
ແຜນງານດັ່ງກ່າວເປັນສ່ວນໜຶ່ງຂອງວຽກງານຄວາມປອດໄພການສັນຈອນຂອງຊຸມຊົນທີ່ປະຕິບັດໂດຍ TVF ທົ່ວປະເທດ, ໂດຍປາດຖະໜາຢາກປະກອບສ່ວນປົກປ້ອງຊີວິດ ແລະ ປູກຈິດສຳນຶກກ່ຽວກັບຄວາມປອດໄພທາງນ້ຳໃຫ້ແກ່ປະຊາຊົນໃນເຂດທີ່ມີຄວາມສ່ຽງຕໍ່ລົມພະຍຸ ແລະ ໄພນໍ້າຖ້ວມເລື້ອຍໆ.
ນີ້ແມ່ນປີທຳອິດທີ່ກອງທຶນ TVF ໄດ້ຮັບການຜັນຂະຫຍາຍເພື່ອໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພທຳມະຊາດ, ພ້ອມທັງເຜີຍແຜ່ຈິດໃຈຮັບຜິດຊອບຕໍ່ສັງຄົມ ແລະ ຄວາມໝັ້ນຄົງຂອງຊຸມຊົນ.

ນອກຈາກຈຸດບໍລິຈາກຢູ່ແຂວງ ໄທງວຽນ, ເດືອນຕຸລານີ້, ໂຄງການຍັງຈະສືບຕໍ່ເດີນທາງໄປແຂວງ ຮ່າຕິ້ງ ແລະ ກວາງບິ່ງ - ສອງທ້ອງຖິ່ນພາກກາງທີ່ມັກຈະໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກພາຍຸ ແລະ ນ້ຳຖ້ວມ.
ໃນສະພາບທີ່ດິນຟ້າອາກາດນັບມື້ນັບຮ້າຍແຮງ, ຫຼາຍຂົງເຂດຢູ່ ຫວຽດນາມ ພວມປະເຊີນໜ້າກັບຝົນຕົກໜັກ, ນ້ຳຖ້ວມ ແລະ ດິນເຈື່ອນ, ສົ່ງຜົນສະທ້ອນເຖິງຊີວິດຂອງປະຊາຊົນຢ່າງຮ້າຍແຮງ. ຜ່ານລາຍການນີ້, ກອງທຶນ TVF ຫວັງວ່າຈະປະກອບສ່ວນໜູນຊ່ວຍຢ່າງທັນການ, ຍົກສູງຄວາມຮັບຮູ້ດ້ານຄວາມປອດໄພ ແລະ ເຜີຍແຜ່ຈິດໃຈແບ່ງປັນ, ເຮັດວຽກຮ່ວມກັບປະຊາຄົມເພື່ອມຸ່ງໄປເຖິງປະເທດຫວຽດນາມ ທີ່ປອດໄພ ແລະ ຍືນຍົງກວ່າ.
ໃນໄລຍະ 30 ປີແຫ່ງການໄປຄຽງຄູ່ກັບການພັດທະນາຂອງປະເທດ, ພ້ອມທັງມານະພະຍາຍາມນຳບັນດາຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບດີທີ່ສຸດໃຫ້ແກ່ລູກຄ້າ, Toyota ຍາມໃດກໍ່ມຸ່ງໄປເຖິງການພັດທະນາແບບຍືນຍົງຢູ່ ຫວຽດນາມ ແລະ “ກາຍເປັນພົນລະເມືອງດີຢູ່ທ້ອງຖິ່ນ” ໂດຍຜ່ານການປະຕິບັດຫຼາຍກິດຈະກຳທີ່ມີຄວາມໝາຍສັງຄົມໃນບັນດາຂົງເຂດຄື: ຄວາມປອດໄພຈະລາຈອນ, ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ປົກປັກຮັກສາສິ່ງແວດລ້ອມ ແລະ ວັດທະນະທຳສັງຄົມ. ບັນດາການປະກອບສ່ວນດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງວິສາຫະກິດເທົ່ານັ້ນ ຫາກຍັງແມ່ນຄຳໝັ້ນສັນຍາອັນຍາວນານຂອງ Toyota ໃນການສ້າງອະນາຄົດທີ່ດີກວ່າເກົ່າໃຫ້ແກ່ປະຊາຊົນຫວຽດນາມ.
ທີ່ມາ: https://nhandan.vn/quy-toyota-viet-nam-tang-ao-phao-cuu-sinh-cho-nguoi-dan-thai-nguyen-post916179.html
(0)