ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ເນັ້ນ​ໜັກ​ວ່າ: ຍາມ​ໃດ​ຫວຽດ​ນາມ ຈະ​ຢືນ​ຢູ່​ຄຽງ​ຂ້າງ​ກູ​ບາ, ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ອ້າຍ​ນ້ອງ​ທີ່​ເປັນ​ແບບ​ຢ່າງ, ຄວາມ​ສາ​ມັກ​ຄີ, ຄວາມ​ສັດ​ຊື່​ຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ.

1HAI_6856.jpg
ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ ທີ່​ມາ​ຢ້ຽມຢາມ ຫວຽດນາມ ​ຢ່າງ​ເປັນ​ທາງ​ການ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ​ທາງ​ການ​ທູດ ​ແລະ “ປີ​ມິດຕະພາບ ຫວຽດນາມ - ກູ​ບາ”.

ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ພື້ນ​ຖານ ​ການ​ເມືອງ ​ແລະ​ທິດ​ທາງ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ສອງ​ຝ່າຍ. ທ່ານເລຂາທິການໃຫຍ່ ສະເໜີສະພາແຫ່ງຊາດ ກູບາ ສືບຕໍ່ໃຫ້ບຸລິມະສິດໜູນຊ່ວຍການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການຮ່ວມມືໃນຂົງເຂດກະສິກຳ, ພະລັງງານທົດແທນ, ເຕັກໂນໂລຊີຊີວະພາບ ແລະ ການຢາ, ຮັບໃຊ້ການພັດທະນາຂອງ 2 ປະເທດ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ເໜີ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ປະ​ສົບ​ການ​ພາກ​ພື້ນ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ທີ່​ຫວຽດ​ນາມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ ແລະ ກູ​ບາ ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ພັກ​ໃນ​ປີ 2026.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Esteban Lazo Hernández ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ ແລະ ຮອບ​ດ້ານ​ທີ່​ຫວຽດ​ນາມ ຍາດ​ມາ​ໄດ້ ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະ​ຫລາດ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

1HAI_6923.jpg
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ ໄດ້​ແຈ້ງ​ໃຫ້​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ To Lam ກ່ຽວ​ກັບ​ຜົນ​ການ​ເຈ​ລະ​ຈາ ແລະ ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຫວຽດ​ນາມ - ກູ​ບາ.

ກູ​ບາ ຖື​ເປັນ​ສຳຄັນ​ການ​ປຶກສາ​ຫາລື ​ແລະ ດູດ​ດື່ມ​ບັນດາ​ປະ​ສົບ​ການ​ປະຕິບັດ​ຕົວ​ຈິງ​ຂອງ​ຫວຽດນາມ ​ໃນ​ພາລະກິດ​ປ່ຽນ​ໃໝ່ ​ແລະ ກໍ່ສ້າງ​ສັງຄົມ​ນິຍົມ, ພິ​ເສດ​ແມ່ນ​ໃນ​ຂະ​ບວນການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ​ກູ​ບາ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ ​ໄດ້​ຂອບ​ອົກ​ຂອບ​ໃຈ​ຫວຽດນາມ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ໃນ​ໄລຍະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ, ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນດາ​ຂະ​ບວນການ​ລະດົມ​ທຶນ​ຢ່າງ​ກວ້າງຂວາງ​ລະຫວ່າງ​ປະຊາຊົນ​ຫວຽດນາມ.

ຕີ​ລາຄາ​ສູງ​ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ມື​ຂອງ ຫວຽດນາມ ​ໃນ​ການ​ຍົກ​ສູງ​ກຳລັງ​ການ​ຜະລິດ​ກະສິກຳ ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ໃຫ້​ແກ່ ກູ​ບາ, ປະຕິບັດ​ບັນດາ​ໂຄງການ​ພະລັງງານ​ທົດ​ແທນ, ຜະລິດ​ເຄື່ອງ​ອຸປະ​ໂພ​ກບໍລິ​ໂພ​ກຢູ່ ກູ​ບາ...

ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ແບ່ງປັນ​ບາງ​ປະສົບ​ການ ​ແລະ ບົດຮຽນ​ອັນ​ໃຫຍ່​ຫຼວງ​ຂອງ​ຫວຽດນາມ ​ໃນ​ໄລຍະ 50 ປີ​ແຫ່ງ​ການ​ປ້ອງ​ກັນ ​ແລະ ກໍ່ສ້າງ​ປະ​ເທດ, ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ເກືອບ 40 ປີ​ແຫ່ງ​ການ​ປະດິດ​ສ້າງ ​ແລະ ພັດທະນາ.

ທ່ານເລຂາທິການໃຫຍ່ ຕີລາຄາສູງບັນດາຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ ກູບາ ໃນການເພີ່ມທະວີການຮ່ວມມື, ສົມທົບກັນຊີ້ນຳວຽກງານສຶກສາ - ບຳລຸງສ້າງ, ເພີ່ມທະວີຄວາມເຂົ້າໃຈຂອງປະຊາຊົນ ແລະລຸ້ນໜຸ່ມກ່ຽວກັບຮີດຄອງປະເພນີການພົວພັນພິເສດ ຫວຽດນາມ - ກູບາ...

​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກູ​ບາ Esteban Lazo ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ Pham Minh Chinh.

1HAI_7656.jpg
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ກົນ​ໄກ​ຮ່ວມ​ມື​ກ່ຽວ​ກັບ​ບັນ​ດາ​ຊ່ອງ​ທາງ​ຂອງ​ພັກ, ລັດ, ລັດ, ລັດ​ຖະ​ສະ​ພາ​ແຫ່ງ​ຊາດ ແລະ ລະ​ຫວ່າງ​ບັນ​ດາ​ກະ​ຊວງ ແລະ ທ້ອງ​ຖິ່ນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ​ວ່າ, ຍາມ​ໃດ​ຫວຽດ​ນາມ​ກໍ​ຕິດ​ຕາມ​ສະ​ພາບ​ການ​ຢູ່​ກູ​ບາ, ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ທີ່​ກູ​ບາ​ພວມ​ປະ​ເຊີນ​ໜ້າ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ ໄດ້​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ພາຍຫຼັງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ແຕ່​ລະ​ຄັ້ງ ແລະ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ຜົນ​ງານ​ທີ່​ຫວຽດ​ນາມ ຍາດ​ມາ​ໄດ້. ໝາກຜົນ, ໄຊຊະນະຂອງຊາວ ຫວຽດນາມ ຍາມໃດກໍ່ແມ່ນແຫຼ່ງກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ການປະຕິວັດຂອງຊາວ ກູບາ.

ກູ​ບາ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ກັບ​ຫວຽດນາມ, ຖື​ວ່າ​ການ​ຮ່ວມ​ມື​ກັບ​ຫວຽດນາມ ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ໃນ​ສະພາບ​ທີ່​ໂລກ​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ ​ແລະ ຄວາມ​ຫຍຸ້ງຍາກ.

ທ່ານປະທານສະພາແຫ່ງຊາດ ກູບາ ໄດ້ໃຫ້ທັດສະນະກ່ຽວກັບສະພາບລວມຂອງ ກູບາ ໃນໄລຍະມໍ່ໆມານີ້ ແລະບັນດານະໂຍບາຍ, ມາດຕະການແກ້ໄຂເຊິ່ງພັກ, ລັດ ກູບາ ພວມປະຕິບັດເພື່ອສະຖຽນລະພາບ, ພັດທະນາເສດຖະກິດ - ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

1HAI_7630.jpg
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ ຢ້ຽມ​ຢາມ​ງານ​ວາງ​ສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຢືນ​ຢັນ​ນະ​ໂຍ​ບາຍ​ເປັນ​ເອ​ກະ​ພາບ​ຂອງ​ຫວຽດ​ນາມ ໃນ​ການ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຫວຽດ​ນາມ - ກູ​ບາ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ແບ່ງປັນບົດຮຽນຂອງຫວຽດນາມ ກ່ຽວກັບຫົວຄິດປະດິດສ້າງ ແລະ ວິທີການໃນຂະບວນການພັດທະນາເສດຖະກິດ, ທຳລາຍການກີດຂວາງ, ເປີດກ້ວາງ ແລະ ເຊື່ອມໂຍງເຂົ້າກັບສາກົນ; ຍູ້​ແຮງ​ບັນດາ​ແຫຼ່ງກຳລັງ​ເພື່ອ​ພັດທະນາ, ພິ​ເສດ​ແມ່ນ​ບົດບາດ​ຂອງ​ຂະ​ແໜງ​ເສດຖະກິດ​ເອກະ​ຊົນ ​ແມ່ນ​ກຳລັງ​ໜູນ​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ.

ລັດຖະບານ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ ກູບາ, ພິເສດແມ່ນບັນດາໂຄງການກະສິກຳຕາມຮູບແບບດຳເນີນທຸລະກິດເພື່ອໜູນຊ່ວຍຄ້ຳປະກັນສະບຽງອາຫານຢູ່ກູບາ, ກໍ່ຄືບັນດາຂົງເຂດພະລັງງານ ແລະ ເຕັກໂນໂລຢີຊີວະພາບ.

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ສ້າງ​ຄວາມ​ສະດວກ ​ແລະ ຊຸກຍູ້​ການ​ຂະຫຍາຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ ​ແລະ ວິ​ສາ​ຫະກິດ​ເຂົ້າ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ...

ຕອນ​ເຊົ້າ​ວັນ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ Esteban Lazo ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ ຫວຽດນາມ - ກູ​ບາ.

75f955bf9855120b4b44.jpg
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ Esteban Lazo Hernández

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ: ​ໃນ 65 ປີຜ່ານມາ, ການ​ພົວພັນ ຫວຽດນາມ - ກູ​ບາ ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ນັບ​ມື້​ນັບ​ແໜ້ນ​ແຟ້ນ, ກາຍ​ເປັນ​ສາຍ​ພົວພັນ​ສາມັກຄີ​ສາກົນ​ທີ່​ບໍລິສຸດ, ສະໜິດສະໜົມ ​ແລະ ​ໃກ້ຊິດ.

ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ມີ​ບົດບາດ​ສຳຄັນ, ບໍ່​ພຽງ​ແຕ່​ແມ່ນ​ຊ່ອງ​ທາງ​ການ​ເມືອງ​ທີ່​ໜ້າ​ເຊື່ອ​ຖື​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງຊຸກຍູ້​ການ​ພົວພັນ​ສອງ​ປະ​ເທດ.

ຜ່ານ​ການ​ພັດທະນາ ​ແລະ ປັບປຸງ​ບັນດາ​ນະ​ໂຍບາຍ, ກົດໝາຍ, ສະພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ​ໄດ້​ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ວມ​ມື​ພັດທະນາ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ.

1121579798151063366.jpg
5afbecaa2140ab1ef251.jpg
ປະທານ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ Esteban Lazo ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໄດ້​ຢືນຢັນ​ຄືນ​ໃໝ່​ຄວາມ​ຕັດສິນ​ໃຈ​ຂອງ ກູ​ບາ ​ໃນ​ການ​ເຄົາລົບ​ບັນດາ​ຄຳ​ໝັ້ນ​ສັນຍາ, ຊຸກຍູ້​ບັນດາ​ນະ​ໂຍບາຍ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ ​ແລະ ການ​ຮ່ວມ​ມື.

ກູບາ ຕີ​ລາຄາ​ສູງ​ບັນດາ​ປະສົບ​ການ​ຂອງ ຫວຽດນາມ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ​ໃນ​ຂະ​ບວນການ​ປັບປຸງ​ຮູບ​ແບບ​ເສດຖະກິດ. ດ້ວຍ 10 ​ໂຄງການ​ລົງທຶນ, ຫວຽດນາມ ​ແມ່ນ​ນັກ​ລົງທຶນ​ໃຫຍ່​ທີ່​ສຸດ​ຂອງ​ອາຊີ​ຢູ່ ກູ​ບາ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ສຳຄັນ ​ແລະ ​ເຕີບ​ໂຕ​ຢູ່​ເຂດ​ພັດທະນາ Mariel.

445f440589ef03b15afe.jpg
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ ໄດ້​ຫວນ​ຄືນ​ບັນ​ດາ​ເຫດ​ການ​ທີ່​ບໍ່​ອາດ​ລືມ​ໄດ້​ໃນ​ປະ​ຫວັດ​ສາດ 65 ປີ​ແຫ່ງ​ການ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ ກູ​ບາ ແລະ ຫວຽດນາມ.
be103b5cf6b67ce825a7.jpg
ປະທານ​ສະພາ​ແຫ່ງ​ຊາດ 2 ທ່ານ ​ແລະ ຜູ້​ແທນ​ຂອງ​ສອງ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

2 ຝ່າຍ​ໄດ້​ຮັບ​ຟັງ​ຜູ້ຕາງໜ້າ​ຂອງ​ສອງ​ອົງການ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ກະຊວງ​ພາຍ​ໃຕ້​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ກູ​ບາ ​ໄດ້​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື, ສະ​ເໜີ​ບັນດາ​ມາດ​ຕະການ ​ແລະ ​ແນະນຳ​ການ​ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ນະ​ໂຍບາຍ, ກົດໝາຍ.

2 ຝ່າຍ​ໄດ້​ແລກປ່ຽນ ​ແລະ ​ແບ່ງປັນ​ບົດຮຽນ​ໃນ​ການ​ກໍ່ສ້າງ ​ແລະ ປັບປຸງ​ນະ​ໂຍບາຍ, ກົດໝາຍ​ໃຫ້​ສົມບູນ​ແບບ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ທຸລະ​ກິດ, ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ການ​ຜະລິດ​ກະສິກຳ, ​ແລະ ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ.

ປະທານສະພາແຫ່ງຊາດກູບາ ຢ້ຽມຢາມສຸສານປະທານໂຮ່ຈິມິນ
ມື້ນີ້, ທ່ານປະທານສະພາແຫ່ງຊາດ ກູບາ ໄດ້ໄປຢ້ຽມຢາມສຸສານປະທານໂຮ່ຈິມິນ ແລະວາງພວງມາລາຢູ່ອະນຸສາວະລີວິລະຊົນ ແລະ ຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ ພາບ: ຟ້າມແທ່ງ
HAI_7570.jpg
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກູ​ບາ​ຍັງ​ໄດ້​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ວິລະ​ຊົນ​ແຫ່ງ​ຊາດ José Marti.
HAI_7576.jpg

ທີ່ມາ: https://vietnamnet.vn/tong-bi-thu-viet-nam-se-luon-sat-canh-cung-cuba-2448188.html