
ທີ່ການຕ້ອນຮັບ, ທ່ານສາດສະດາຈານ, ດຣ. ເຖິງວ່າມີໄລຍະຫ່າງທາງດ້ານພູມສາດຫຼາຍປານໃດ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນກັບບັນດາປະເທດອາເມລິກາລາຕິນ, ໃນນັ້ນມີ ອາເຈນຕິນາ.
ບົນຈິດໃຈນັ້ນ, ສະພາບັນດິດວິທະຍາສາດສັງຄົມ ຫວຽດນາມ ຮຽກຮ້ອງໃຫ້ສະຖານທູດ ອາກຊັງຕິນ ປະຈຳ ຫວຽດນາມ ໜູນຊ່ວຍ ແລະ ເຊື່ອມໂຍງກັບບັນດາອົງການ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ ອາກຊັງຕິນ ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດຄົ້ນຄວ້າສອງຝ່າຍ. ບັນດາຂົງເຂດບຸລິມະສິດລວມມີສັງຄົມ, ວັດທະນະທຳ, ສະຖາບັນ ການເມືອງ , ຄວາມໝັ້ນຄົງບໍ່ເປັນແບບດັ້ງເດີມ, ການຄ້າ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.
ສາດສະດາຈານ ເລວັນລຽວ ໃຫ້ຮູ້ວ່າ: ການຜັນຂະຫຍາຍການຮ່ວມມືດ້ານການຄົ້ນຄ້ວາຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ແບ່ງປັນປະສົບການພັດທະນາ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ ແລະ ອາກຊັງຕິນ. ສາດສະດາຈານ, ດຣ ເລວັນເລີ້ ໄດ້ແຕ່ງຕັ້ງສະຖາບັນການສຶກສາເອີຣົບ ແລະ ອາເມລິກາ ເປັນຈຸດປະສານງານໃນການປະຕິບັດບັນດາການເຄື່ອນໄຫວຮ່ວມມືທາງວິຊາການກັບຝ່າຍອາເຈນຕິນາ.
2 ຝ່າຍເຫັນດີຈະຈັດຕັ້ງກອງປະຊຸມສຳມະນາຄັ້ງທຳອິດໃນເດືອນ 12/2025, ໂດຍສົມທົບກັນລະຫວ່າງສະຖາບັນສຶກສາເອີລົບ ແລະ ອາເມລິກາ (VASS) ແລະ ສະຖານທູດ ອາກຊັງຕິນ. ນີ້ຈະເປັນເວທີປຶກສາຫາລືກ່ຽວກັບນະໂຍບາຍການຕ່າງປະເທດ, ທິດທາງ ເສດຖະກິດ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສາດສະດາຈານ ເລວັນລຽວ ສະເໜີໃຫ້ຮັກສາການເຄື່ອນໄຫວນີ້ເປັນກອງປະຊຸມສຳມະນາປະຈຳປີ, ຖືວ່າແມ່ນບາດກ້າວປະຕິບັດຕົວຈິງເພື່ອເພີ່ມທະວີການຮ່ວມມືດ້ານວິຊາການ ຫວຽດນາມ - ອາເຈນຕິນາ.
ນອກຈາກນັ້ນ, ສອງຝ່າຍຍັງເຫັນດີເປັນເອກະສັນຊຸກຍູ້ການພົບປະແລກປ່ຽນວັດທະນະທຳ ແລະ ເປີດກວ້າງການເຂົ້າຮ່ວມບັນດາເຫດການທີ່ແຕ່ລະຝ່າຍຈັດຕັ້ງ ແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ຂອບໃຈທ່ານປະທານສະພາບັນດິດວິທະຍາສາດສັງຄົມ ຫວຽດນາມ ທີ່ໄດ້ສະຫລະເວລາມາພົບປະ, ທ່ານເອກອັກຄະລັດຖະທູດ Marcos Antonio Bednarski ຕີລາຄາສູງບົດບາດຂອງສະຖາບັນຄົ້ນຄວ້າ, ແນະນຳນະໂຍບາຍ ແລະ ການຮ່ວມມືສາກົນ; ແລະ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອາກຊັງຕິນ ໃນພາກພື້ນ ອາຊີ - ປາຊີຟິກ.
ດ້ວຍພື້ນຖານການຮ່ວມມື ແລະ ຄຳໝັ້ນສັນຍາຂອງ 2 ຝ່າຍທີ່ມີຢູ່ແລ້ວ, ທ່ານເອກອັກຄະລັດຖະທູດ Marcos Antonio Bednarski ເຊື່ອໝັ້ນວ່າ ການພົວພັນໃນຂົງເຂດຄົ້ນຄວ້າ, ວັດທະນະທຳ ແລະ ການສຶກສາ ຫວຽດນາມ - ອາກຊັງຕິນ ຈະສືບຕໍ່ພັດທະນາ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ທັງ 2 ປະເທດ.
ທ່ານເອກອັກຄະລັດຖະທູດ Marcos Antonio Bednarski ຖືວ່າ: ການຮ່ວມມືດ້ານການຄົ້ນຄ້ວາ ແລະ ການແລກປ່ຽນນັກຊ່ຽວຊານແມ່ນຊ່ອງທາງສຳຄັນເພື່ອຊ່ວຍໃຫ້ສອງປະເທດເຂົ້າໃຈກັນຢ່າງເລິກເຊິ່ງກ່ວາອີກ. ສະຖານທູດ ອາກຊັງຕິນ ປະຈຳ ຫວຽດນາມ ຈະສືບຕໍ່ສົມທົບກັບບັນດາສະຖາບັນ, ມະຫາວິທະຍາໄລ ອາກຊັງຕິນ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນບັນດານັກວິຊາການ ແລະ ປະຕິບັດບັນດາໂຄງການຮ່ວມມືສະເພາະ.
ທີ່ມາ: https://baotintuc.vn/thoi-su/viet-nam-va-argentina-thuc-day-hop-tac-hoc-thuat-20251022195739782.htm
(0)