
ຢູ່ທີ່ນີ້, ການນຳຂອງ 2 ໜ່ວຍ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ບັນດາຄອບຄົວ ແລະ ມອບຂອງຂວັນ 24 ພູດ ເປັນຕົ້ນແມ່ນ ເຂົ້າສານ, ເຂົ້າໜົມ, ເຫຼົ້າຂາວ, ນ້ຳປາ, ນ້ຳມັນຖົ່ວດິນ, ໄຂ່ຕູ້... ໃຫ້ແກ່ 24 ຄອບຄົວ, ດ້ວຍມູນຄ່າທັງໝົດ 12 ລ້ານດົ່ງ.
ທ່ານ ປອ ໂງນຸ້ຍ, ເລຂາ ແລະ ຫົວໜ້າບ້ານອາລະວັດ ໃຫ້ຮູ້ວ່າ: ກ່ອນຈະໄດ້ຮັບຜົນກະທົບຈາກພະຍຸເລກ 12, ທົ່ວບ້ານໄດ້ຈັດຕັ້ງຂະບວນການຍົກຍ້າຍປະຊາຊົນ 45 ຄອບຄົວທີ່ອາໄສຢູ່ 3 ສະຖານທີ່ມີຄວາມສ່ຽງສູງທີ່ຈະເກີດດິນເຈື່ອນ ແລະ ນໍ້າຖ້ວມກະທັນຫັນ. ຜ່ານການເຄື່ອນໄຫວ, 24 ຄອບຄົວ/61 ຄົນໄດ້ເຂົ້າໄປລີ້ໄພຢູ່ບ້ານວັດທະນະທຳພື້ນເມືອງ.

ທີ່ມາ: https://baodanang.vn/tham-tang-qua-dong-vien-cho-24-ho-dong-bao-co-tu-xa-song-kon-so-tan-do-bao-so-12-3308122.html
(0)