
ລາງວັນວາລະສານແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ຄັ້ງທີ 2 ແມ່ນເນັ້ນໃສ່ 3 ຫົວຂໍ້ຕົ້ນຕໍຄື: ສົ່ງເສີມການປ້ອງກັນ ແລະ ຕອບໂຕ້ຄວາມຮຸນແຮງທາງເພດ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນການຫັນເປັນດິຈິຕອລ ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນການພັດທະນາ ເສດຖະກິດ . ນີ້ແມ່ນບັນດາຂົງເຂດສຳຄັນ, ສະແດງໃຫ້ເຫັນບັນດາສິ່ງທ້າທາຍ ແລະ ຄວາມມານະພະຍາຍາມຊຸກຍູ້ຄວາມສະເໝີພາບທາງເພດຢູ່ ຫວຽດນາມ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງຮອງປະທານຄະນະບໍລິຫານງານສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະຫະພັນແມ່ຍິງຫວຽດນາມ ຫງວຽນທິຢວານ ໃຫ້ຮູ້ວ່າ: ປະຈຸບັນ ຫວຽດນາມ ແມ່ນສະມາຊິກຄະນະບໍລິຫານງານແມ່ຍິງ ສປຊ ອາຍຸການ 2025-2027. ປະຕິບັດທິດທາງຂອງທ່ານເລຂາທິການໃຫຍ່ To Lam , ສະຫະພັນແມ່ຍິງ ຫວຽດນາມ ພວມຕັ້ງໜ້າຊຸກຍູ້ຄວາມສະເໝີພາບທາງດ້ານເພດ, ຮັບປະກັນໃຫ້ແມ່ຍິງເຂົ້າຮ່ວມ ແລະ ປະກອບສ່ວນຢ່າງແຮງກວ່າອີກໃນ 3 ການຫັນເປັນໃຫຍ່ຂອງປະເທດຄື: ການຫັນເປັນສີຂຽວ - ການຫັນເປັນດີຈີຕອນ - ພັດທະນາແຫຼ່ງຊັບພະຍາກອນມະນຸດ.
ທ່ານນາງ Caroline Nyamayemombe, ຜູ້ຕາງຫນ້າແມ່ຍິງ ສປຊ ປະຈໍາ ຫວຽດນາມ ເນັ້ນໜັກວ່າ, ການປະກວດຄັ້ງນີ້ແມ່ນເປັນການຮັບຮູ້ເຖິງບົດບາດທີ່ຂາດບໍ່ໄດ້ຂອງສື່ມວນຊົນໃນສິ່ງທ້າທາຍດ້ານບົດບາດຍິງ-ຊາຍ ແລະ ການສ້າງສາສັງຄົມທີ່ແມ່ຍິງ ແລະ ຜູ້ຊາຍມີໂອກາດເທົ່າທຽມກັນໃນການພັດທະນາ.
ຄະນະຈັດຕັ້ງກ່າວວ່າ, ລາງວັນນັກຂ່າວແຫ່ງຊາດຄັ້ງທີ 2 ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍຈະຄັດເລືອກເອົາຜົນງານໃນ 4 ໝວດຄື: ພິມຈຳໜ່າຍ, ເອເລັກໂຕຼນິກ, ວິທະຍຸ ແລະ ໂທລະພາບ. ວຽກງານດັ່ງກ່າວຈະໄດ້ຮັບການອະນຸຍາດເຜີຍແຜ່ ແລະ ອອກອາກາດທາງສື່ມວນຊົນແຕ່ວັນທີ 1 ທັນວາ 2024 ຫາວັນທີ 30 ມີນາ 2026.
ຄະນະຈັດຕັ້ງຈະມອບລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 1 ລາງວັນ, ລາງວັນທີສາມ 2 ລາງວັນ ແລະ ລາງວັນຊົມເຊີຍ 2 ລາງວັນໃນແຕ່ລະປະເພດ. ພິທີມອບລາງວັນຄາດວ່າຈະຈັດຂຶ້ນໃນເດືອນມິຖຸນາ 2026.
ທີ່ມາ: https://www.sggp.org.vn/phat-dong-giai-bao-chi-toan-quoc-ve-binh-dang-gioi-lan-thu-2-post825541.html






(0)