກິດ ​ແລະ ມະຫາວິທະຍາ​ໄລ; ຄວາມ​ຕ້ອງການ​ດ້ານ​ແຮງ​ງານ, ຄວາມ​ສາມາດ​ຂອງ​ນັກ​ສຶກສາ​ຫຼັງ​ຮຽນ​ຈົບ...

ປະທານາທິບໍດີ​ເຢຍລະ​ມັນ Frank-Walter Steinmeier ​ໄດ້​ປູກ​ຕົ້ນ​ໄມ້​ທີ່​ລະນຶກ​ຢູ່​ໃນ​ວິທະຍາ​ເຂດ.

ຕາມ​ໜັງສືພິມ VNA/Tin Tuc


ທີ່ມາ

(0)

ເຕັມ​ໄປ​ດ້ວຍ​ງານ​ແຕ່ງ​ດອງ​ທີ່​ຈັດ​ຂຶ້ນ​ເປັນ​ເວ​ລາ 7 ວັນ ແລະ ຄືນ​ຢູ່ ຝູ​ກວກ
ຂະບວນແຫ່ເຄື່ອງແຕ່ງກາຍບູຮານ: ຄວາມສຸກຮ້ອຍດອກໄມ້
Bui Cong Nam ແລະ Lam Bao Ngoc ແຂ່ງຂັນໃນສຽງສູງ
ຫວຽດນາມ​ແມ່ນ​ຈຸດໝາຍ​ປາຍທາງ​ມໍລະດົກ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ໃນ​ປີ 2025

ມໍລະດົກ

ຮູບ

ທຸລະກິດ

ເຄາະ​ປະ​ຕູ​ປະ​ເທດ​ຟ້າ​ຂອງ​ໄທ​ຫງວຽນ​

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC