ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ​ສຸກ​ເສີນ 25,000 ເອີ​ໂຣ ​ເພື່ອ​ຊ່ວຍ​ໃຫ້ ​ເມືອງ Hue ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ.

ທີ່​ການ​ພົບ​ປະ, ທ່ານ​ມູຊາ​ດີ​ອາຣາ​ໄດ້​ຂອບ​ໃຈ​ການ​ນຳ​ນະຄອນ​ເຫ້ວ​ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ແລະ​ກ່າວ​ວ່າ, ທ່ານ​ໄດ້​ປະ​ທັບ​ໃຈ​ຕໍ່​ຄວາມ​ສວຍ​ງາມ​ອັນ​ສະຫງົບ​ສຸກ​ຂອງ​ນະຄອນຫຼວງ​ເກົ່າ. ແບ່ງປັນ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ນ້ຳ​ຖ້ວມ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ຢືນຢັນ​ວ່າ Cergy ພ້ອມ​ແລ້ວ​ທີ່​ຈະ​ໄປ​ຄຽງ​ຄູ່​ກັບ​ການ​ໜູນ​ຊ່ວຍ​ຂອງ Hue. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ໄດ້​ມອບ​ເງິນ​ຊ່ວຍ​ເຫຼືອ​ສຸກ​ເສີນ 25.000 ​ເອີ​ໂຣ ​ເພື່ອ​ຊ່ວຍ​ເຫຼືອ​ເມືອງ Hue ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ.

ທ່ານ Moussa Diarra ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ເມືອງ Hue ​ແລະ Cergy ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ , ການທ່ອງທ່ຽວ ​ແລະ ຫັດຖະກຳ​ພື້ນ​ເມືອງ. ບັນດາ​ໂຄງການ​ແລກປ່ຽນ​ດັ່ງກ່າວ​ໄດ້​ສ້າງ​ພື້ນຖານ​ອັນ​ສຳຄັນ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ. ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ຖື​ວ່າ​ເປັນ​ຂົວ​ຕໍ່​ສຳຄັນ​ໃນ​ສະພາບ​ການ​ເມືອງ Hue ກາຍ​ເປັນ​ນະ​ຄອນ​ສູນ​ກາງ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ Cergy ຫວັງ​ຢາກ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຍາວ ​ແລະ ຍືນ​ຍົງ.

ການນຳນະຄອນ ເຫ້ວ ໄດ້ຖ່າຍຮູບທີ່ລະນຶກກັບຄະນະ

ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ Hue ຫງວຽນ​ແທ່ງ​ບິ່ງ ໄດ້​ຂອບ​ອົກ​ຂອບ​ໃຈ​ນະ​ຄອນ Cergy ທີ່​ມີ​ຄວາມ​ເອົາ​ໃຈ​ໃສ່ ແລະ ແບ່ງ​ປັນ​ກັບ Hue ໃນ​ໄລ​ຍະ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ. ທ່ານ​ຢືນຢັນ​ວ່າ ການ​ສະໜັບສະໜູນ​ແມ່ນ​ເປັນ​ພະຍານ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 2 ທ້ອງ​ຖິ່ນ, ພ້ອມ​ກັນ​ນັ້ນ​ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ຊາວ​ເຫ້ວ ກັບ​ຊາວ Cergy.

ທ່ານ ຫງວຽນ​ແທ່ງ​ບິ່ງ ​ໃຫ້​ຮູ້​ວ່າ: ​ເຫ້ວ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ກັບ Cergy ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ກຳລັງ​ແຮງ​ຂອງ​ສອງ​ປະ​ເທດ​ຄື: ວັດທະນະທຳ, ການທ່ອງທ່ຽວ , ການ​ສຶກສາ, ການ​ວາງ​ແຜນ​ຜັງ​ຕົວ​ເມືອງ ​ແລະ ການ​ຫັນປ່ຽນ​ລະບົບ​ນິເວດ. ນະຄອນ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ໂຄງການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ, ​ໂຄສະນາ​ບັນດາ​ຈຸດໝາຍ​ປາຍທາງ, ຈັດ​ຕັ້ງ​ຄະນະ​ສຳ​ຫຼວດ ​ແລະ ​ເຊື່ອມ​ໂຍງ​ທຸລະ​ກິດ​ການທ່ອງທ່ຽວ ​ເພື່ອ​ຂະຫຍາຍ​ຕະຫຼາດ​ທ່ອງ​ທ່ຽວ 2 ສົ້ນ.

ການ​ນຳ​ເມືອງ​ເຫ້ວ ກໍ່​ສະ​ເໜີ​ໃຫ້​ສອງ​ຝ່າຍ​ສ້າງ​ແຜນການ​ເຄື່ອນ​ໄຫວ​ລະອຽດ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ທີ່​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ແຕ່ລະ​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ກໍ​ຫວັງ​ຢາກ​ໂຄສະນາ​ພາບ​ພົດ​ຂອງ​ເມືອງ​ເຫ້ວ ​ແລະ Cergy ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ​ເຄື່ອນ​ໄຫວ​ໂຄສະນາ​ຮ່ວມ​ມື ​ແລະ ບັນດາ​ໂຄງການ​ສຳ​ຫຼວດ​ປະສົບ​ການ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ນັກ​ທ່ອງ​ທ່ຽວ ​ແລະ ດຳ​ເນີນ​ທຸລະ​ກິດ.

ກອງ​ປະຊຸມ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ບັນຍາກາດ​ທີ່​ເປັນ​ມູນ​ເຊື້ອ, ສືບ​ຕໍ່​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ Hue ​ແລະ Cergy ​ໃນ​ການ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື, ປະກອບສ່ວນ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສອງ​ທ້ອງ​ຖິ່ນ ​ແລະ ມິດຕະພາບ​ຫວຽດນາມ - ຝລັ່ງ.

ສັນຕິພາບ

ທີ່ມາ: https://huengaynay.vn/chinh-tri-xa-hoi/theo-dong-thoi-su/thanh-pho-cergy-ho-tro-hue-25000-euro-khac-phuc-hau-qua-thien-tai-160735.html