Vietnam.vn - Nền tảng quảng bá Việt Nam

ຜູ້​ອຳ​ນວຍ​ການ​ໃຫຍ່ WHO ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ໃນ​ທິດ​ທາງ​ທີ່​ຖືກ​ຕ້ອງ​ໃນ​ການ​ຕອບ​ໂຕ້​ໂລກ​ລະ​ບາດ

ຕອນ​ບ່າຍ​ວັນ​ທີ 6 ກໍລະກົດ​ນີ້, ຢູ່​ນະຄອນ Rio de Janeiro, ປະ​ເທດ​ບຣາຊິນ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາໄມ​ໂລກ (WHO).

Báo Quốc TếBáo Quốc Tế07/07/2025

Tổng giám đốc WHO đánh giá cao nỗ lực đúng hướng của Việt Nam trong ứng phó dịch bệnh
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ຕ້ອນ​ຮັບ​ທ່ານ Tedros Adhanom Ghebreyesus ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ ​ການ​ອະ​ນາ​ໄມ ​ໂລກ (WHO). (ພາບ: Nhat Bac)

ຍິນ​ດີ​ພົບ​ປະ​ກັບ​ທ່ານ Tedros Adhanom Ghebreyesus, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຕີ​ລາຄາ​ສູງ ​ແລະ ຂອບ​ໃຈ WHO ທີ່​ມານະ​ພະຍາຍາມ ​ແລະ ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ໜູນ​ຊ່ວຍ ຫວຽດນາມ ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ປະສົບ​ຜົນສຳ​ເລັດ​ໃນ​ການ​ຕ້ານ​ໂລກ​ລະບາດ Covid-19 ​ແລະ ຟື້ນ​ຟູ​ຢ່າງ​ວ່ອງ​ໄວ​ພາຍຫຼັງ​ໂລກ​ລະບາດ, ພ້ອມ​ທັງ​ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ຮ່ວມ​ມື​ກັບ WHO.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແບ່ງ​ປັນ​ວ່າ, ຫວຽດ​ນາມ ພວມ​ສຸມ​ໃສ່​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຢູ່​ຮາກ​ຖານ, ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ປ້ອງ​ກັນ​ພະ​ຍາດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ຍາມ​ໃດ​ຫວຽດ​ນາມ ຍາມ​ໃດ​ກໍ​ຕິດ​ຕາມ ແລະ ປຶກ​ສາ​ຫາ​ລື​ເປັນ​ປົກ​ກະ​ຕິ​ບັນ​ດາ​ຂໍ້​ສະ​ເໜີ​ແນະ​ຂອງ WHO ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ ກ່ຽວ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ ​ໂລກ ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ WHO ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ, ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນຄວ້າ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ, ​ເຮັດ​ໃຫ້ການ​ຕີ​ລາຄາ ​ແລະ ​ເຕືອນ​ໄພ​ຢ່າງ​ທັນ​ການ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ ​ແລະ ປ້ອງ​ກັນ​ພະຍາດ.

ທ່ານ​ຫົວໜ້າ​ລັດຖະບານ​ສະ​ເໜີ​ໃຫ້ WHO ສົ່ງ​ນັກ​ຊ່ຽວຊານ​ມາ​ຊ່ວຍ​ແນະນຳ​ຫວຽດນາມ ​ໃນ​ການ​ປັບປຸງ​ນະ​ໂຍບາຍ, ສະ​ຖາ​ບັນ​ໃຫ້​ສົມບູນ​ແບບ, ພັດທະນາ​ລະບົບ​ສາທາລະນະ​ສຸກ​ຮາກ​ຖານ, ປັບປຸງ​ສະພາບ​ແວດ​ລ້ອມ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສ້າງ​ການ​ປ່ຽນ​ແປງ​ໃໝ່​ເພື່ອ​ພັດທະນາ​ສຸຂະພາບ​ຊຸມ​ຊົນ​ແບບ​ຍືນ​ຍົງ.

ທ່ານ​ເລຂາທິການ​ໃຫຍ່ WHO ​ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີ Pham Minh Chinh, ​ໄດ້​ຕີ​ລາຄາ​ສູງ​ບັນດາ​ນະ​ໂຍບາຍ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ​ໃນ​ການ​ຕອບ​ສະໜອງ​ການ​ແຜ່​ລະບາດ, ພັດທະນາ​ສາທາລະນະ​ສຸກ​ຮາກ​ຖານ, ສະໜອງ​ສາທາລະນະ​ສຸກ​ທົ່ວ​ປວງ​ຊົນ, ພ້ອມ​ທັງ​ຢືນຢັນ​ຄວາມ​ພ້ອມ​ໃນ​ການ​ໜູນ​ຊ່ວຍ ​ແລະ ແນະນຳ​ຫວຽດນາມ ຕາມ​ຄຳ​ຮຽກຮ້ອງ​ຂອງ​ນາຍົກລັດຖະມົນຕີ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ​ຫວຽດນາມ ​ແລະ WHO ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ຂອງ​ປະຊາ​ຄົມ​ໂລກ​ເພື່ອ​ຄວາມ​ປອດ​ໄພ ​ແລະ ສຸຂະພາບ​ຂອງ​ມະນຸດ, ​ແລະ ສະກັດ​ກັ້ນ​ໂລກ​ລະບາດ​ຢ່າງ​ມີ​ປະສິດທິ​ຜົນ.

ທີ່ມາ: https://baoquocte.vn/tong-giam-doc-who-danh-gia-cao-no-luc-dung-huong-cua-viet-nam-trong-ung-pho-dich-benh-320172.html


(0)

No data
No data

ໝາກເຜັດແຫ້ງດ້ວຍລົມ - ຄວາມຫວານຂອງລະດູໃບໄມ້ປົ່ງ
“ຮ້ານ​ກາ​ເຟ​ຂອງ​ຄົນ​ຮັ່ງ​ມີ” ຢູ່​ຊອຍ​ໜຶ່ງ​ໃນ​ນະ​ຄອນ​ຮ່າ​ໂນ້ຍ ຂາຍ​ລາ​ຄາ 750.000 ດົ່ງ/ຈອກ.
Moc Chau ໃນ​ລະ​ດູ​ການ​ຫມາກ​ເລັ່ນ​ສຸກ​, ທຸກ​ຄົນ​ທີ່​ມາ​ແມ່ນ​ຕົກ​ຕະ​ລຶງ​
ດອກ​ຕາ​ເວັນ​ປ່າ​ຍ້ອມ​ຕົວ​ເມືອງ​ພູ​ດອຍ​ເປັນ​ສີ​ເຫຼືອງ, ດ່າ​ລາດ ໃນ​ລະ​ດູ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ປີ

ມໍລະດົກ

ຮູບ

ທຸລະກິດ

G-Dragon ໄດ້ລະເບີດຂຶ້ນກັບຜູ້ຊົມໃນລະຫວ່າງການສະແດງຂອງລາວຢູ່ຫວຽດນາມ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ