ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານ Kudryashov, ຜູ້ອຳນວຍການໃຫຍ່ບໍລິສັດນ້ຳມັນ ແລະ ອາຍແກັສ Zarubezhneft (ລັດເຊຍ). ພາບ: ເຢືອງ/VNA
ຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft ມາຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊົມເຊີຍທ່ານ Vladimir Putin ທີ່ດຳລົງຕຳແໜ່ງປະທານາທິບໍດີ ສະຫະພັນລັດເຊຍ ຄືນໃໝ່ ອາຍຸການ 2024-2030 ດ້ວຍຄະແນນສຽງເປັນສະຖິຕິ; ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ Vladimir Putin, ລັດເຊຍ ຈະສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ.
ທ່ານນາຍົກລັດຖະມົນຕີ ຍັງໄດ້ແບ່ງປັນຄວາມເສຍສະຫຼະຂອງສະຫະພັນລັດເຊຍ ແລະ ປະຊາຊົນລັດເຊຍ ຍ້ອນເຫດບຸກໂຈມຕີກໍ່ການຮ້າຍໃນວັນທີ 22 ມີນາ 2024, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບອີກຫຼາຍຄົນ; ຖືວ່າ, ຫວຽດນາມກ່າວປະນາມຢ່າງແຮງຕໍ່ການບຸກໂຈມຕີກໍ່ການຮ້າຍໃນທຸກຮູບການ; ເຊື່ອໝັ້ນວ່າ ລັດເຊຍ ຈະພ້ອມກັນສະເໝີຕົ້ນສະເໝີປາຍເພື່ອຜ່ານຜ່າຄວາມເສຍຫາຍນີ້.
ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຫວຽດນາມ - ລັດເຊຍ ໃນທຸກຂົງເຂດ. ຫວ່າງມໍ່ໆນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີລັດເຊຍ Vladimir Putin; ສອງຝ່າຍສືບຕໍ່ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ. ໃນບັນດາໝາກຜົນແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ, ການຮ່ວມມືດ້ານນ້ຳມັນອາຍແກັສແມ່ນເສົາຄ້ຳ, ບັນລຸປະສິດທິຜົນສູງ, ເຖິງວ່າໄດ້ມີການຜັນແປໄປໃນກວ່າ 40 ປີແຫ່ງການຮ່ວມມື.
ທ່ານຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft ຂອບອົກຂອບໃຈທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ໄດ້ສະຫງວນເວລາໃຫ້ແກ່ຄະນະຜູ້ແທນ; ໃຫ້ຮູ້ວ່າ, ພາຍຫຼັງກວ່າ 40 ປີແຫ່ງການພົວພັນຮ່ວມມືລະຫວ່າງບໍລິສັດ Zarubezhneft ແລະ ກຸ່ມບໍລິສັດນ້ຳມັນອາຍແກັສ ຫວຽດນາມ ( Petrovietnam) ໂດຍຜ່ານບໍລິສັດຮ່ວມທຸລະກິດ Vietsovpetro ແລະ Rusvietpetro, ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນວຽກງານສຳຫຼວດທໍລະນີສາດ ແລະ ຂຸດຄົ້ນນ້ຳມັນ ແລະ ອາຍແກັສ; ສ້າງວຽກເຮັດງານທຳ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງແຕ່ລະປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານ Kudryashov, ຜູ້ອຳນວຍການໃຫຍ່ບໍລິສັດນ້ຳມັນ ແລະ ອາຍແກັສ Zarubezhneft (ລັດເຊຍ). ພາບ: ເຢືອງ/VNA
Zarubezhneft ແລະ Petrovietnam ພວມສົມທົບກັນປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ປະເທດໃນຂົງເຂດການຮ່ວມມືດ້ານນ້ຳມັນ ແລະ ອາຍແກັສ. ລັດເຊຍ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການຜັນຂະຫຍາຍບັນດາໂຄງການຂອງ ລັດເຊຍ ຢູ່ ລັດເຊຍ ໃນໄລຍະຈະມາເຖິງ ເພື່ອພັດທະນາບັນດາໂຄງການຮ່ວມມືດ້ານນ້ຳມັນອາຍແກັສ ຫວຽດນາມ ແລະ ລັດເຊຍ ໃຫ້ມີຄວາມສົມດຸນກວ່າອີກ; ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສອງຝ່າຍສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ອຸປະສັກໃນບັນດາໂຄງການຮ່ວມມື.
ທ່ານ Kudryashov Sergei Ivanovich ຖືວ່າ, ລັດເຊຍ ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ໃນນັ້ນມີການຮ່ວມມືດ້ານນ້ຳມັນ ແລະ ອາຍແກັສ. ບໍລິສັດ Zarubezhneft ປາດຖະໜາຢາກເປີດກວ້າງການຮ່ວມມືກັບ ຫວຽດນາມ ໃນຂົງເຂດອື່ນໆ, ໃນນັ້ນມີການພັດທະນາພະລັງງານລົມຢູ່ນອກຝັ່ງຫວຽດນາມ.
ສະແດງຄວາມສະໜັບສະໜູນຊຸກຍູ້ການແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງໃນບັນດາໂຄງການທີ່ Zarubezhneft ແລະ Petrovietnam ພວມຮ່ວມມື, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂຊຸກຍູ້ການຮ່ວມມືດ້ານນ້ຳມັນ ແລະ ອາຍແກັສລະຫວ່າງ 2 ປະເທດ, ບົນພື້ນຖານ “ຜົນປະໂຫຍດທີ່ກົມກຽວ ແລະ ຄວາມສ່ຽງຮ່ວມ”.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາການນຳຂອງແຂວງ Zarubezhneft ແລະ Petrovietnam ປຶກສາຫາລື, ຊີ້ແຈ້ງບັນດາບັນຫາຕ້ອງແກ້ໄຂຕາມໜ້າທີ່ ແລະ ອຳນາດຂອງແຕ່ລະອົງການ, ກະຊວງ, ຂະແໜງການ; ແລະ ສະເໜີວິທີແກ້ໄຂເພື່ອຊ່ວຍໃຫ້ການຮ່ວມມືດ້ານນ້ຳມັນອາຍແກັສລະຫວ່າງສອງປະເທດສືບຕໍ່ບັນລຸໄດ້ໝາກຜົນທີ່ດີກວ່າ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການກວດກາຄືນການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງການນຳຂັ້ນສູງຂອງສອງປະເທດ, ໃນນັ້ນມີບັນດາຂະແໜງນ້ຳມັນ ແລະ ອາຍແກັສ, ແລະ ປະກອບເຂົ້າໃນວາລະປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານ Kudryashov, ຜູ້ອຳນວຍການໃຫຍ່ບໍລິສັດນ້ຳມັນ ແລະ ອາຍແກັສ Zarubezhneft (ລັດເຊຍ). ພາບ: ເຢືອງ/VNA
ຫົວໜ້າລັດຖະບານຫວຽດນາມ ຫວັງວ່າ ລັດເຊຍ ຈະໜູນຊ່ວຍ ແລະ ແກ້ໄຂບັນດາບັນຫາພົ້ນເດັ່ນໃນການຮ່ວມມືດ້ານນ້ຳມັນ ແລະ ອາຍແກັສລະຫວ່າງ 2 ປະເທດ; ສ້າງເງື່ອນໄຂໃຫ້ Petrovietnam ເປີດກວ້າງການລົງທຶນຢູ່ ລັດເຊຍ; ແລະຮຽກຮ້ອງໃຫ້ Zarubezhneft ແລະ Petrovietnam ສ້າງຕັ້ງຄະນະປະຕິບັດງານຊຸກຍູ້ການແກ້ໄຂບັນດາບັນຫາທີ່ພົ້ນເດັ່ນ, ພ້ອມກັນນັ້ນກໍ່ສຶກສາ ແລະ ແນະນຳບັນດາເນື້ອໃນການຮ່ວມມືທີ່ເໝາະສົມ.
ຂອບອົກຂອບໃຈສະຫະພັນລັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫຼວງໃນອະດີດສະຫະພາບໂຊວຽດ ກໍ່ຄືໃນທຸກວັນນີ້ ໃຫ້ແກ່ປະເທດ ແລະປະຊາຊົນຫວຽດນາມ, ຜ່ານທ່ານຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ້ງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ອວຍພອນສຸຂະພາບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin; ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄວາມຊົມເຊີຍ ແລະ ອວຍພອນໃຫ້ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Vladimirovich Mishustin; ແລະ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ ລັດເຊຍ ມາຢ້ຽມຢາມ ຫວຽດນາມ ໃນເວລາທີ່ເໝາະສົມ.
ທີ່ມາ
(0)