ແຫຼ່ງ ທ່ອງທ່ຽວ ທີ່ອຸດົມສົມບູນໄປດ້ວຍເອກະລັກ ແລະປະສົບການ
ສັບປະດາທ່ອງທ່ຽວນະຄອນ ໂຮ່ຈີມິນ ຄັ້ງທີ 5 ປີ 2025 ພວມດຳເນີນຢູ່ 168 ຕາແສງ, ຕາແສງ ແລະ ເຂດພິເສດໃນຂອບເຂດທົ່ວປະເທດ, ເປີດໂອກາດບຸນປີໃໝ່ປະຈຳປີດ້ວຍປະສົບການໃໝ່ຫຼາຍຢ່າງໃຫ້ແກ່ຊາວເມືອງ ແລະ ນັກທ່ອງທ່ຽວ.
ຜູ້ຕາງໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ເຫດການນີ້ແມ່ນໂອກາດເພື່ອແນະນຳໂສມໜ້າໃໝ່ຂອງນະຄອນ ໂຮ່ຈີມິນ - ມະຫານະຄອນທີ່ຂະຫຍັນຂັນເຄື່ອນທີ່ຫາກໍ່ໄດ້ຮັບການເປີດກວ້າງ, ບໍ່ພຽງແຕ່ເພີ່ມຂຶ້ນໃນບໍລິເວນ ແລະ ປະຊາກອນເທົ່ານັ້ນ ຫາກຍັງກາຍເປັນເຂດ ເສດຖະ ກິດຍຸດທະສາດ, ການເຊື່ອມໂຍງດ້ານການເງິນ, ການບໍລິການທ່ອງທ່ຽວ, ເຕັກໂນໂລຢີສູງ ແລະ ທ່າເຮືອນ້ຳເລິກອີກດ້ວຍ.

ໃນອາທິດທ່ອງທ່ຽວກໍ່ປະກອບສ່ວນໂຄສະນາພາບພົດຂອງນະຄອນໂຮ່ຈີມິນເປັນຈຸດໝາຍລວມ, ຈາກເຂດເສດຖະກິດ - ວັດທະນະທຳ - ປະຫວັດສາດອັນຄຶກຄື້ນເຖິງບັນດາສວນອຸດສາຫະກຳ, ເຂດ ກະສິກຳ ເຕັກໂນໂລຢີສູງ, ຫາດຊາຍ ແລະ ລະບົບຣີສອດຊັ້ນສູງ, ນຳມາເຊິ່ງປະສົບການທີ່ຫຼາກຫຼາຍໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ໃນຂອບເຂດງານວາງສະແດງ, ກົມທ່ອງທ່ຽວນະຄອນໂຮ່ຈິມິນ ສົມທົບກັບຄະນະກຳມະການປະຊາຊົນບັນດາຕາແສງ, ຕາແສງ ແລະ ເຂດພິເສດປະກາດບັນດາລາຍການທ່ອງທ່ຽວ, ຊຸດບໍລິການ ແລະ ບັນດາລາຍການສົ່ງເສີມບັນດາວິສາຫະກິດ, ພ້ອມກັບບັນດາການຈູງໃຈ, ຂອງຂວັນຫຼາຍຢ່າງໃຫ້ແກ່ນັກທ່ອງທ່ຽວໃນລະດູບານໃໝ່ທ້າຍປີ 2025.
ບັນດາວິສາຫະກິດທ່ອງທ່ຽວພ້ອມກັນວາງອອກບັນດາຜະລິດຕະພັນໃໝ່, ປະຕິບັດນະໂຍບາຍຫຼຸດລາຄາ ແລະ ເຊື່ອມໂຍງກັບບັນດາທ້ອງຖິ່ນເພື່ອສ້າງບັນດາໂຄງການທ່ອງທ່ຽວທີ່ໃຫ້ຄຳໝັ້ນສັນຍາຈະນຳເອົາການເດີນທາງທີ່ສົດໃສໃນທ້າຍປີ ແລະ ຕົ້ນປີ 2026.
ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວແບບຍືນຍົງ
ທີ່ການພົບປະຂອງການນຳທ້ອງຖິ່ນ 168 ຕາແສງ, ເມືອງ ໂຮ່ຈີມິນ ແລະ ບັນດາສື່ມວນຊົນຈັດຕັ້ງໂດຍກຸ່ມນັກທ່ອງທ່ຽວ ໄຊງ່ອນ, ວິສາຫະກິດຢືນຢັນວ່າ, ນີ້ແມ່ນຂີດໝາຍສຳຄັນ, ເປີດກ້ວາງຍຸດທະສາດພັດທະນາການທ່ອງທ່ຽວໄລຍະ 2025 - 2030.
ຮູບແບບການຮ່ວມມືລະຫວ່າງວິສາຫະກິດ - ລັດ - ຊຸມຊົນທ້ອງຖິ່ນ ຖືວ່າເປັນທິດທາງທີ່ມີປະສິດທິຜົນເພື່ອຊຸກຍູ້ການທ່ອງທ່ຽວແບບຍືນຍົງ, ຂຽວສົດງົດງາມ, ຮັບປະກັນຜົນປະໂຫຍດດ້ານເສດຖະກິດ, ການອະນຸລັກສິ່ງແວດລ້ອມ ແລະ ປັບປຸງສະຫວັດດີການສັງຄົມ.

ທ່ານນາງ ຫງວຽນທິແອງຮ່ວາ, ປະທານຄະນະກຳມະການສະມາຊິກກຸ່ມທ່ອງທ່ຽວ Saigon ເນັ້ນໜັກວ່າ, ເພື່ອໃຫ້ການທ່ອງທ່ຽວຫວຽດນາມ ໄປເຖິງໂລກ, ການເຊື່ອມໂຍງຢ່າງເລິກເຊິ່ງ ແລະ ສະໜິດສະໜົມລະຫວ່າງບັນດາຝ່າຍແມ່ນປັດໄຈສຳຄັນ.
“ການຮ່ວມມືກັບ 168 ຄຸ້ມເມືອງ, ຕາແສງນະຄອນ ໂຮ່ຈີມິນ ແລະ ບັນດາຄູ່ຮ່ວມມືຍຸດທະສາດສື່ມວນຊົນແມ່ນການກະທຳທີ່ແທດຈິງເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາຂອງພວກເຮົາ, ບໍ່ພຽງແຕ່ພັດທະນາເສດຖະກິດການທ່ອງທ່ຽວເທົ່ານັ້ນ, ຫາກຍັງຮັກສາມໍລະດົກ, ສ້າງສະພາບແວດລ້ອມແຫ່ງການທ່ອງທ່ຽວທີ່ມີອາລະຍະທຳ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ.
ດ້ວຍການເຊື່ອມໂຍງ, ປະດິດສ້າງ ແລະ ມຸ່ງໄປເຖິງການທ່ອງທ່ຽວຂຽວ, ບັນດາວິສາຫະກິດຈະສົມທົບກັບລັດຖະບານນະຄອນ ໂຮ່ຈີມິນ ເພື່ອຊ່ວຍໃຫ້ນະຄອນ ໂຮ່ຈີມິນ ກາຍເປັນຈຸດໝາຍນຳໜ້າຂອງ ອາຊີ - ນະຄອນທີ່ບໍ່ພຽງແຕ່ທັນສະໄໝເທົ່ານັ້ນ ຫາກຍັງອຸດົມສົມບູນໄປດ້ວຍເອກະລັກ, ສະໜິດສະໜົມ ແລະ ຍືນຍົງ”.
ທ່ານ ຫງວຽນວັນຢຸງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕີລາຄາສູງບັນດາທ່າໄດ້ປຽບຂອງກຸ່ມບໍລິສັດທ່ອງທ່ຽວ Saigon - ແມ່ນວິສາຫະກິດທີ່ເປັນເຈົ້າການຂອງລະບົບນິເວດທ່ອງທ່ຽວແຕ່ເໜືອເຖິງໃຕ້ ແລະ ມີປະສົບການອັນອຸດົມສົມບູນໃນການຈັດຕັ້ງຜະລິດຕະພັນ.
ນະຄອນໂຮ່ຈິມິນ ໄດ້ຜັນຂະຫຍາຍບັນດາຮູບແບບຂອງແຕ່ລະທ້ອງຖິ່ນທີ່ມີຢ່າງໜ້ອຍໜຶ່ງຜະລິດຕະພັນທ່ອງທ່ຽວ ດ້ວຍ 22 ທ້ອງຖິ່ນໄດ້ສ້າງບັນດາຜະລິດຕະພັນສະເພາະ. ນີ້ແມ່ນພື້ນຖານອັນສຳຄັນເພື່ອສືບຕໍ່ຜັນຂະຫຍາຍແນວຄວາມຄິດໃຫ້ 168 ເຂດຕາແສງ, ຕາແສງ ແລະ ເຂດພິເສດ, ຫັນແຕ່ລະທ້ອງຖິ່ນໃຫ້ກາຍເປັນຈຸດໝາຍປາຍທາງ ຫຼື ມີຜະລິດຕະພັນການທ່ອງທ່ຽວເປັນຂອງຕົນ.
ທີ່ມາ: https://ttbc-hcm.gov.vn/tphcm-phat-trien-san-pham-du-lich-dac-trung-nang-tam-diem-den-1020155.html










(0)