ວັນທີ 16 ພຶດສະພານີ້, ກອງບັນຊາການທະຫານແຂວງ ເຊີນລາ ໄດ້ເປີດຊຸດອົບຮົມການຂົນສົ່ງ ແລະ ເພີ່ມທະວີການຜະລິດໃຫ້ນາຍທະຫານ 9 ແຂວງພາກເໜືອຂອງລາວ.
ທ່ານພັນເອກ ເຈິ່ນມິງຮຸ່ງ, ຮອງຜູ້ບັນຊາການກອງບັນຊາການທະຫານແຂວງ ເຊີນລາ ໄດ້ເຂົ້າຮ່ວມ ແລະເປັນປະທານພິທີເປີດ.
ໃນໄລຍະ 5 ວັນ (ແຕ່ວັນທີ 16 – 20 ພຶດສະພາ), 18 ສະຫາຍ, ເປັນພະນັກງານການທະຫານ, ການຜະລິດ ແລະ ຂົນສົ່ງກອງບັນຊາການທະຫານ 9 ແຂວງພາກເໜືອຂອງລາວ ໄດ້ຝຶກອົບຮົມ, ແລກປ່ຽນປະສົບການໃນຂົງເຂດການເພີ່ມທະວີການຜະລິດນໍາໃຊ້ກັບບັນດາຫົວໜ່ວຍທະຫານ; ແລະ ໄດ້ແລກປ່ຽນປະສົບການໃນການພັດທະນາຕົວແບບ ເສດຖະກິດ ກະສິກຳ ສົມທົບກັບການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບເພື່ອແກ້ໄຂບັນຫາສັງຄົມ. ນອກຈາກນັ້ນ, ໃນໄລຍະການຝຶກຊ້ອມ, ບັນດານັກສຳມະນາກອນຍັງໄດ້ໄປຢ້ຽມຊົມບັນດາຕົວແບບເພີ່ມທະວີການຜະລິດ, ລ້ຽງສັດຢູ່ບາງຫົວໜ່ວຍຂຶ້ນກັບທະຫານເຂດ 2 ແລະ ບັນດາທ້ອງຖິ່ນຢູ່ແຂວງ ເຊີນລາ.
ຊຸດຝຶກອົບຮົມແມ່ນໂອກາດເພື່ອໃຫ້ກອງທັບປະຊາຊົນຫວຽດນາມ ແນະນໍາ, ແລກປ່ຽນບາງເນື້ອໃນ, ປະສົບການກ່ຽວກັບການຮັບປະກັນສະບຽງອາຫານ, ເຄື່ອງນຸ່ງຫົ່ມ, ເພີ່ມທະວີການຜະລິດ, ໜູນຊ່ວຍການຄົ້ນຄວ້າ, ຈັດຕັ້ງຜັນຂະຫຍາຍ ແລະນໍາໃຊ້ເຂົ້າໃນການປະຕິບັດຕົວຈິງໃນກົມກອງ, ປະກອບສ່ວນປັບປຸງສຸຂະພາບຂອງທະຫານ ແລະກໍາລັງສູ້ຮົບຂອງກອງທັບປະຊາຊົນລາວ.
ຂ່າວ ແລະ ພາບ: HOANG HA-CHAU TUANH
ທີ່ມາ










(0)