ກອງປະຊຸມສຳມະນາ “ຫວຽດນາມເທິງຈໍ: ສຽງພາກພື້ນ - ໄປຮອດທົ່ວໂລກ” ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາຜູ້ຊ່ຽວຊານຮູບເງົາ, ນັກຜະລິດ, ຜູ້ຕາງໜ້າບັນດາໂຮງຮູບເງົາໃຫຍ່ຢູ່ ຍີ່ປຸ່ນ ແລະ ບັນດານັກສ້າງຮູບເງົາຫວຽດນາມ. 2 ກອງປະຊຸມປຶກສາຫາລື “ຮູບເງົາບໍ່ມີຊາຍແດນ: ຫວຽດນາມ ໃນສະພາບການອາຊີ ແລະ ໃນໂລກ” ແລະ “ການສາຍຮູບເງົາຫວຽດນາມ: ທ່າແຮງ ແລະ ການປະຕິບັດ” ໄດ້ນຳເອົາຄວາມເຂົ້າໃຈຫລາຍຢ່າງ ແລະ ຊີ້ອອກວ່າ, ກຸນແຈໃນການພັດທະນາແມ່ນ “ການຮ່ວມມື”.
ກ່າວຄຳເຫັນທີ່ໄຂກອງປະຊຸມ, ທ່ານນາງ ດຣ ຫງວຽນເຟືອງລານ, ປະທານ VFDA, ຜູ້ອຳນວຍການສູນກາງຮູບເງົາອາຊີ ດ່ານັງ (DANAFF) ເນັ້ນໜັກວ່າ: ກອງປະຊຸມແມ່ນເວທີປາໄສປຶກສາຫາລືກ່ຽວກັບວິທີເຊື່ອມຕໍ່ຮູບເງົາຫວຽດນາມ ກັບຮູບເງົາອາຊີ, ພິເສດແມ່ນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້...
ຕາມທ່ານ ດຣ ໂງເຟືອງລານ ແລ້ວ, VFDA ຈະເຂົ້າຮ່ວມ TIFF ຄັ້ງທີ 38, ດ້ວຍບັນດາການເຄື່ອນໄຫວໃຫຍ່ ແລະ ມີຄວາມຫຼາກຫຼາຍກວ່າປີ 2019 ແລະ 2022. ຜ່ານບັນດາການເຄື່ອນໄຫວໂຄສະນາຮູບເງົາຢູ່ TIFF, VFDA ຫວັງວ່າ ຈະສືບຕໍ່ໂຄສະນາຮູບເງົາ ຫວຽດນາມ ໃນຕະຫຼາດສາກົນ ແລະ ບັນດາງານບຸນຮູບເງົາທີ່ສໍາຄັນ.

ກອງປະຊຸມສຳມະນາ “ຫວຽດນາມເທິງໜ້າຈໍ: ສຽງຂອງພາກພື້ນ – ກ້າວໄປເຖິງທົ່ວໂລກ” ໄດ້ສະແດງໃຫ້ເຫັນບັນດາຮູບພາບອັນກວ້າງຂວາງກ່ຽວກັບການພັດທະນາຂອງຮູບເງົາຫວຽດນາມ. ບັນດາຜູ້ແທນໄດ້ເນັ້ນໜັກເຖິງການປ່ຽນແປງຢ່າງຕັ້ງໜ້າຂອງສະພາບແວດລ້ອມການຜະລິດຮູບເງົາພາຍໃນປະເທດ ແລະ ຖືວ່າ “ການຮ່ວມມື” ແມ່ນກຸນແຈທີ່ຫຼີກລ່ຽງບໍ່ໄດ້ເພື່ອມຸ່ງໄປເຖິງ ໂລກ . ພິເສດ, ທີ່ກອງປະຊຸມສົນທະນາເປີດກວ້າງ, ບັນດາຜູ້ຜະລິດ, ນັກຊ່ຽວຊານສາກົນຫຼາຍຄົນສະແດງຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນໄລຍະຈະມາເຖິງ. ບັນດານັກ Animation ຍີ່ປຸ່ນ ໄດ້ຕັ້ງຄຳຖາມຫຼາຍຢ່າງກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງຫຼັງການຜະລິດ ແລະ ຄວາມເປັນໄປໄດ້ໃນການຮ່ວມມືດ້ານການຜະລິດ Animation ຢູ່ ຫວຽດນາມ, ສະແດງໃຫ້ເຫັນຄວາມສົນໃຈຢ່າງຈະແຈ້ງກ່ຽວກັບຄວາມສາມາດບົ່ມຊ້ອນດ້ານເຕັກນິກ, ສ້າງສັນຂອງນັກສ້າງຮູບເງົາໜຸ່ມ ຫວຽດນາມ.
ພິເສດອີກຄັ້ງໜຶ່ງໃນບັນດາການເຄື່ອນໄຫວຂອງ VFDA ຢູ່ TIFF ຄັ້ງທີ 38 ແມ່ນ Vietnam Night – ເປັນຄືນການແລກປ່ຽນວັດທະນະທຳຂອງໂຮງຮູບເງົາຫວຽດນາມ ຢູ່ ໂຕກຽວ. ງານມະໂຫລານໄດ້ດຶງດູດແຂກສາກົນ, ການນຳຂັ້ນສູງ, ຜູ້ຕາງໜ້າອົງການວັດທະນະທຳແລະຮູບເງົາຫວຽດນາມ ແລະ ຍີ່ປຸ່ນ, ນັກຜະລິດຮູບເງົາ, ຜູ້ກຳກັບ, ນັກສະແດງ, ນັກທຸລະກິດ, ນັກລົງທຶນ ແລະ ອື່ນໆກວ່າ 350 ຄົນ.

ລາຍງານກ່ຽວກັບເຫດການ, ນັກຂ່າວ ຍີ່ປຸ່ນ ໄດ້ຕີລາຄາດ້ານດີຂອງໂຮງຮູບເງົາ ຫວຽດນາມ, ໂທລະພາບ TBS ຍີ່ປຸ່ນ ໄດ້ໃຫ້ຄຳເຫັນວ່າ: “ໃນຊຸມປີມໍ່ໆມານີ້, ຂະແໜງຮູບເງົາ ຫວຽດນາມ ພວມພັດທະນາຢ່າງແຂງແຮງ, ປົກກະຕິແມ່ນການຈັດຕັ້ງຂອງ Festival ຮູບເງົາ ອາຊີ - DANAFF”.
ແຕ່ວັນທີ 29 – 31/10, ຢູ່ສູນວາງສະແດງ Ikebukuro, VFDA ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບັນດາທ້ອງຖິ່ນນະຄອນ ດ່າໜັງ, ກວາງນິງ, ເຊີນລາ, ດ້ຽນບຽນ , ຫາຍຟ່ອງ ເພື່ອຈັດຕັ້ງງານວາງສະແດງຮູບເງົາ ແລະ ສະຖານທີ່ສາຍຮູບເງົາຫວຽດນາມ. TIFFCOM 2025 ມີຫ້ອງວາງສະແດງ 322 ແຫ່ງ, ໃນນັ້ນມີຫຼາຍຮ້ານວາງສະແດງຂອງບັນດາອົງການຮູບເງົາທີ່ມີຊື່ສຽງຄື: ສະພາຮູບເງົາສ.ເກົາຫຼີ (KOFIC, ສ.ເກົາຫຼີ), ຄະນະກຳມະການຮູບເງົາໂຕກຽວ (ຍີ່ປຸ່ນ), Warner Bros Pictures (ອາເມລິກາ), ຫ້ອງການຮູບເງົາໄທ (ໄທ)...

ທ່ານ ດຣ ຫງວຽນເຟືອງລານ ແບ່ງປັນວ່າ: “ນີ້ແມ່ນຄັ້ງທຳອິດ ຫວຽດນາມ ໄດ້ມີສະຖານທີ່ໂຄສະນາເອກະລາດຢູ່ງານມະໂຫລານຮູບເງົາ A-Class, ເປີດບາດກ້າວໃໝ່ເພື່ອເຮັດໃຫ້ ຫວຽດນາມ ກາຍເປັນຈຸດໝາຍປາຍທາງຂອງຜູ້ຜະລິດຮູບເງົາຢູ່ ອາຊີ ແລະ ທົ່ວໂລກ.
ທີ່ມາ: https://cand.com.vn/Chuyen-dong-van-hoa/quang-ba-toan-dien-dien-anh-viet-nam-tai-lien-hoa-phim-quoc-te-tokyo-2025-i786665/






(0)