ESG - ທ່າອ່ຽງທີ່ຫຼີກລ່ຽງບໍ່ໄດ້ໃນ ໂລກ ແລະໃນຫວຽດນາມ
ປະຈຸບັນ, ໂລກພວມປະເຊີນໜ້າກັບການທ້າທາຍໃຫຍ່ຂອງການປ່ຽນແປງຂອງດິນຟ້າອາກາດ ແລະ ມົນລະພິດສິ່ງແວດລ້ອມ. ບັນດາອົງການຈັດຕັ້ງສາກົນຄື: ສະຫະປະຊາຊາດ (UN), ກອງທຶນການເງິນສາກົນ (IMF) ແລະ ທະນາຄານໂລກ (WB) ໄດ້ສືບຕໍ່ຜັນຂະຫຍາຍ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ພ້ອມກັບບັນດາກອບກົດໝາຍ, ໂຄງການໜູນຊ່ວຍດ້ານການເງິນ ແລະ ເຕັກນິກ ເພື່ອເປັນທິດທາງໃຫ້ແກ່ບັນດາປະເທດຮ່ວມມື ແລະ ລົງທຶນໃນບັນດາໂຄງການທີ່ມີຜົນກະທົບດ້ານດີຕໍ່ສິ່ງແວດລ້ອມ. ຢູ່ຫວຽດນາມ, ລັດຖະບານ ໄດ້ປະຕິບັດຢ່າງຈິງຈັງ, ສະແດງໃຫ້ເຫັນໂດຍການເຂົ້າຮ່ວມກອງປະຊຸມສາກົນຂອງບັນດາຝ່າຍໃນຂອບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງດິນຟ້າອາກາດ (COP), ພ້ອມກັບຄໍາຫມັ້ນສັນຍາທີ່ເຂັ້ມແຂງເພື່ອຫຼຸດຜ່ອນການປ່ອຍອາຍພິດສຸດທິໃຫ້ "0" ໃນປີ 2050 ແລະເຂົ້າຮ່ວມຂໍ້ລິເລີ່ມ "ຄໍາຫມັ້ນສັນຍາຄວາມເຢັນທົ່ວໂລກ". ສິ່ງດັ່ງກ່າວພິສູດໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ຖືບັນດາປັດໄຈດ້ານສິ່ງແວດລ້ອມ - ສັງຄົມ - ການປົກຄອງ (ESG) ເປັນທ່າອ່ຽງເທົ່ານັ້ນ, ປະຈຸບັນ ESG ໄດ້ຮັບຖືວ່າແມ່ນກຸນແຈສຳຄັນໃນການພັດທະນາຢ່າງແຂງແຮງ ແລະ ຍາວນານໃນທຸກຂົງເຂດ .
ໃນທ່າອ່ຽງຫັນການພັດທະນາໄປສູ່ຄວາມຍືນຍົງ, ຄວາມຮຽກຮ້ອງຕ້ອງການແຫຼ່ງທຶນເພື່ອໜູນຊ່ວຍບັນດາເປົ້າໝາຍ ESG ໃນໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະກໍ່ໄດ້ຮັບການເພີ່ມຂຶ້ນຢ່າງຕັ້ງໜ້າ. ທະນາຄານໂລກ (WB) ໃຫ້ຮູ້ວ່າ: ຮອດປີ 2040, ເພື່ອຜັນຂະຫຍາຍເສັ້ນທາງການເຕີບໂຕສີຂຽວ, ການປ່ອຍອາຍພິດສຸດທິແມ່ນ “ສູນ”, ຫວຽດນາມ ຕ້ອງມີການລົງທຶນເພີ່ມເຕີມ 6,8% GDP ຕໍ່ປີ, ເທົ່າກັບປະມານ 368 ຕື້ USD. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ຄວາມຮຽກຮ້ອງຕ້ອງການທຶນ ESG ຂອງຫວຽດນາມພວມເຕີບໂຕຢ່າງແຂງແຮງ. ເພື່ອຕອບສະໜອງໄດ້, ຕ້ອງມີການປະດິດສ້າງດ້ານໂຄງປະກອບ ແລະ ນະໂຍບາຍການເງິນ, ພ້ອມກັບການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງລັດຖະບານ, ທະນາຄານ ແລະ ວິສາຫະກິດ.
BIDV - ຜູ້ບຸກເບີກໃນຕະຫຼາດການເງິນສີຂຽວ
ໃນຖານະເປັນໜຶ່ງໃນບັນດາສະຖາບັນການເງິນແຖວໜ້າຂອງຫວຽດນາມ, BIDV ເຂົ້າໃຈຢ່າງຈະແຈ້ງເຖິງຄວາມຮັບຜິດຊອບຂອງຕົນໃນການສົມທົບກັບລັດຖະບານໃນການປະຕິບັດຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ. BIDV ໄດ້ບຸກເບີກຕະຫຼາດໃນຂົງເຂດການເງິນສີຂຽວ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຕົນຕໍ່ປະຊາຄົມ, ປະກອບສ່ວນເຂົ້າໃນການຫັນປ່ຽນເສດຖະກິດໄປສູ່ການພັດທະນາສີຂຽວ ແລະ ຍືນຍົງ. ຮອດທ້າຍປີ 2023, BIDV ຈະແມ່ນໜຶ່ງໃນບັນດາຜູ້ອອກສິນເຊື່ອຂຽວໃຫຍ່ກວ່າໝູ່ຢູ່ຕະຫຼາດ ດ້ວຍຍອດວົງເງິນກູ້ຢືມທີ່ຍັງຄ້າງຄາກ່ວາ 74.000 ຕື້ດົ່ງ, ກວມເອົາ 4,2% ຍອດວົງເງິນກູ້ຢືມຂອງ BIDV ແລະ 12% ຍອດວົງເງິນສິນເຊື່ອຂຽວຂອງທົ່ວເສດຖະກິດ. ທ້າຍປີ 2023 ຍັງຈະເປັນຂີດໝາຍໃຫ້ BIDV ກາຍເປັນທະນາຄານແຫ່ງທຳອິດຂອງຫວຽດນາມ ໄດ້ປະສົບຜົນສຳເລັດໃນການອອກພັນທະບັດຂຽວຕາມຫຼັກການຂອງສະມາຄົມຕະຫຼາດທຶນສາກົນ - ICMA ຢູ່ຕະຫຼາດພາຍໃນປະເທດ ດ້ວຍວົງເງິນ 2.500 ຕື້ດົ່ງ.
ເງິນຝາກສີຂຽວ - ອະນາຄົດສີຂຽວ
ພາຍຫຼັງຜົນສຳເລັດຂອງການອອກພັນທະບັດສີຂຽວ, BIDV ສືບຕໍ່ບຸກເບີກການປະຕິບັດຜະລິດຕະພັນເງິນຝາກສີຂຽວ. ໂດຍຜ່ານຜະລິດຕະພັນດັ່ງກ່າວ, BIDV ຫມັ້ນສັນຍາວ່າເງິນຝາກຂອງລູກຄ້າຈະຖືກນໍາໄປໃຊ້ເຂົ້າໃນໂຄງການດ້ານການເງິນສີຂຽວ, ການປະຫຍັດພະລັງງານ, ພະລັງງານສະອາດ, ພະລັງງານທົດແທນ, ການຫຼຸດຜ່ອນການປ່ອຍອາຍພິດແລະການປົກປ້ອງສິ່ງແວດລ້ອມ. ເງິນຝາກສີຂຽວມີຂະໜາດການລະດົມທຶນ 3.000 ຕື້ດົ່ງ ໄລຍະທຳອິດໃນປີ 2024, ດ້ວຍເງື່ອນໄຂເງິນຝາກທີ່ປ່ຽນແປງໄດ້ແຕ່ 06 ເດືອນຂຶ້ນໄປ.
ຜ່ານການລົງທຶນໃນບັນດາຜະລິດຕະພັນ Green Deposit, ບັນດາວິສາຫະກິດໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດເພື່ອພັດທະນາແບບຍືນຍົງ, ສ້າງຊື່ສຽງ ແລະ ຮູບພາບທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ປະຊາຄົມ. ສິ່ງດັ່ງກ່າວປະກອບສ່ວນຊ່ວຍໃຫ້ບັນດາວິສາຫະກິດເພີ່ມຄວາມສາມາດດຶງດູດທຶນລົງທຶນ, ໄດ້ຮັບຄວາມໄດ້ປຽບໃນການແຂ່ງຂັນ, ເປີດກວ້າງການເຂົ້າເຖິງຕະຫຼາດ ແລະ ດຶງດູດລູກຄ້າ.
ບັນດາວິສາຫະກິດທີ່ນຳໃຊ້ຜະລິດຕະພັນເງິນຝາກສີຂຽວຈະໄດ້ຮັບໃບຢັ້ງຢືນຈາກ BIDV, BIDV ຈະປະກາດຢ່າງໂປ່ງໃສບັນດາໂຄງການນຳໃຊ້ທຶນຮອນຈາກ Green Deposit ໃນບົດລາຍງານປະຈຳປີຢູ່ເວັບໄຊທາງການຂອງ BIDV (www.bidv.com.vn).
ມາສ້າງຄວາມແຕກຕ່າງກັບ BIDV ໃນການເດີນທາງເພື່ອອະນາຄົດສີຂຽວ!
ຕູ່ວັງ
(0)