ກປ.ອອນໄລ - ວັນທີ 9 ຕຸລາ, ຄະນະປະຕິບັດງານຂອງຄະນະຊາວໜຸ່ມແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ບັນດາຄອບຄົວທີ່ຖືກນໍ້າຖ້ວມຢ່າງໜັກໜ່ວງຈາກພະຍຸເລກ 11 ຢູ່ຕາແສງ ຮຸຍລ່ອງ.


ໃນລາຍການ, ຄະນະຜູ້ແທນໄດ້ມອບອາຫານ 300 ຄາບ, ໄຟສາຍ ແລະ ເຄື່ອງໃຊ້ຈຳເປັນຈຳນວນໜຶ່ງຄື: ນ້ຳກອງ, ນ້ຳນົມ... ດ້ວຍມູນຄ່າລວມກວ່າ 30 ລ້ານດົ່ງໃຫ້ບັນດາຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ເສຍຫາຍດ້ານຊັບສິນຍ້ອນຝົນຕົກ, ນ້ຳຖ້ວມ. ພ້ອມກັນນັ້ນ, ຄະນະຍັງໄດ້ຊັກຖາມສະພາບການ ແລະ ຊຸກຍູ້ໃຫ້ບັນດາຄອບຄົວຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ.


ເປັນທີ່ຮູ້ກັນວ່າ, ໃນຊຸມມື້ຕໍ່ໜ້າ, ຄະນະຊາວໜຸ່ມແຂວງຈະສືບຕໍ່ຮຽກຮ້ອງ ແລະ ລະດົມແຫຼ່ງກຳລັງ ແລະ ຈັດຕັ້ງຄະນະຜູ້ແທນໄປມອບເຄື່ອງທີ່ຈຳເປັນໂດຍກົງໃຫ້ບັນດາຄອບຄົວຢູ່ເຂດປະສົບໄພນ້ຳຖ້ວມໃນແຂວງ. ພ້ອມກັນນັ້ນ, ຄະນະຊາວໜຸ່ມແຂວງ ໄດ້ເຄື່ອນໄຫວລະດົມສະມາຊິກເຂົ້າຮ່ວມໜູນຊ່ວຍບັນດາກຳລັງປະຕິບັດໜ້າທີ່ ແລະ ປະຊາຊົນຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ. ຜ່ານນັ້ນໄດ້ເສີມຂະຫຍາຍນ້ຳໃຈສາມັກຄີ, ຄວາມລິເລີ່ມ ແລະ ຈິດໃຈອາສາສະໝັກຂອງຊາວໜຸ່ມ, ປະກອບສ່ວນໜູນຊ່ວຍຫຼຸດຜ່ອນຜົນເສຍຫາຍຈາກພາຍຸເລກ 11.
ທີ່ມາ: https://baolangson.vn/tinh-doan-trao-nhu-yeu-pham-ho-tro-nguoi-dan-bi-anh-huong-do-mua-lu-tren-dia-ban-xa-huu-lung-5061360.html
(0)