ວັນທີ 22 ພຶດສະພານີ້, ທ່ານ ເລກວກແອງ, ເລຂາຄະນະພັກນະຄອນ ຟູ໋ກວກ (ແຂວງ ກຽນຢາງ ) ໄດ້ລົງນາມໃນເອກະສານກ່ຽວກັບການຢຸດຕິການເຄື່ອນໄຫວເອກະສານຊົ່ວຄາວໃຫ້ແກ່ພະນັກງານ, ສະມາຊິກພັກທີ່ເປັນການນຳທຸກຂັ້ນໄປຕ່າງປະເທດ.

ຕາມນັ້ນແລ້ວ, ຄະນະປະຈຳພັກນະຄອນ ໄດ້ຕັດສິນໃຈໂຈະການອອກໃບອະນຸຍາດອອກໄປຕ່າງປະເທດຊົ່ວຄາວໃຫ້ບັນດາສະມາຊິກພັກ, ການນຳບັນດາອົງການ, ກົມກອງ, ອົງການຈັດຕັ້ງຂອງນະຄອນ; ເລຂາ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ຂຶ້ນກັບຄະນະພັກເມືອງ; ແລະ ການນຳຄະນະກຳມະການປະຊາຊົນຂັ້ນບ້ານ. ຍົກເວັ້ນແຕ່ບັນດາຜູ້ທີ່ໄດ້ຮັບການມອບໝາຍໃຫ້ເຂົ້າຮ່ວມບັນດາຄະນະເຮັດວຽກທີ່ຈັດຕັ້ງໂດຍຄະນະປະຈຳພັກແຂວງ ແລະ ຄະນະກຳມະການປະຊາຊົນແຂວງ ກຽນຢາງ.
ການເຄື່ອນໄຫວດັ່ງກ່າວເພື່ອແນໃສ່ເພີ່ມທະວີການນຳພາ ແລະ ທິດທາງໃນການແກ້ໄຂວຽກງານສຳຄັນຂອງເມືອງ ແລະ ຂັ້ນເມືອງ ແຕ່ນີ້ຮອດທ້າຍປີ 2024. ໂດຍສະເພາະແມ່ນການແກ້ໄຂບາງວຽກງານຮີບດ່ວນເຊັ່ນ: ການຄຸ້ມຄອງທີ່ດິນ, ກໍ່ສ້າງ, ສິ່ງແວດລ້ອມ, ບໍ່ແຮ່...
ພ້ອມກັນນັ້ນ, ໄດ້ສຸມໃສ່ຊີ້ນຳນຳພາ ແລະ ແກ້ໄຂບັນດາຂໍ້ບົກຜ່ອງ ແລະ ຂໍ້ຈຳກັດຕາມບົດສະຫຼຸບຂອງຄະນະພັກແຂວງ ແລະ ຄະນະປະຈຳພັກແຂວງ ເພື່ອຮັບປະກັນຄວາມຄືບໜ້າຂອງແຜນການທີ່ໄດ້ວາງອອກໃຫ້ຖືກຕ້ອງຕາມຄາດໝາຍ.
ທີ່ມາ: https://vietnamnet.vn/phu-quoc-tam-dung-cho-lanh-dao-cac-cap-di-nuoc-ngoai-2283478.html






(0)