
ເຫດການດັ່ງກ່າວສ້າງເວທີປາໄສເປີດກວ້າງບັນດາອົງການລັດຖະບານ, ສະມາຄົມວິສາຫະກິດ ແລະ ວິສາຫະກິດຂອງສອງປະເທດແລກປ່ຽນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍ, ລະບຽບການ, ການເຂົ້າເຖິງຕະຫຼາດ ແລະ ແມ່ນໂອກາດເພື່ອເຊື່ອມຕໍ່ບັນດາໂຄງການຮ່ວມມືທີ່ມີທ່າແຮງໃນຫຼາຍຂົງເຂດ, ໃນນັ້ນມີການຢາ ແລະ ອຸປະກອນ ການແພດ ລະຫວ່າງ ອິນໂດເນເຊຍ, ຫວຽດນາມ ແລະ ບັນດາຕະຫຼາດໂລກອື່ນໆ.
ກ່າວຄຳເຫັນນະທີ່ນີ້, ທ່ານ ດຣ ຫງວຽນຟຸກນາມ, ຮອງຫົວໜ້າກົມພັດທະນາຕະຫຼາດສາກົນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການພົວພັນດ້ານ ເສດຖະກິດ ສອງປະເທດ ຫວຽດນາມ - ອິນໂດເນເຊຍ ແມ່ນມີຫຼາຍຮູບຫຼາຍແບບ ແລະ ຫຼາຍຂົງເຂດ.
ສະເໜີ 4 ທິດທາງການຮ່ວມມືຕົ້ນຕໍເພື່ອຊຸກຍູ້ການພົວພັນດ້ານເສດຖະກິດສອງປະເທດ ຫວຽດນາມ - ອິນໂດເນເຊຍ.
ກ່ອນອື່ນໝົດ, ເພີ່ມທະວີການສົນທະນາດ້ານນະໂຍບາຍ ແລະ ເປັນເອກະພາບກັນລະຫວ່າງສອງລັດຖະບານໃນຂົງເຂດການຄ້າ ແລະ ການລົງທຶນ; ຍູ້ແຮງການຫັນເປັນດິຈິຕອນຂອງຂະບວນການນຳເຂົ້າ-ສົ່ງອອກ, ມຸ່ງໄປເຖິງການກໍ່ສ້າງລະບົບພາສີສະຫຼາດຂອງອາຊຽນ.
ສອງ, ຊຸກຍູ້ໃຫ້ບັນດາວິສາຫະກິດຂອງສອງປະເທດຮ່ວມມືດ້ານການຜະລິດໃນຂະແໜງການທີ່ມີມູນຄ່າເພີ່ມສູງຄື: ການຢາ, ອຸປະກອນການແພດ, ການປຸງແຕ່ງກະສິກຳ ແລະ ສະບຽງອາຫານ, ເອເລັກໂຕຣນິກ, ພະລັງງານຂຽວ ແລະ ຂົນສົ່ງ.

ທີສາມ, ຊຸກຍູ້ການເຊື່ອມໂຍງທຸລະກິດກັບວິສາຫະກິດ (B2B) ຜ່ານງານວາງສະແດງສິນຄ້າພິເສດ, ເວທີດີຈີຕອນ ແລະ ບັນດາໂຄງການປະດິດສ້າງ, ສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ເຂົ້າເຖິງກາລະໂອກາດຮ່ວມມື.
ທີສີ່, ເພີ່ມທະວີການພັດທະນາຊັບພະຍາກອນມະນຸດ, ການແລກປ່ຽນຜູ້ຊ່ຽວຊານແລະການຍົກຍ້າຍເຕັກໂນໂລຊີ, ໂດຍສະເພາະແມ່ນການຜະລິດສະຫຼາດ, ການຂົນສົ່ງ ແລະ ການຄຸ້ມຄອງຕ່ອງໂສ້ການສະໜອງ.
ທ່ານ ຫງວຽນຝູ໋ຈ້ອງ ເນັ້ນໜັກວ່າ, ລັດຖະບານ 2 ປະເທດພວມປະຕິບັດບັນດາເປົ້າໝາຍຄື: ການເຕີບໂຕສີຂຽວ, ເສດຖະກິດວົງວຽນ, ການຫັນເປັນດີຈີຕອນ, ໄດ້ສ້າງກາລະໂອກາດຫຼາຍຢ່າງໃຫ້ວິສາຫະກິດ 2 ຝ່າຍຊຸກຍູ້ການຮ່ວມມື. ພ້ອມກັນນັ້ນ, ສອງປະເທດຍັງເປັນສະມາຊິກຂອງສັນຍາການຄ້າສິນຄ້າອາຊຽນ, ສັນຍາການຄ້າເສລີອາຊຽນບວກໜຶ່ງກັບຄູ່ຮ່ວມມື ແລະ ຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ນີ້ແມ່ນພື້ນຖານນິຕິກຳທີ່ສະດວກໃຫ້ບັນດາວິສາຫະກິດຂຸດຄົ້ນ ແລະ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ ແລະ ການລົງທຶນ.

ກອງປະຊຸມປຶກສາຫາລືຫົວຂໍ້ທີ່ເວທີປາໄສໄດ້ສຸມໃສ່ການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດການຢາ ແລະ ອຸປະກອນການແພດ, ຄື: ກາລະໂອກາດ ແລະ ສິ່ງທ້າທາຍໃນການຮ່ວມມືສາກົນໃນຂົງເຂດສາທາລະນະສຸກ; ຊຸກຍູ້ການພົວພັນຄູ່ຮ່ວມມືຂ້າມຊາຍແດນໃນຂະແໜງສາທາລະນະສຸກ.
ທ່ານນາງ Febie Yoenza, ຮອງປະທານສະມາຄົມຜູ້ຜະລິດອຸປະກອນການແພດອິນໂດເນເຊຍ (ASPAK), ຖືວ່າ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືລະຫວ່າງສອງປະເທດ. ກ່ອນອື່ນໝົດ, ອິນໂດເນເຊຍມີກາລະໂອກາດສົ່ງອອກໄປຫວຽດນາມ. ນອກຈາກນັ້ນ, ຫວຽດນາມ ຍັງມີບັນດາຂະແໜງການອຸປະກອນການແພດທີ່ມີຫົວຄິດປະດິດສ້າງຫຼາຍຢ່າງ, ເຊັ່ນ: ອຸດສາຫະກຳຜະລິດເຄື່ອງຊ່ວຍເຫຼືອຫົວໃຈ, ອຸດສາຫະກຳຊອບແວທີ່ກ້າວໜ້າ. ສະນັ້ນ, ຫວຽດນາມ ມີກາລະໂອກາດຖ່າຍທອດເຕັກໂນໂລຊີໃຫ້ແກ່ຂະແໜງອຸປະກອນການແພດຢູ່ ອິນໂດເນເຊຍ. ນອກນີ້, ສອງປະເທດຍັງມີກາລະໂອກາດໃນການຮ່ວມມືຄົ້ນຄວ້າ ແລະ ພັດທະນາລະຫວ່າງບັນດາວິສາຫະກິດ ແລະ ມະຫາວິທະຍາໄລ ຫຼື ສະຖາບັນຄົ້ນຄວ້າ ແລະ ພັດທະນາ.
ທີ່ມາ: https://baotintuc.vn/kinh-te/viet-nam-indonesia-khai-thac-tiem-nang-hop-tac-kinh-te-da-linh-vuc-20251016220651123.htm
(0)