ຕອນບ່າຍວັນທີ 11/7, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ລົງນາມໃນຖະແຫຼງການສະບັບ 66/CD-TTg ຂອງນາຍົກລັດຖະມົນຕີ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດທາງດ່ວນ ຮ່າໂນ້ຍ - ຫາຍຟ່ອງ, ຜ່ານແຂວງ ຫາຍເຢືອງ .
ເມື່ອເວລາ 9 ໂມງເຊົ້າຂອງວັນທີ 11 ກໍລະກົດ ທີ່ຜ່ານມາ ຢູ່ເສັ້ນທາງດ່ວນ ຮ່າໂນ້ຍ - ຫາຍຟ່ອງ ຜ່ານແຂວງ ຫາຍເຢືອງ ໄດ້ເກີດອຸບັດຕິເຫດ ລົດໃຫຍ່ 3 ຄັນ ເສຍຊີວິດ 2 ຄົນ, ບາດເຈັບ 9 ຄົນ ແລະ ພາຫະນະເປ່ເພເສຍຫາຍໜັກ 3 ຄັນ.
ໃນທັນທີທີ່ໄດ້ຮັບຂໍ້ມູນກ່ຽວກັບອຸບັດເຫດ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳສົ່ງຄວາມເສົ້າສະຫຼົດໃຈມາຍັງຍາດຕິພີ່ນ້ອງ ແລະ ຄອບຄົວຜູ້ເສຍຊີວິດ; ຊຸກຍູ້ ແລະ ຢ້ຽມຢາມຜູ້ປະສົບເຄາະຮ້າຍຈາກອຸບັດຕິເຫດ; ພ້ອມກັນນັ້ນໄດ້ຊີ້ນຳການນຳແຂວງ ຫາຍເຢືອງ ແລະ ເຈົ້າໜ້າທີ່ຕຳຫຼວດໄປຈຸດເກີດເຫດ ເພື່ອຊີ້ນຳເອົາໃຈໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ໄປຢາມຜູ້ປະສົບເຄາະຮ້າຍໃນອຸບັດເຫດ.
ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ສະກັດກັ້ນ ອຸບັດຕິເຫດ ຈາລະຈອນ ທີ່ຄ້າຍຄືກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ລັດຖະມົນຕີ ກະຊວງ ປທສ ຊີ້ນຳ ກົມຕຳຫຼວດຈະລາຈອນ ແລະ ໜ່ວຍງານຕຳຫຼວດ ແລະ ທ້ອງຖິ່ນ ເພີ່ມທະວີການລາດຕະເວນ ແລະ ຄວບຄຸມລົດ ທີ່ເຂົ້າຮ່ວມການສັນຈອນຕາມເສັ້ນທາງຫຼວງ, ແກ້ໄຂການລະເມີດກົດໝາຍຢ່າງເຂັ້ມງວດ ໂດຍສະເພາະແມ່ນການລະເມີດເສັ້ນທາງ, ເລນ, ຂ້າມທາງ ແລະ ຫຼີກລ່ຽງ.
ຕຳຫຼວດ ແລະ ໜ່ວຍງານຄຸ້ມຄອງທາງຫຼວງ ຕ້ອງໃຊ້ມາດຕະການແກ້ໄຂຢ່າງທັນການກັບກໍລະນີການຈອດລົດຢູ່ທາງຫຼວງ ລວມທັງການຢຸດລົດຍ້ອນບັນຫາລົດຍົນ ເພື່ອປ້ອງກັນອຸບັດຕິເຫດທີ່ຄ້າຍຄືກັນ.
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ປະທານຄະນະກຳມະການປະຊາຊົນແຂວງ ຫາຍເຢືອງ ຊີ້ນຳບັນດາອົງການ, ຫົວໜ່ວຍປະຕິບັດໜ້າທີ່ຂອງແຂວງ ຈັດຕັ້ງບັນດາເງື່ອນໄຂການແພດ, ຢາປິ່ນປົວພະຍາດໃຫ້ແກ່ຜູ້ປະສົບໄພ, ຫຼຸດຜ່ອນການສູນເສຍມະນຸດ ແລະຊັບສິນ; ຈັດຕັ້ງການຢ້ຽມຢາມ, ໜູນຊ່ວຍ ແລະ ຊຸກຍູ້ຜູ້ປະສົບເຄາະຮ້າຍຈາກອຸປະຕິເຫດດັ່ງກ່າວ; ພ້ອມທັງຊີ້ແຈ້ງບັນດາການກະທຳລະເມີດຕໍ່ບັນດາອົງການ ແລະ ບຸກຄົນທີ່ກ່ຽວຂ້ອງ ເພື່ອແກ້ໄຂຢ່າງເຂັ້ມງວດຕາມລະບຽບກົດໝາຍ.
ທ່ານລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງໄດ້ຊີ້ນໍາໃຫ້ກົມຄຸ້ມຄອງຖະໜົນຫົນທາງຫວຽດນາມສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງກວດກາຄືນ, ເພີ່ມທະວີການຈັດຕັ້ງຈະລາຈອນຢ່າງສົມເຫດສົມຜົນກ່ຽວກັບທາງດ່ວນ; ຊີ້ນຳບັນດາໜ່ວຍງານຄຸ້ມຄອງ ແລະ ນຳໃຊ້ທາງດ່ວນ ໃຫ້ມີມາດຕະການແກ້ໄຂຢ່າງທັນການຕໍ່ກໍລະນີການຢຸດຈອດ ແລະ ການຈອດລົດເທິງທາງດ່ວນ ເພື່ອຮັບປະກັນຄວາມປອດໄພໃນການສັນຈອນ ແລະ ສະກັດກັ້ນບໍ່ໃຫ້ເກີດອຸບັດເຫດທີ່ຄ້າຍຄືກັນໃນຕໍ່ໜ້າ.
ພູທອນ
ທີ່ມາ: https://www.sggp.org.vn/thu-tuong-yeu-cau-khan-truong-khac-phuc-hau-qua-vu-tai-nan-giao-thong-nghiem-trong-tren-cao-toc-ha-noi-hai-phong-post748900.html
(0)