
ທີ່ການພົບປະ, ທ່ານເລຂາທິການໃຫຍ່ To Lam ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້; ຢືນຢັນວ່າ ການພົວພັນລະຫວ່າງສອງປະເທດໄດ້ພັດທະນາຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນທຸກຂົງເຂດ, ແທດເໝາະກັບລະດັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ; ແລະ ຕີລາຄາສູງບົດບາດຂອງທ່ານເອກອັກຄະລັດຖະທູດ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນບັນດາໝາກຜົນແຫ່ງການຮ່ວມມືລະຫວ່າງສອງປະເທດ.
ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນແຫ່ງການຮ່ວມມືລະຫວ່າງສອງປະເທດ, ທ່ານເລຂາທິການໃຫຍ່ To Lam ຕີລາຄາວ່າ ການພົວພັນລະຫວ່າງ 2 ປະເທດຍັງມີທ່າແຮງພັດທະນາຫຼາຍຢ່າງ, ພິເສດແມ່ນໃນຂົງເຂດປ້ອງກັນປະເທດ - ຄວາມໝັ້ນຄົງ, ການເງິນ - ເງິນຕາ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ແຮງງານ, ການຫັນປ່ຽນພະລັງງານ, ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນດ້ານວັດທະນະທຳ, ກິລາ ແລະ ການແລກປ່ຽນປະຊາຊົນ, ໄດ້ເປີດກ້ວາງການຮ່ວມມືໃນຂົງເຂດອື່ນໆ.



ທ່ານເລຂາທິການໃຫຍ່ To Lam ຢືນຢັນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີ ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ເຂົ້າສູ່ໄລຍະພັດທະນາໃໝ່, ຕອບສະໜອງຄວາມຄາດໝາຍຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ສອງຝ່າຍຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ປະຈຸບັນ, ອັງກິດ ແມ່ນຄູ່ຮ່ວມມືການຄ້າທີ່ສຳຄັນຂອງຫວຽດນາມ ຢູ່ເອີລົບ ແລະ ແມ່ນນັກລົງທຶນໃຫຍ່ອັນດັບ 15 ໃນຈຳນວນ 152 ປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າຫວຽດນາມ. ຫວຽດນາມແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງຂອງອັງກິດໃນອາຊຽນ.
ທ່ານເອກອັກຄະລັດຖະທູດອັງກິດ Iain Frew ໄດ້ຂອບໃຈທ່ານເລຂາທິການໃຫຍ່ To Lam ທີ່ໄດ້ສະລະເວລາມາຮັບທ່ານ; ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນສອງຝ່າຍ, ພິເສດແມ່ນໃນສະພາບການທີ່ສອງປະເທດໄດ້ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ; ຢືນຢັນວ່າ ອັງກິດ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ, ຖືວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ອັງກິດ ໃນພາກພື້ນ. ທ່ານເອກອັກຄະລັດຖະທູດອັງກິດ Iain Frew ເຊື່ອໝັ້ນວ່າ, ການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງ 2 ປະເທດໃນໄລຍະຈະມາເຖິງຈະສ້າງກຳລັງແຮງຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາສູນການເງິນສາກົນ, ການເຕີບໂຕສີຂຽວ, ການພັດທະນາແບບຍືນຍົງ, ການທ່ອງທ່ຽວ ແລະການແລກປ່ຽນປະຊາຊົນ.
2 ຝ່າຍຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຮ່ວມມື 2 ຝ່າຍ ແລະ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ; ຮ່ວມກັນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະການຮ່ວມມືໃນພາກພື້ນ; ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ສອດຄ່ອງກັບຜົນປະໂຫຍດຂອງ 2 ປະເທດ./.
ທີ່ມາ: https://baotintuc.vn/thoi-su/tong-bi-thu-to-lam-tiep-dai-su-anh-tai-viet-nam-20251017184427718.htm
(0)