ອີຢິບ, ອາເມລິກາ ແລະ ກາຕາ ພວມພະຍາຍາມທຳການເຈລະຈາໂດຍທາງອ້ອມລະຫວ່າງ ອິດສະຣາແອນ ແລະ Hamas ເພື່ອບັນລຸການຢຸດຕິການປະທະກັນຢູ່ເຂດ Gaza.
ຕອນເຊົ້າວັນທີ 26 ຕຸລານີ້, ກອງທັບອິສຣາແອນໄດ້ດຳເນີນການບຸກໂຈມຕີທາງອາກາດໃສ່ເປົ້າໝາຍ ທາງການທະຫານ ຢູ່ອີຣານ. (ທີ່ມາ: Times of Israel) |
ໃນຄວາມພະຍາຍາມທີ່ຈະດຳເນີນການເຈລະຈາຄືນໃໝ່ເພື່ອບັນລຸຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ, ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພແລະທະຫານອາວຸໂສຂອງເອຢິບໄດ້ພົບປະກັບຫົວໜ້າອົງການສືບລັບ Mossad ແລະ ຄະນະຜູ້ແທນຈາກອົງການຄວາມໝັ້ນຄົງພາຍໃນ Shin Bet ຂອງ ອິດສະຣາແອນ.
ໃນກອງປະຊຸມຢູ່ນະຄອນຫຼວງໄຄໂຣ, ອີຢິບຢືນຢັນຄັດຄ້ານການເຄື່ອນໄຫວທາງການທະຫານຢູ່ເຂດກາຊາພາກເໜືອ. ອີຢິບຍັງໄດ້ເຕືອນກ່ຽວກັບຄວາມສ່ຽງທີ່ເກີດຈາກການກີດຂວາງການຊ່ວຍເຫຼືອດ້ານມະນຸດສະທຳຂອງ ອິດສະຣາແອນ ເຂົ້າເຂດກາຊາ.
ກ່ອນໜ້ານັ້ນ, ວັນທີ 24/10, ຄະນະຜູ້ແທນ Hamas ນຳໜ້າໂດຍຫົວໜ້າຄະນະເຈລະຈາ ແລະ ຮອງຜູ້ນຳເຂດກາຊາ ທ່ານ Khalil Al-Hayya ໄດ້ໄປຮອດນະຄອນຫຼວງ Cairo ເພື່ອພົບປະກັບທ່ານ Hassan Mahmoud Rashad ຫົວໜ້າອົງການສືບລັບ ອີຢິບ.
ໃນຖະແຫຼງການຫຼ້າສຸດ, ທ່ານນາຍົກລັດ ຖະມົນຕີ ກາຕາ Sheikh Mohammed bin Abdulrahman bin Jassim Al Thani ຢືນຢັນວ່າ, ອາເມລິກາ, ອີຢິບ ແລະ ກາຕາ ໄດ້ດຳເນີນບັນດາຄວາມມານະພະຍາຍາມເພື່ອບັນລຸໄດ້ສັນຍາຢຸດຍິງຢູ່ Gaza ແລະ ສັນຍາແລກປ່ຽນນັກໂທດ.
ກ່ຽວກັບການປະທະກັນຢູ່ຕາເວັນອອກກາງ, ລັດຖະບານອາເມລິກາໃນວັນທີ 26/10 ຮຽກຮ້ອງໃຫ້ອີຣານບໍ່ແກ້ແຄ້ນອິດສະຣາແອນ ເພື່ອຕັດກ້ຽວວຽນຂອງຄວາມຮຸນແຮງພາຍຫຼັງ Tel Aviv ໄດ້ບຸກໂຈມຕີບັນດາເປົ້າໝາຍຂອງ Tehran ໃນຕອນເຊົ້າວັນດຽວກັນ.
ເຈົ້າໜ້າທີ່ຂັ້ນສູງລັດຖະບານອາເມລິກາ ກ່າວວ່າ ປະທານາທິບໍດີ Joe Biden ແລະທີມງານຮັກສາຄວາມປອດໄພແຫ່ງຊາດຂອງທ່ານ ໄດ້ເຮັດວຽກຮ່ວມກັບອິດສະຣາແອນ ໃນອາທິດຜ່ານມາ ເພື່ອຮຽກຮ້ອງໃຫ້ Tel Aviv ດຳເນີນການໂຈມຕີໃນວິທີທີ່ຈະຫຼຸດຜ່ອນຄວາມເສຍຫາຍໃຫ້ພົນລະເຮືອນ.
ມື້ດຽວກັນ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ຮຽກຮ້ອງອີຣານບໍ່ໃຫ້ຕອບໂຕ້ການບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ແລະ ຮຽກຮ້ອງໃຫ້ທຸກຝ່າຍຈົ່ງອົດກັ້ນ.
ຕອນເຊົ້າວັນທີ 26 ຕຸລານີ້, ກອງທັບອິສຣາແອນໄດ້ດຳເນີນການບຸກໂຈມຕີທາງອາກາດໃສ່ເປົ້າໝາຍທາງການທະຫານຢູ່ອີຣານ, ໂດຍກ່າວເຖິງການແກ້ແຄ້ນຕໍ່ການໂຈມຕີຂອງເຕເຮຣານຕໍ່ອິສຣາແອນໃນຕົ້ນເດືອນນີ້.
ທີ່ມາ: https://baoquocte.vn/xung-dot-o-trung-dong-rao-riet-thuc-day-dam-phan-ve-ngung-ban-tai-gaza-keu-goi-iran-ngung-tra-dua-291499.html
(0)