ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດ ນາມ ໂຕເລີມ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ພ້ອມກັບການນຳພັກ, ລັດ ແລະ ຜູ້ແທນຈາກຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ 3.000 ກວ່າຄົນ. ນີ້ແມ່ນໂອກາດເພື່ອລະນຶກເຖິງການປະກອບສ່ວນອັນໃຫຍ່ຫຼວງຂອງຫຼາຍລຸ້ນຄົນ, ພ້ອມທັງຢືນຢັນບົດບາດໃຈກາງຂອງວັດທະນະທຳໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
ພິເສດ, ທີ່ພິທີ, ທ່ານ ຫງວຽນກວກກີ, ປະທານຄະນະກຳມະການກຸ່ມບໍລິສັດ Vietravel ໄດ້ເປັນກຽດມອບນາມມະຍົດບຸກຄົນທີ່ມີບັນດາຜົນງານດີເດັ່ນໃນຂົງເຂດວັດທະນະທຳ, ຂໍ້ມູນຂ່າວສານ, ກິລາ ແລະ ທ່ອງທ່ຽວໄລຍະ 2023 – 2025.
ເປັນເວລາເກືອບ 3 ທົດສະວັດ, Vietravel ໄດ້ຍຶດໝັ້ນໃນພາລະກິດ “ສ້າງຄຸນຄ່າຊີວິດການເປັນຢູ່”:
- ກໍ່ສ້າງ ແລະ ພັດທະນາຫຼາຍລ້ານເສັ້ນທາງທີ່ມີຄວາມໝາຍ, ເຊື່ອມຕໍ່ວັດທະນະທຳ - ຄົນ - ຈຸດໝາຍປາຍທາງ.
- ກຳນົດ ການທ່ອງທ່ຽວ ເປັນຂົວຕໍ່ວັດທະນະທຳ, ເຜີຍແຜ່ພາບພົດຂອງຜືນແຜ່ນດິນ ແລະ ປະຊາຊົນ ຫວຽດນາມ ເຖິງເພື່ອນມິດສາກົນ.
- ຢືນຢັນທີ່ຕັ້ງຂອງເຄື່ອງໝາຍການທ່ອງທ່ຽວແຫ່ງຊາດ, ບຸກເບີກການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ.
ລາງວັນອັນສະຫງ່າລາສີນີ້ບໍ່ພຽງແຕ່ເປັນກຽດສັກສີຂອງ ທ່ານ ຫງວຽນກວກກີ ເທົ່ານັ້ນ, ຫາກຍັງແມ່ນຂີດໝາຍສຳຄັນໃນການເດີນທາງຂອງຍີ່ຫໍ້ Vietravel Corp - ກຸ່ມບໍລິສັດທີ່ເຄີຍເປັນເຈົ້າການບຸກເບີກເຊື່ອມຕໍ່ວັດທະນະທຳ - ເສດຖະກິດ - ສັງຄົມ, ປະກອບສ່ວນນຳການທ່ອງທ່ຽວ ຫວຽດນາມ ຂຶ້ນສູ່ລະດັບສາກົນ.
ກຸ່ມບໍລິສັດ Vietravel ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ພ້ອມດ້ວຍບັນດາລູກຄ້າ ແລະ ຄູ່ຮ່ວມມືທີ່ໃຫ້ຄວາມຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໃຈ. ບັນດາຜົນງານທີ່ບັນລຸໄດ້ໃນປະຈຸບັນ ແມ່ນກຳລັງຊຸກຍູ້ໃຫ້ Vietravel ສືບຕໍ່ມີຫົວຄິດປະດິດສ້າງ, ສ້າງ ແລະ ນຳພາຂະແໜງການທ່ອງທ່ຽວ ຫວຽດນາມ ໃນການເຄື່ອນໄຫວເຊື່ອມໂຍງເຂົ້າກັບໂລກ.
ທີ່ມາ: https://www.vietravel.com/vn/ban-tin-nha-dau-tu/tap-doan-vietravel-dau-an-tien-phong-nang-tam-van-hoa-viet-nam-v17829.aspx
(0)