
ເຖິງວ່າຄຸນຄ່າທາງວັດຖຸຂອງອາຫານ ແລະຂອງຂັວນບໍ່ຍິ່ງໃຫຍ່, ແຕ່ພວກມັນມີຄວາມໝາຍທາງວິນຍານອັນເລິກເຊິ່ງ, ຊ່ວຍໃຫ້ຄົນເຈັບ ແລະ ຄອບຄົວຫຼຸດຜ່ອນພາລະຂອງເຂົາເຈົ້າ ແລະ ບັນເທົາຄວາມເປັນຫ່ວງໃນຊີວິດ.
ທັງນີ້ກໍ່ແມ່ນໂອກາດເພື່ອໃຫ້ພະນັກງານ, ນັກຮົບແຕ່ລະກອງບັນຊາການສະກັດກັ້ນ ແລະ ຕ້ານອັກຄີໄພເຂດ 9 ເສີມຂະຫຍາຍຄຸນຄ່າມະນຸດສະທຳ, ເຊີດຊູຈິດໃຈຄວາມຮັບຜິດຊອບຕໍ່ສັງຄົມ; ຍົກສູງຄວາມຮັບຮູ້ຂອງການຮັບໃຊ້ປະຊາຊົນບໍ່ພຽງແຕ່ໃນວຽກງານວິຊາຊີບເທົ່ານັ້ນ, ຫາກຍັງໃນການເຄື່ອນໄຫວຂອງຊຸມຊົນ.

ທ່ານ ພັນໂທ ເຈີ່ນກວກຕວນ, ຫົວໜ້າກອງບັນຊາການສະກັດກັ້ນ ແລະ ຕ້ານອັກຄີໄພ ເລກ 9 ໃຫ້ຮູ້ວ່າ, ບໍ່ພຽງແຕ່ປະຕິບັດໜ້າທີ່ປົກປັກຮັກສາຊີວິດ ແລະ ຊັບສິນຂອງປະຊາຊົນເທົ່ານັ້ນ, ພະນັກງານ, ນັກຮົບຂອງກົມກອງຍັງເອົາໃຈໃສ່ເບິ່ງແຍງດູແລ, ແບ່ງປັນໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກໃນຊີວິດປະຈໍາວັນອີກດ້ວຍ.
ຜ່ານການເຄື່ອນໄຫວແຈກຢາຍອາຫານ ແລະ ຂອງຂວັນໂດຍບໍ່ເສຍຄ່າ, ພະນັກງານ, ນັກຮົບສົ່ງກຳລັງໃຈໃຫ້ຄົນເຈັບ ແລະ ຄອບຄົວທີ່ພວມປິ່ນປົວຢູ່ໂຮງໝໍມະໂຫສົດ ຮ່າໂນ້ຍ. ນີ້ແມ່ນການສະແດງໃຫ້ເຫັນນ້ຳໃຈ “ຊ່ວຍເຫຼືອເຊິ່ງກັນ ແລະ ກັນ” ໄດ້ສະແດງໃຫ້ເຫັນຄຸນນະພາບອັນສູງສົ່ງ ແລະ ຄວາມເມດຕາຂອງພົນລະເມືອງກອງທັບ; ຜ່ານນັ້ນ ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັກແພງລະຫວ່າງປະຊາຊົນ ແລະ ຕຳຫຼວດ.
ທີ່ມາ: https://hanoimoi.vn/tang-130-suat-com-phan-qua-cho-benh-nhan-ung-buou-716826.html
(0)