​ໃນ​ນັ້ນ, ມີ 40 ​ໂຄງການ​ໃໝ່​ໄດ້​ຮັບ​ອະນຸຍາດ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 9,9 ລ້ານ USD; ນັກລົງທຶນຕ່າງປະເທດ 41 ຄົນ ໄດ້ປະກອບສ່ວນທຶນຮອນ ແລະ ຊື້ຮຸ້ນເປັນມູນຄ່າ 6,4 ລ້ານໂດລາສະຫະລັດ.

​ໃນ 10 ​ເດືອນ​ຕົ້ນ​ປີ 2025, ນະຄອນ​ໄດ້​ດຶງ​ດູດ​ທຶນ FDI 3.907 ລ້ານ USD, ​ເພີ່ມ​ຂຶ້ນ 2,4 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2024.

​ໃນ​ນັ້ນ, ມີ 342 ​ໂຄງການ​ຂຶ້ນ​ທະບຽນ​ໃໝ່ ດ້ວຍ​ຍອດ​ຈຳນວນ​ທຶນ 316,7 ລ້ານ USD; 120 ໂຄງການປັບປຸງ ຫຼື ຫຼຸດທຶນຈົດທະບຽນ, ບັນລຸ 3.215 ລ້ານ USD ( ໃນນັ້ນ ໂຄງການກໍ່ສ້າງສວນສາທາລະນະ Yen So ຂອງບໍລິສັດ Gamuda Land ຫວຽດນາມ ຈຳກັດ ດ້ວຍທຶນສົມທົບຈາກມາເລເຊຍ ເພີ່ມຂຶ້ນ 1.120 ລ້ານ USD); ນັກລົງທຶນຕ່າງປະເທດ 318 ຄົນ ໄດ້ປະກອບສ່ວນທຶນຮອນ ແລະ ຊື້ຫຸ້ນ, ບັນລຸ 375,3 ລ້ານ USD.

ກ່ຽວ​ກັບ​ການ​ຈົດ​ທະບຽນ​ດຳ​ເນີນ​ທຸລະ​ກິດ, ​ໃນ​ເດືອນ​ຕຸລາ​ຜ່ານ​ມາ, ນະຄອນ ​ຮ່າ​ໂນ້ຍ ​ໄດ້​ມອບ​ໃບ​ຢັ້ງຢືນ​ໃຫ້ 2.814 ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່, ​ເພີ່ມ​ຂຶ້ນ 17,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ; ທຶນຈົດທະບຽນບັນລຸ 49,300 ຕື້ດົ່ງ, ເພີ່ມຂຶ້ນ 32,1%; 793 ວິ​ສາ​ຫະ​ກິດ​ໄດ້​ຟື້ນ​ຟູ​ການ​ເຄື່ອນ​ໄຫວ, ເພີ່ມ​ຂຶ້ນ 1,5%; ວິສາຫະກິດ 1.658 ​ແຫ່ງ​ໄດ້​ຂຶ້ນ​ທະບຽນ​ໂຈະ​ການ​ເຄື່ອນ​ໄຫວ​ຊົ່ວຄາວ, ​ເພີ່ມ​ຂຶ້ນ 28,1%; 937 ວິສາຫະກິດຖືກຍຸບເລີກ, ເພີ່ມຂຶ້ນ 97,7%.

FDI enterprises.jpg
ຮ່າ​ໂນ້ຍ ດຶງ​ດູດ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ພາບປະກອບ: ດຶກແທ່ງ

​ໃນ 10 ເດືອນ​ຕົ້ນ​ປີ 2025, ນະຄອນ​ໄດ້​ມອບ​ໃບ​ຢັ້ງຢືນ​ໃຫ້​ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່ 27.800 ​ແຫ່ງ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 337,9 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 11,1% ຈຳນວນ​ວິ​ສາ​ຫະກິດ ​ແລະ 38% ທຶນ​ຈົດ​ທະບຽນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ; 8.800 ວິ​ສາ​ຫະ​ກິດ​ໄດ້​ຟື້ນ​ຟູ​ການ​ເຄື່ອນ​ໄຫວ, ເພີ່ມ​ຂຶ້ນ 4,6%.

​ໃນ​ຂະນະ​ນັ້ນ, ມີ​ວິ​ສາ​ຫະກິດ 25.500 ​ແຫ່ງ​ໄດ້​ຈົດ​ທະບຽນ​ໂຈະ​ການ​ເຄື່ອນ​ໄຫວ​ຊົ່ວຄາວ, ​ເພີ່ມ​ຂຶ້ນ 19%; 6.300 ວິ​ສາ​ຫະ​ກິດ​ຖືກ​ລະ​ລາຍ, ເພີ່ມ​ຂຶ້ນ 61,7%.

ໄຮແອງ

ທີ່ມາ: https://vietnamnet.vn/thang-10-ha-noi-thu-hut-14-9-trieu-usd-von-fdi-2460422.html