ທ່ານ ຮ່າ​ກິມ​ງອກ, ຮອງ​ລັດຖະມົນຕີ ​ກະຊວງ​ການ​ຕ່າງປະ​ເທດ ​ເປັນ​ສະມາຊິກ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ຂອງ​ລັດຖະບານ, ​ແທນ​ທ່ານ ຟ້າ​ມກວາງ​ຮີ​ວ.

ທ່ານ​ຮອງ​ລັດຖະ ມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມ​ງອກ. ພາບ: TTXVN

ຕາມ​ມະຕິ​ເລກທີ 2193/QD-TTg ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການຈັດ​ຕັ້ງ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ລັດຖະບານ​ຄືນ​ໃໝ່, ຄະນະ​ຊີ້​ນຳ​ມີ​ໜ້າ​ທີ່​ຄົ້ນຄວ້າ ​ແລະ ສະ​ເໜີ​ບັນດາ​ນະ​ໂຍບາຍ, ວິທີ​ແກ້​ໄຂ​ສຳຄັນ​ເພື່ອ​ຊຸກຍູ້​ວຽກ​ງານ​ປະຕິ​ຮູບ​ດ້ານ​ບໍລິຫານ​ຂອງ​ລັດຖະບານ; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ໂຄງການ ​ແລະ ​ແຜນການ​ປະຕິ​ຮູບ​ດ້ານ​ບໍລິຫານ​ໃນ​ໄລຍະ​ຍາວ ​ແລະ ປະຈຳ​ປີ ​ໂດຍ​ກະຊວງ​ພາຍ​ໃນ ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ.

ພ້ອມ​ກັນ​ນັ້ນ, ຄະນະ​ຊີ້​ນຳ​ຊ່ວຍ​ນາຍົກລັດຖະມົນຕີ ຊີ້​ນຳ, ປະສານ​ສົມທົບ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໃນ​ການ​ປະຕິບັດ​ວຽກ​ງານ​ປະຕິ​ຮູບ​ດ້ານ​ບໍລິຫານ, ກວດກາ​ຄືນ​ບັນດາ​ເນື້ອ​ໃນ​ບັນດາ​ໂຄງການ​ປະຕິ​ຮູບ​ດ້ານ​ບໍລິຫານ​ທີ່​ສຳຄັນ ​ແລະ ຂໍ້​ສະ​ເໜີ​ຂອງ​ລັດຖະບານ; ຮ່າງ​ມະຕິ ​ແລະ ດຳລັດ​ຂອງ​ລັດຖະບານ; ມະຕິ ​ແລະ ທິດ​ທາງ​ຂອງ​ນາຍົກລັດຖະມົນຕີ ດ້ວຍ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ ກ່ອນ​ຈະ​ຍື່ນ​ສະ​ເໜີ​ໃຫ້​ລັດຖະບານ, ນາຍົກລັດຖະມົນຕີ ພິຈາລະນາ ​ແລະ ຕັດສິນ. ຄະນະ​ຊີ້​ນຳ​ຊ່ວຍ​ນາຍົກລັດຖະມົນຕີ ​ເລັ່ງລັດ ​ແລະ ກວດກາ​ການ​ປະຕິບັດ​ບັນດາ​ໂຄງການ ​ແລະ ​ແຜນການ​ປະຕິ​ຮູບ​ດ້ານ​ບໍລິຫານ.

VNA