ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານຮອງປະທານາທິບໍດີ ອາເມລິກາ Kamala Harris ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ພົບປະກັບຮອງປະທານາທິບໍດີ ອາເມລິກາ Kamala Harris - ພາບ: VGP/Nhat Bac
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານຮອງປະທານປະເທດ Harris ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະຄັ້ງທີ 3 ໃນສອງປີທີ່ຜ່ານມາ. ການນຳ 2 ທ່ານ ມີຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ, ແນໃສ່ຍົກສູງການພົວພັນໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ, ການສຶກສາ ແລະ ບຳລຸງສ້າງ, ພົບປະແລກປ່ຽນປະຊາຊົນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ທ່ານນາຍົກລັດຖະມົນຕີ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານນາງ Kamala Harris ເຂົ້າໃນການພົວພັນສອງຝ່າຍ, ພິເສດແມ່ນໄດ້ໜູນຊ່ວຍປະຊາຊົນຫວຽດນາມ ໄດ້ຮັບວັກຊີນປ້ອງກັນພະຍາດ COVID-19, ພ້ອມທັງປາດຖະໜາວ່າ ຈະໄດ້ພົບປະກັບນາງອີກໃນໄລຍະຈະມາເຖິງ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງເພື່ອຊຸກຍູ້ການພົວພັນໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ. ທ່ານນາຍົກລັດຖະມົນຕີກ່າວວ່າ, ຫວຽດນາມພວມປະສານງານກັບ ອາເມລິກາ ເພື່ອກະກຽມຕ້ອນຮັບທ່ານປະທານາທິບໍດີ Joe Biden ດ້ວຍຄວາມເຄົາລົບນັບຖື ແລະ ຄວາມເອົາໃຈໃສ່ໃນໄລຍະຈະມາເຖິງ.

ການນຳສອງທ່ານສະແດງຄວາມເພິ່ງພໍໃຈຕໍ່ການຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ - ພາບ: VGP/Nhat Bac
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊົມເຊີຍທ່ານປະທານາທິບໍດີ Joe Biden, ທ່ານຮອງປະທານາທິບໍດີ Kamala Harris ແລະ ປະຊາຊົນ ອາເມລິກາ ກ່ຽວກັບບັນດາຜົນງານດີເດັ່ນໃນຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ COVID-19 ແລະ ບັນລຸໄດ້ບັນດາໝາກຜົນພັດທະນາເສດຖະກິດ, ສັງຄົມຢ່າງໝັ້ນຄົງໃນໄລຍະມໍ່ໆມານີ້.
ທ່ານຮອງປະທານປະເທດ Kamala Harris ເນັ້ນໜັກເຖິງຄວາມສຳຄັນຂອງການຢ້ຽມຢາມທາງລັດຖະກິດຂອງປະທານາທິບໍດີ Joe Biden ຢູ່ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຈະແມ່ນບາດກ້າວພັດທະນາໃໝ່ຂອງການພົວພັນ 2 ຝ່າຍ./.
ຕາມຂ່າວ ຮ່າວັນ/VGP
ທີ່ມາ






(0)