ຄະ ນະຊາວໜຸ່ມແຂວງ ນຳໂດຍ ສະຫາຍ ເຈີ່ນແທງຢຸງ, ກໍາມະການພັກແຂວງ, ຮອງປະທານຄະນະກໍາມະການແນວລາວສ້າງຊາດແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ລົງຢ້ຽມຢາມ, ຊຸກຍູ້ ແລະ ມອບຂອງຂວັນຈາກໜັງສືພິມ Tuoi Tre ໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຈາກໄພນໍ້າຖ້ວມຢູ່ຕາແສງ Thuc Phan, Nung Tri Cao ແລະ Tan Giang.

ທີ່ຈຸດໝາຍ, ຄະນະເຮັດວຽກໄດ້ສົ່ງເສີມ ແລະ ແບ່ງປັນຄວາມຫຍຸ້ງຍາກໃຫ້ບັນດາຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ຫວັງວ່າປະຊາຊົນຈະມານະພະຍາຍາມຜ່ານຜ່າຜົນຮ້າຍຢ້ອນຫຼັງ ແລະ ສ້າງຄວາມໝັ້ນຄົງໂດຍໄວ.
ເພື່ອໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມຢ່າງທັນການ, ຄະນະຜູ້ແທນໄດ້ມອບຂອງຂວັນ 30 ພູດ, ແຕ່ລະ 300.000 ດົ່ງ, ໃນນັ້ນມີບັນດາເຄື່ອງໃຊ້ທີ່ຈຳເປັນຄື: ເຂົ້າສານ, ເຂົ້າໜົມ, ນ້ຳດື່ມ ແລະ ເຄື່ອງໃຊ້ໃນຄອບຄົວ. ເຖິງວ່າຂອງຂວັນບໍ່ມີຄຸນຄ່າອັນໃຫຍ່ຫຼວງ, ແຕ່ຍັງມີນ້ຳໃຈແບ່ງປັນ, ປະກອບສ່ວນຊ່ວຍເຫຼືອບັນດາຄອບຄົວຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.

ໃນໄລຍະຈະມາເຖິງ, ໜັງສືພິມ Tuoi Tre ຈະສືບຕໍ່ສົມທົບກັບຄະນະຊາວໜຸ່ມແຂວງ ກາວບັ່ງ ມອບຂອງຂວັນຕື່ມອີກໃຫ້ແກ່ປະຊາຊົນບັນດາທ້ອງຖິ່ນທີ່ໄດ້ຮັບຜົນກະທົບ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ແຂວງແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ. ການເຄື່ອນໄຫວສະແດງໃຫ້ເຫັນຈິດໃຈ “ຮັກແພງເຊິ່ງກັນ ແລະກັນ”, ເຜີຍແຜ່ຄວາມຮັກແພງ ແລະຄວາມຮັບຜິດຊອບຂອງຊາວໜຸ່ມໃນຂອບເຂດທົ່ວປະເທດຕໍ່ກັບປະຊາຊົນຢູ່ເຂດປະສົບໄພ.
ທີ່ມາ: https://baocaobang.vn/tinh-doan-thanh-nien-tham-tang-qua-cac-ho-gia-dinh-kho-khan-bi-anh-huong-boi-mua-lu-3181150.html
(0)