ທ່ານນາຍົກລັດຖະມົນຕີ 2 ທ່ານ ໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນການພົວພັນ 2 ຝ່າຍ; ໄດ້ເຫັນດີຊຸກຍູ້ການຢ້ຽມຢາມຂັ້ນສູງ ແລະ ການຢ້ຽມຢາມທຸກຂັ້ນ ໂດຍຜ່ານທຸກຊ່ອງທາງ ແລະ ເພີ່ມທະວີການສົມທົບກັນ ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າ ແລະ ແທດຈິງໃຫ້ແກ່ ສັນຕິພາບ , ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.
ເຊື່ອໝັ້ນວ່າຍັງມີຫຼາຍຊ່ອງຫວ່າງໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາວ່າ 2 ຝ່າຍສືບຕໍ່ປະຕິບັດຢ່າງມີປະສິດທິຜົນ ເພື່ອປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ໂດຍໄວບັນລຸເປົ້າໝາຍ 20 ຕື້ USD, ພິເສດແມ່ນເປີດກ້ວາງ ແລະ ອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າຂອງ 2 ຝ່າຍໄປຍັງຕະຫຼາດຂອງແຕ່ລະປະເທດ.
ຕີລາຄາສູງຍຸດທະ ສາດເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ຂອງ ອົດສະຕາລີ ຮອດປີ 2040, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ການລົງທຶນຂອງ ອົດສະຕາລີ ຢູ່ ຫວຽດນາມ ມີການເຕີບໂຕຢ່າງຕັ້ງໜ້າ; ສະເໜີສອງຝ່າຍຊຸກຍູ້ປະສິດທິຜົນ, ເປີດກວ້າງການພົວພັນຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພິເສດແມ່ນການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ, ບຳລຸງສ້າງຊັບພະຍາກອນມະນຸດ, ພັດທະນາເຕັກໂນໂລຊີຊີວະພາບ ແລະ ອື່ນໆ.
ທ່ານນາຍົກລັດຖະມົນຕີ Anthony Albanese ຢືນຢັນວ່າ: ອົດສະຕາລີ ຍາມໃດກໍ່ໃຫ້ບຸລິມະສິດການພົວພັນກັບຫວຽດນາມ, ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຢູ່ອາຊີຕາເວັນອອກສ່ຽງໃຕ້; ໃຫ້ຄຳໝັ້ນສັນຍາວ່າ ອົດສະຕາລີ ຍາມໃດກໍ່ໃຫ້ບຸລິມະສິດໜູນຊ່ວຍ ODA ໃຫ້ແກ່ ຫວຽດນາມ, ພິເສດແມ່ນບັນດາຂົງເຂດທີ່ ຫວຽດນາມ ພວມມີຄວາມຕ້ອງການຄື: ການປັບປຸງການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ການຫັນເປັນດີຈີຕອນ, ເສດຖະກິດວົງຈອນ ແລະ ອື່ນໆ.
ທີ່ມາ: https://www.vietnamplus.vn/thuc-day-quan-he-hop-tac-viet-nam-australia-post1073115.vnp






(0)