ວັນທີ 14 ສິງຫາ, ສະມາຄົມ ວິທະຍາສາດ ແລະ ເຕັກໂນໂລຊີນະຄອນໂຮ່ຈິມິນ ໄດ້ສົມທົບກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນ ໂຮ່ຈີມິນ ແລະ ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຕັ້ງງານແຂ່ງຂັນປະດິດສ້າງເຕັກນິກນະຄອນໂຮ່ຈີມິນ ຄັ້ງທີ 28 – 2024.
ການປະກວດເພື່ອແນໃສ່ເຊີດຊູຈິດໃຈຫົວຄິດປະດິດສ້າງຂອງນັກວິທະຍາສາດ, ນັກຊ່ຽວຊານ, ກຳມະກອນ, ພະນັກງານລັດຖະບານນະຄອນ ໂຮ່ຈິມິນ. ຜ່ານນັ້ນ, ຄົ້ນຄ້ວາ ແລະ ຄົ້ນພົບບັນດາວິທີແກ້ໄຂຢ່າງມີຫົວຄິດປະດິດສ້າງໃນຂົງເຂດວິທະຍາສາດ - ເຕັກໂນໂລຢີ ແລະ ເຕັກໂນໂລຊີນຳໃຊ້ໃນການຜະລິດ ແລະ ຊີວິດ, ປະກອບສ່ວນພັດທະນາ ເສດຖະກິດ - ສັງຄົມ ຂອງນະຄອນ ໂຮ່ຈີມິນ.
ທ່ານ ເລແທງມິນ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ການປະກວດໄດ້ດຳເນີນໃນ 6 ຂົງເຂດຄື: ບຳລຸງສ້າງສຸຂະພາບ ; ເຕັກໂນໂລຊີຊີວະພາບ; ເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕຣນິກ, ໂທລະຄົມມະນາຄົມ; ເຕັກໂນໂລຊີວັດສະດຸ, ສິ່ງແວດລ້ອມ; ກົນໄກ, ອັດຕະໂນມັດ… ບັນດາວິທີແກ້ໄຂເຂົ້າຮ່ວມງານປະກວດຕ້ອງນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດ - ສັງຄົມ, ແຕກຕ່າງຈາກບັນດາວິທີແກ້ໄຂທີ່ຄ້າຍຄືກັນຢູ່ຫວຽດນາມ. ກຳນົດເວລາຮັບສະໝັກແມ່ນວັນທີ 31 ທັນວາ 2024.
ທີ່ງານປະກວດປະດິດສ້າງເຕັກນິກນະຄອນໂຮ່ຈີມິນຄັ້ງທີ 27 ປີ 2023, ຄະນະຈັດຕັ້ງໄດ້ຄັດເລືອກເອົາ 145 ໃບສະໝັກ ແລະ ມອບລາງວັນໃຫ້ 33 ແອັບພລິເຄຊັ່ນ ດ້ວຍວິທີແກ້ໄຂ ແລະ ຫົວຂໍ້ທີ່ສາມາດນຳໃຊ້ເຂົ້າໃນການປະຕິບັດຕົວຈິງ.
ບຸຍຕວນ
ທີ່ມາ: https://www.sggp.org.vn/phat-dong-hoi-thi-sang-tao-ky-thuat-tphcm-lan-28-2024-post754108.html
(0)