ເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດ Pham Thai Nhu Mai, ພະນັກງານສະຖານທູດຫວຽດນາມ ປະຈຳ Kazakhstan ແລະ ຊາວຫວຽດນາມ ຢູ່ຕ່າງປະເທດເປັນຈຳນວນຫລວງຫລາຍ. ການພົບປະດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ສະໜິດສະໜົມ, ເຕັມໄປດ້ວຍຄວາມຮັກແພງຂອງພີ່ນ້ອງຮ່ວມຊາດທີ່ຢູ່ໄກບ້ານ.
ກ່າວຄຳເຫັນທີ່ການຕ້ອນຮັບຢ່າງສະໜິດສະໜົມກັບຊາວຫວຽດນາມຢູ່ຕ່າງປະເທດເປັນຈຳນວນຫຼວງຫຼາຍ, ທ່ານເລຂາທິການໃຫຍ່ To Lam ໄດ້ສະແດງຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມ Kazakhstan ເປັນຄັ້ງທຳອິດໃນຖານະເປັນເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ , ແມ່ນບາດກ້າວພັດທະນາທີ່ສຳຄັນຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - Kazakhstan - ເພື່ອນມິດທີ່ເປັນມູນເຊື້ອຂອງຫວຽດນາມ ນັບແຕ່ສະໄໝໂຊວຽດ.
ທ່ານເລຂາທິການໃຫຍ່ To Lam ແລະ ພັນລະຍາ ໄດ້ມີການພົບປະກັບພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ Kazakhstan.
ແຈ້ງໃຫ້ປະຊາຊົນຊາບກ່ຽວກັບສະພາບການຂອງປະເທດ, ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ: ພາຍຫຼັງເກືອບ 40 ປີແຫ່ງການປັບປຸງ, ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນໃນຫຼາຍຂົງເຂດ, ນັບແຕ່ ການເມືອງ , ເສດຖະກິດ, ວັດທະນະທຳ, ການຕ່າງປະເທດ, ປ້ອງກັນປະເທດ, ຄວາມໝັ້ນຄົງ. ທ່າແຮງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ປ້ອງກັນປະເທດ ແລະ ຄວາມໝັ້ນຄົງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ບັນດາການເຄື່ອນໄຫວວຽກງານການຕ່າງປະເທດຍັງບັນລຸໄດ້ບັນດາຜົນງານທີ່ສຳຄັນ.
ກ່ຽວກັບການພົວພັນຫວຽດນາມ - ກາຊັກສະຖານ, ທ່ານເລຂາທິການໃຫຍ່ຖືວ່າ: 2 ປະເທດຫາກໍ່ຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງ ຫວຽດນາມ ແລະ ກາຊັກສະຖານ. ເປັນໜ້າສັງເກດ, ການຮ່ວມມືດ້ານເສດຖະກິດການຄ້າໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ໃນໄລຍະມໍ່ໆມານີ້, ວົງເງິນການຄ້າປີ 2024 ບັນລຸປະມານ 800 ລ້ານ USD, ເພີ່ມຂຶ້ນ 99% ເມື່ອທຽບໃສ່ໄລຍະດຽວກັນ. ການຮ່ວມມືໃນຂົງເຂດທ່ອງທ່ຽວ, ວັດທະນະທຳ, ການສຶກສາ - ຝຶກອົບຮົມ, ການພົບປະແລກປ່ຽນປະຊາຊົນຍັງບັນລຸໄດ້ບັນດາໝາກຜົນທີ່ດີຫລາຍ.
ທ່ານເລຂາທິການໃຫຍ່ To Lam ເນັ້ນໜັກວ່າ: “ການຮ່ວມມືກັບ Kazakhstan ແມ່ນໜຶ່ງໃນບັນດາການຮ່ວມມືຍຸດທະສາດຂອງພວກເຮົາໃນການຜັນຂະຫຍາຍການພັດທະນາຂອງປະເທດໃນໄລຍະໃໝ່, ຈຸດສຳຄັນແມ່ນວິໄສທັດ ແລະ ທິດທາງການພັດທະນາຂອງທ່ານມີຄວາມຊ້ອນແຝງຫຼາຍຢ່າງ, ພ້ອມທັງປາດຖະໜາຢາກສົມທົບກັນຢ່າງຕັ້ງໜ້າ ແລະ ເຊື່ອມໂຍງເຂົ້າກັບພວກຂ້າພະເຈົ້າ ເປັນຂົວຕໍ່ໃນຂະບວນການຮ່ວມມືກັບບັນດາປະເທດອາຊີກາງ”.
ທ່ານເລຂາທິການໃຫຍ່ມີຄວາມດີໃຈທີ່ໄດ້ເຫັນວ່າ, ເຖິງວ່າປະຊາຄົມຊາວຫວຽດນາມ ຢູ່ Kazakhstan ບໍ່ມີຂະໜາດໃຫຍ່ກໍ່ຕາມ, ແຕ່ໄດ້ເຊື່ອມໂຍງເຂົ້າກັບສັງຄົມເຈົ້າພາບຢ່າງເລິກເຊິ່ງ ແລະ ນັບມື້ນັບເພີ່ມຂຶ້ນ. ຕີລາຄາສູງນ້ຳໃຈສາມັກຄີ, ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ແລະ ຄວາມມານະພະຍາຍາມປົກປັກຮັກສາເອກະລັກວັດທະນະທຳແຫ່ງຊາດຂອງປະຊາຄົມຊາວ ຫວຽດນາມ ຢູ່ Kazakhstan.
ທ່ານເລຂາທິການໃຫຍ່ໄດ້ຕີລາຄາສູງ ແລະ ໄດ້ຮັບຮູ້ບັນດາການປະກອບສ່ວນຂອງສະມາຄົມ ຫວຽດນາມ ແລະ ສະມາຄົມນັກປັນຍາຊົນໜຸ່ມ ຫວຽດນາມ ຢູ່ Kazakhstan, ປາດຖະໜາວ່າ ບັນດາອົງການນີ້ຈະສືບຕໍ່ເສີມຂະຫຍາຍບົດບາດໃຈກາງຂອງຕົນເປັນຂົວເຊື່ອມຕໍ່ທີ່ໝັ້ນຄົງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບບ້ານເກີດເມືອງນອນ.
ຊົມເຊີຍບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການຕ່າງປະເທດ, ປົກປັກຮັກສາພົນລະເມືອງ ແລະ ກໍ່ສ້າງປະຊາຄົມຂອງພະນັກງານສະຖານທູດ ຫວຽດນາມ ປະຈຳ Kazakhstan, ທ່ານເລຂາທິການໃຫຍ່ ປາດຖະໜາວ່າ ພະນັກງານ ສືບຕໍ່ຍູ້ແຮງຄວາມດຸໝັ່ນ, ວິຊາສະເພາະ ແລະ ສະຕິຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນການພົວພັນລະຫວ່າງ ຫວຽດນາມ ແລະປະເທດເຈົ້າພາບ, ຮັບໃຊ້ພາລະກິດປົກປັກຮັກສາປະເທດຊາດ, ພັດທະນາປະເທດຊາດຢ່າງສະເໝີຕົ້ນສະເໝີປາຍ. ແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ To Lam ໄດ້ສົ່ງຄຳອວຍພອນອັນຈິງໃຈ ແລະ ອວຍພອນໃຫ້ບັນດາພະນັກງານສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ Kazakhstan ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດ.
Van Hieu (VOV.VN)
(0)