ໂຄງການດັ່ງກ່າວໄດ້ດຳເນີນໄປໃນໄລຍະຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ To Lam ທີ່ສຳນັກງານໃຫຍ່ UNESCO, ໂດຍມີການເຂົ້າຮ່ວມຂອງທ່ານ Audrey Azoulay ຜູ້ອຳນວຍການໃຫຍ່ UNESCO ແລະ ບັນດາການນຳຂັ້ນສູງ.
ຕາມນັ້ນແລ້ວ, ບໍລິສັດຫຸ້ນສ່ວນ Sovico (ກຸ່ມບໍລິສັດ Sovico) ຈະເປັນຄູ່ຮ່ວມມືຍຸດທະສາດຂອງ UNESCO ຢູ່ ຫວຽດນາມ ໄລຍະ 2025 – 2035 ໃນການປະຕິບັດບັນດາຂໍ້ລິເລີ່ມພັດທະນາແບບຍືນຍົງຂອງ UNESCO ຢູ່ ຫວຽດນາມ, ໃນນັ້ນມີ: ໜູນຊ່ວຍບັນດາໂຄງການ, ການເຄື່ອນໄຫວສິລະປະປະດິດສ້າງໃນຂົງເຂດວັດທະນະທຳ, ຊຸກຍູ້ໂຄງການນະຄອນຫຼວງ ຮ່າໂນ້ຍ ປະດິດຄິດສ້າງ ແລະ ເປັນລະບົບຕ່ອງໂສ້ໂຮງຮຽນສ້າງສາໃນຂອບເຂດທົ່ວປະເທດ; ບົດບາດຂອງຊາວໜຸ່ມໃນບັນດາຂໍ້ລິເລີ່ມພັດທະນາ ເສດຖະກິດ ໃນຂົງເຂດວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ມະນຸດ, ບົນພື້ນຖານບັນດາຄຸນຄ່າວັດທະນະທຳ ແລະ ປະຫວັດສາດ.
ທ່ານນາງ Audrey Azoulay, ຜູ້ອໍານວຍການໃຫຍ່ UNESCO ແບ່ງປັນວ່າ: “ພວກເຮົາດີໃຈຫຼາຍຕໍ່ບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະການຮ່ວມມືກັບກຸ່ມບໍລິສັດ Sovico ເມື່ອມໍ່ໆມານີ້.
ກ່ອນໜ້ານັ້ນ, ໃນໄລຍະການຮ່ວມມື 2021 – 2025, ກຸ່ມບໍລິສັດ Sovico ແລະ UNESCO ໄດ້ລົງນາມໃນຂໍ້ຕົກລົງ ແລະ ສົມທົບກັນປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ ແລະ ແມ່ຍິງ ເພີ່ມທະວີການເຊື່ອມຕໍ່, ຜົນປະໂຫຍດທ້ອງຖິ່ນໃນບັນດາມໍລະດົກ ໂລກ ແລະ ນະຄອນສ້າງສັນທີ່ອົງການ UNESCO ຮັບຮອງຢູ່ຫວຽດນາມ”, ແນໃສ່ໜູນຊ່ວຍຫວຽດນາມ ກໍ່ສ້າງບັນດານະຄອນສ້າງສັນ, ພັດທະນາການທ່ອງທ່ຽວແບບຍືນຍົງຢູ່ບັນດາທ້ອງຖິ່ນຢູ່ເຂດແລວທາງທິດເໜືອພາກກາງ.
ນອກຈາກນັ້ນ, ໃນເດືອນກັນຍາ 2020, ອົງການ Sovico ແລະ ອົງການສະຫະປະຊາຊາດ ລວມມີ UNESCO, UNIDO ແລະ UN-Habitat ໄດ້ຮ່ວມມືປະຕິບັດໂຄງການ “ຮ່າໂນ້ຍ ຄິດຄືນໃໝ່” ເພື່ອໜູນຊ່ວຍ ຮ່າໂນ້ຍ ກາຍເປັນນະຄອນຫຼວງທີ່ສ້າງສັນຢູ່ ອາຊີ ແລະ ຫຼາຍການເຄື່ອນໄຫວທີ່ມີຄວາມໝາຍອື່ນໆ.
ຂໍ້ຕົກລົງຮ່ວມມືຍຸດທະສາດລະຫວ່າງກຸ່ມບໍລິສັດ Sovico ແລະ UNESCO ສະບັບນີ້ ແນໃສ່ການພົວພັນຮ່ວມມືໄລຍະຍາວ, ຮອບດ້ານ, ຫຼາຍຂົງເຂດ ດ້ວຍຈຸດສຸມບຸລິມະສິດ ຊຸກຍູ້ບັນດາການເຄື່ອນໄຫວວັດທະນະທຳ ຫວຽດນາມ ຜ່ານເຄືອຂ່າຍນະຄອນສ້າງສັນທົ່ວໂລກຂອງ UNESCO ຢູ່ ຫວຽດນາມ ແລະ ໂຄງການການສຶກສາດ້ວຍຕົວແບບໂຮງຮຽນມີຄວາມສຸກ; ປະກອບສ່ວນສ້າງເງື່ອນໄຂສຳຄັນ ເພື່ອແນໃສ່ປະຕິບັດບັນດາຄຳໝັ້ນສັນຍາຂອງ 2 ຝ່າຍກ່ຽວກັບບັນດາຂໍ້ລິເລີ່ມ ແລະ ເປົ້າໝາຍພັດທະນາແບບຍືນຍົງ ບົນພື້ນຖານບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ, ຮີດຄອງປະເພນີຂອງ ຫວຽດນາມ ແລະ ອິດທິພົນຊື່ສຽງສາກົນນັບມື້ນັບເລິກເຊິ່ງ.
ວິງພູ
ທີ່ມາ: https://vietnamnet.vn/sovico-va-unesco-ki-ket-van-kien-hop-tac-chien-luoc-2025-2035-2329985.html
(0)