ຕາມຂ່າວສານຊິນຮວາ: ວັນທີ 16 ກັນຍານີ້, ທ່ານວຼາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ, ທະຫານ 100.000 ຄົນຈະເຂົ້າຮ່ວມການ ຊ້ອມຮົບ ຮ່ວມຣັດເຊຍ-ເບລາຣຸດທີ່ມີຊື່ວ່າ Zapad-2025. ຮູບພາບ: Tass.
ການຊ້ອມຮົບດັ່ງກ່າວໄດ້ດຳເນີນໄປແຕ່ວັນທີ 12 – 16 ກັນຍານີ້ ຢູ່ສະໜາມຝຶກຊ້ອມ 41 ແຫ່ງຢູ່ລັດເຊຍ ແລະ ເບລາຣຸດ ດ້ວຍການເຂົ້າຮ່ວມຂອງທະຫານ 100.000 ຄົນ, ເຄື່ອງອຸປະກອນການທະຫານ 10.000 ລຳ, ໃນນັ້ນມີເຮືອບິນ 333 ລຳ ແລະ ກຳປັ່ນຮົບ 247 ລຳ. ຮູບພາບ: Tass.
ທ່ານປະທານາທິບໍດີ ລັດເຊຍ Putin ໃຫ້ຮູ້ວ່າ: “ຈຸດປະສົງຂອງການຊ້ອມຮົບແມ່ນເພື່ອຝຶກຊ້ອມບັນດາອົງປະກອບທີ່ຈຳເປັນເພື່ອປົກປັກຮັກສາ ອະທິປະໄຕ , ຜືນແຜ່ນດິນອັນຄົບຖ້ວນ ແລະ ປ້ອງກັນບັນດາການກະທຳຮຸກຮານ ແລະ ການບຸກລຸກ,”. ຮູບພາບ: Tass.
ສື່ມວນຊົນລັດເຊຍລາຍງານວ່າ, ໂດຍອ້າງອີງຕາມແຫຼ່ງຂ່າວຈາກວັງ Kremlin, ອິນເດຍ, ອີຣານ ແລະ ພັນທະມິດອື່ນໆຂອງຣັດເຊຍຈາກອາຊີແລະອາຟຼິກາໄດ້ເຂົ້າຮ່ວມການຊ້ອມຮົບ Zapad-2025. ຮູບພາບ: Tass.
ຕາມຂ່າວ TASS ໃນວັນທີ 16 ກັນຍານີ້, ທ່ານປະທານາທິບໍດີ Putin ໄດ້ໃສ່ຊຸດທະຫານໄປກວດກາສະໜາມຝຶກຊ້ອມ Mulino ຢູ່ເຂດ Nizhny Novgorod ໃນຂອບເຂດການຊ້ອມຮົບ Zapad-2025. ຮູບພາບ: Tass.
ໃນໄລຍະຢ້ຽມຢາມສະໜາມຝຶກຊ້ອມ Mulino, ຜູ້ນຳລັດເຊຍ Putin ໄດ້ກວດກາບັນດາອາວຸດ, ກຳລັງທະຫານ ແລະ ອຸປະກອນພິເສດທີ່ເຂົ້າຮ່ວມການຊ້ອມຮົບ. ຮູບພາບ: Tass.
ເປັນທີ່ຮູ້ກັນວ່າ, ມີ 65 ຫົວໜ່ວຍໄດ້ເຂົ້າຮ່ວມງານວາງສະແດງອາວຸດຍຸດໂທປະກອນ ແລະ ອຸປະກອນການທະຫານພິເສດ, ວາງສະແດງຜະລິດຕະພັນ 405 ໂຕຢູ່ສະໜາມຝຶກຊ້ອມ Mulino. ພາບ: Sputnik. ທີ່ມາ: https://khoahocdoisong.vn/ong-putin-thi-sat-thao-truong-mulino-trong-khuon-kho-tap-tran-zapad-2025-post2149053715.html
(0)