ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ຢືນຢັນ: ສ.ເກົາຫຼີ ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນການປະຕິບັດນະໂຍບາຍການຕ່າງປະເທດຂອງພາກພື້ນ ແລະ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ໃນບາດກ້າວພັດທະນາຕໍ່ໄປ.
ການນຳສອງທ່ານເຫັນດີສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ; ເປີດກວ້າງການຮ່ວມມືດ້ານປ້ອງກັນປະເທດ, ຄວາມໝັ້ນຄົງ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ເຮັດໃຫ້ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນເປັນດີຈີຕອນເປັນເສົາຄ້ຳໃໝ່ໃນການພົວພັນສອງຝ່າຍ; ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດແຮງງານ, ວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນຢູ່ທ້ອງຖິ່ນ.
2 ຝ່າຍກໍ່ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີຫວຽດນາມ ສະໜັບສະໜູນ ສປປ ເກົາຫຼີ ຈັດຕັ້ງກອງປະຊຸມສຸດຍອດ APEC 2025 ສຳເລັດຜົນ ແລະ ສປປ ເກົາຫຼີ ສະໜັບສະໜູນ ແລະ ປາດຖະໜາຢາກແບ່ງປັນປະສົບການກັບ ຫວຽດນາມ ຈັດຕັ້ງປີ APEC 2027 ສຳເລັດຜົນ.
ທ່ານນາຍົກລັດຖະມົນຕີໄດ້ສົ່ງຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ To Lam ແລະ ການນຳສຳຄັນຂອງຫວຽດນາມ ເຖິງທ່ານປະທານປະເທດ Lee Jae Myung ມາຢ້ຽມຢາມຫວຽດນາມ ໃນເວລາທີ່ເໝາະສົມ. ທ່ານປະທານປະເທດ Lee Jae Myung ໄດ້ສະແດງຄວາມຂອບໃຈ ແລະ ຍິນດີຮັບເອົາຄຳເຊີນທີ່ໄດ້ມີໂອກາດເປັນສັກຂີພິຍານການພັດທະນາຂອງຫວຽດນາມ ດ້ວຍຕາຕົນເອງ./.
ທີ່ມາ: https://www.vietnamplus.vn/han-quoc-san-sang-dong-hanh-cung-viet-nam-trong-chang-duong-tiep-theo-post1073111.vnp






(0)