
ຕາມການລາຍງານຂອງໜັງສືພິມປະຊາຊົນ, ຕອນບ່າຍວັນທີ 21 ພະຈິກນີ້, ຢູ່ຫໍ ສະພາແຫ່ງຊາດ , ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໄດ້ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາກັບທ່ານປະທານສະພາສູງ ສ.ເຊັກ Milos Vystrcil.

ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາສູງ Milos Vystrcil ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ; ຕີລາຄາການຢ້ຽມຢາມແມ່ນມີຄວາມໝາຍສຳຄັນ, ດຳເນີນໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2025) ແລະ ປີທຳອິດປະຕິບັດຂອບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຊັກໂກ ກໍ່ຄືໃນເວລາທີ່ສະພາແຫ່ງຊາດ ຫວຽດນາມ ດຳເນີນກອງປະຊຸມສຸດຍອດສະໄໝທີ 15. ພ້ອມກັນນັ້ນ, ທ່ານຍັງເນັ້ນໜັກວ່າ: ການຢ້ຽມຢາມໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດເວົ້າລວມ, ເພີ່ມທະວີການຮ່ວມມືດ້ານລັດຖະສະພາເວົ້າສະເພາະ.
ທ່ານປະທານສະພາແຫ່ງຊາດ ໄດ້ຂອບໃຈທ່ານປະທານສະພາສູງ Milos Vystrcil ໄດ້ຕາງໜ້າໃຫ້ລັດຖະບານ ເຊັກໂກ ມອບຈຳນວນເງິນເທົ່າກັບ 3,5 ຕື້ດົ່ງ ເພື່ອໜູນຊ່ວຍປະຊາຊົນ ຫວຽດນາມ ໃນການຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ ແລະ ໄພນ້ຳຖ້ວມໃນຫວ່າງມໍ່ໆມານີ້.

ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ເຖິງວ່າໂລກໄດ້ຜ່ານຜ່າການປ່ຽນແປງຢ່າງເລິກເຊິ່ງກໍ່ຕາມ, ແຕ່ການພົວພັນຫວຽດນາມ - ເຊັກໂກ ຍາມໃດກໍ່ໄດ້ຮັບການບຳລຸງສ້າງ ແລະ ພັດທະນາຢ່າງຕັ້ງໜ້າຈາກການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດ. ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ຂອບອົກຂອບໃຈບັນດາການໜູນຊ່ວຍອັນລ້ຳຄ່າທີ່ ສ.ເຊັກໂກ ໄດ້ມອບໃຫ້ ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ແລະ ໂຮມປະເທດຊາດເປັນເອກະພາບໃນໄລຍະຜ່ານມາ, ໃນການກໍ່ສ້າງ ແລະ ພັດທະນາໃນປະຈຸບັນ.
ທ່ານປະທານສະພາແຫ່ງຊາດຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ສ.ເຊັກໂກ, ແມ່ນຄູ່ຮ່ວມມືຍຸດທະສາດອັນດັບໜຶ່ງຂອງຫວຽດນາມ ຢູ່ພາກກາງ ແລະ ເອີລົບຕາເວັນອອກ; ຕີລາຄາສູງເລື່ອງທີ່ໃນໄລຍະມໍ່ໆມານີ້, 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍຄະນະ, ພິເສດແມ່ນການຢ້ຽມຢາມ ສາທາລະນະລັດ ເຊັກໂກ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Pham Minh Chinh (ມັງກອນ 2025) ແລະ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຊັກໂກ Petr Fiala (ເດືອນເມສາ 2023).

ທ່ານປະທານສະພາສູງ Milos Vystrcil ໄດ້ສະແດງຄວາມດີໃຈທີ່ມາຢ້ຽມຢາມ ຫວຽດນາມ ແລະ ໄດ້ຮັບຄວາມປະທັບໃຈຕໍ່ບັນດາຜົນງານອັນໃຫຍ່ຫຼວງທີ່ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ ແລະ ວັດທະນະທຳອາຫານການກິນຂອງຫວຽດນາມ.
ທ່ານປະທານສະພາສູງ Milos Vystrcil ໄດ້ຂອບອົກຂອບໃຈທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ, ການນຳ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ມີຄວາມຄິດເຫັນມາຍັງຄະນະຜູ້ແທນສະພາແຫ່ງຊາດ ເຊັກໂກ; ຊົມເຊີຍ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ວັນທີ 2 ກັນຍາ ແລະ ຄົບຮອບ 50 ປີ ແຫ່ງການໂຮມປະເທດຊາດເປັນເອກະພາບ; ແລະ ຂອບໃຈລັດຖະບານຫວຽດນາມ ທີ່ໄດ້ຍົກເວັ້ນວີຊາຢ່າງດຽວໃຫ້ແກ່ພົນລະເມືອງເຊັກໂກ.

ທ່ານປະທານປະເທດ Milos Vystrcil ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນສຳເລັດຂອງການເຄື່ອນໄຫວເຊື່ອມຕໍ່ລະຫວ່າງຄະນະຜູ້ແທນວິສາຫະກິດ ເຊັກໂກ ກັບບັນດາວິສາຫະກິດ ຫວຽດນາມ ໃນຂອບເຂດການຢ້ຽມຢາມ; ຢືນຢັນວ່າ: ສ.ເຊັກໂກ ຍາມໃດກໍປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ.
ກ່ຽວກັບຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ, ທ່ານປະທານສະພາສູງ Milos Vystrcil ຢືນຢັນວ່າ, ສະພາແຫ່ງຊາດ ເຊັກໂກ ສະໜັບສະໜູນ ແລະ ສືບຕໍ່ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ EU ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA).
ໃນບັນຍາກາດສະໜິດສະໜົມ, ຈິງໃຈ ແລະ ເປີດກວ້າງ, ການນຳສອງປະເທດໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຢູ່ແຕ່ລະປະເທດ; ຕີລາຄາສູງຄວາມຄືບໜ້າໃນດ້ານດີຂອງການພົວພັນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້, ໄດ້ສະແດງໃຫ້ເຫັນຜ່ານການຢ້ຽມຢາມ ແລະ ການພົວພັນລະຫວ່າງການນຳຂອງສອງປະເທດ, ແລະ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງສະພາແຫ່ງຊາດ.

ການນຳ 2 ທ່ານເຫັນດີຈະສືບຕໍ່ເພີ່ມທະວີການພົວພັນ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຜ່ານທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປັນພື້ນຖານຊຸກຍູ້ ແລະ ເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດໃນການພົວພັນຮ່ວມມືຮອບດ້ານ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນການນຳຂັ້ນສູງສະພາແຫ່ງຊາດ, ບັນດາຄະນະສະເພາະກິດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ກຸ່ມສະມາຊິກລັດຖະສະພາຍິງ ແລະ ສະມາຊິກລັດຖະສະພາໜຸ່ມ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການການເຄື່ອນໄຫວວຽກງານລັດຖະສະພາ; ສົມທົບກັນຕິດຕາມກວດກາ, ຊຸກຍູ້ ແລະ ໜູນຊ່ວຍລັດຖະບານປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ.

2 ຝ່າຍໄດ້ຕີລາຄາການຮ່ວມມືດ້ານການຄ້າ ແລະ ການລົງທຶນເປັນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ; ຊົມເຊີຍບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດຫວຽດນາມ ຄື: ໂຮງງານຜະລິດລົດຍົນ Skoda ແລະ ໂຮງງານໄຟຟ້າພະລັງຄວາມຮ້ອນ Mong Duong 2 ແຂວງ ກວາງນິງ.
2 ຝ່າຍເຫັນດີເປັນເອກະສັນຈະຜັນຂະຫຍາຍແຜນການເຄື່ອນໄຫວປະຕິບັດຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຊັກ ໄລຍະ 2025 – 2026 ໂດຍໄວ; ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ວັດທະນະທຳ, ແຮງງານ, ການທ່ອງທ່ຽວ, ພະລັງງານທົດແທນ, ພະລັງງານນິວເຄຼຍ, ປ້ອງກັນປະເທດ - ຄວາມໝັ້ນຄົງ, ການຫັນເປັນດີຈີຕອນ, ປົກປັກຮັກສາສິ່ງແວດລ້ອມ, ການຮ່ວມມືທ້ອງຖິ່ນ...; ຊຸກຍູ້ສາຍການບິນຂອງສອງປະເທດສຶກສາການເປີດສາຍການບິນໂດຍກົງລະຫວ່າງສອງປະເທດເພື່ອຊຸກຍູ້ການທ່ອງທ່ຽວ, ການແລກປ່ຽນປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດຂອງສອງປະເທດ.

ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນບັນດາເວທີປາໄສລະຫວ່າງລັດຖະສະພາພາກພື້ນ ແລະ ສາກົນຄື IPU ແລະ ASEP ແລະ ອື່ນໆ ເພື່ອປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ຂອບອົກຂອບໃຈ ແລະ ປາດຖະໜາວ່າ ອຳນາດການປົກຄອງລັດເຊັກທຸກຂັ້ນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ສາທາລະນະລັດ ເຊັກໂກ ເຊື່ອມໂຍງ ແລະ ໝັ້ນຄົງ; ຢືນຢັນວ່າ: ປະຊາຄົມແມ່ນຂົວເຊື່ອມຕໍ່ມິດຕະພາບລະຫວ່າງສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ - ເຊັກໂກ ເວົ້າສະເພາະ ແລະ ການພົວພັນ ຫວຽດນາມ - ອີຢູ ເວົ້າລວມ.

ທ່ານປະທານສະພາສູງ ສ.ເຊັກໂກ ຢືນຢັນວ່າ ລັດຖະບານ ແລະ ປະຊາຊົນເຊັກໂກ ຍາມໃດກໍ່ສະໜັບສະໜູນ ແລະ ມີຄວາມຮັກແພງເປັນພິເສດເຖິງປະຊາຄົມຊາວ ຫວຽດນາມ ຢູ່ ສາທາລະນະລັດ ເຊັກໂກ.
ເນື່ອງໃນໂອກາດນີ້, ທ່ານປະທານສະພາສູງ ສ.ເຊັກໂກ ໄດ້ເຊີນທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໄປຢ້ຽມຢາມ ສາທາລະນະລັດ ເຊັກໂກ ຢ່າງເປັນທາງການຕາມເວລາທີ່ເໝາະສົມ. ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ຂອບອົກຂອບໃຈ ແລະ ໄດ້ຮັບຄຳເຊີນຢ່າງດີໃຈ.


ກ່ອນໜ້ານັ້ນ, ທ່ານປະທານສະພາສູງ ສ.ເຊັກໂກ ໄດ້ວາງພວງມາລາຢູ່ອະນຸສາວະລີວິລະຊົນ ແລະ ຜູ້ເສຍສະຫຼະຊີວິດເພື່ອຊາດ ແລະ ຢ້ຽມຢາມສຸສານປະທານ ໂຮ່ຈີມິນ.



ເນື່ອງໃນໂອກາດນີ້, ທ່ານປະທານສະພາສູງ ສ.ເຊັກໂກ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບຢູ່ຫ້ອງ ດ້ຽນຮົ່ງ - ບ່ອນທີ່ກອງປະຊຸມຄົບຄະນະຂອງສະພາແຫ່ງຊາດ ຫວຽດນາມ ດຳເນີນໄປ; ຢ້ຽມຢາມຫໍພິພິທະພັນສະພາແຫ່ງຊາດ ແລະເຂດວາງສະແດງວັດຖຸບູຮານຢູ່ຫໍສະພາແຫ່ງຊາດ.



ທີ່ມາ: https://daibieunhandan.vn/tang-cuong-tin-cay-chinh-tri-thuc-day-va-mo-rong-hop-tac-song-phuong-10396589.html






(0)