ກປ.ອອນໄລ - ຕອນເຊົ້າວັນທີ 20 ທັນວາ, ຄະນະປະຈໍາພັກເມືອງ ຕຸຍຟອງ ໄດ້ຈັດຕັ້ງພິທີມອບໃບຍ້ອງຍໍສະມາຊິກພັກ 75 ປີ ຢູ່ເຮືອນຂອງສະຫາຍ ເຈີ່ນດ້າຍກວາງ (ເຂດ 7, ຕາແສງ ລຽນຮົ່ງ, ເມືອງ ຕຸຍຟອງ) ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (ວັນທີ 22 ທັນວາ).
ສະຫາຍ ເຈີ່ນດ້າຍກວາງ, ເກີດວັນທີ 5 ພຶດສະພາ 1928, ບ້ານເກີດເມືອງນອນ, ຕາແສງ ບິ່ງແທ່ງ, ແຂວງ ບິ່ງທ້ວນ , ເຂົ້າຮ່ວມການປະຕິວັດປີ 1946, ໄດ້ເຂົ້າເປັນສະມາຊິກພັກໃນວັນທີ 23 ພະຈິກ 1950, ຢ່າງເປັນທາງການໃນວັນທີ 23 ມີນາ 1951. ປະຈຸບັນ, ຢູ່ຫ້ອງພັກຂອງຄະນະພັກເມືອງ ຮ່ວາຮົ່ງ. ລາວໄດ້ເຂົ້າຮ່ວມການປະຕິວັດໃນຕອນຍັງນ້ອຍ ແລະໄດ້ຮັບເອົາຫລາຍວຽກງານທີ່ແຕກຕ່າງກັນ. ຜ່ານການເຄື່ອນໄຫວປະຕິວັດຂອງຕົນ, ຍາມໃດກໍ່ຖືເປັນຈິດໜຶ່ງໃຈອັນໝັ້ນຄົງຂອງສະມາຊິກພັກກອມມູນິດຫວຽດນາມ, ປະຕິບັດໄດ້ທຸກວຽກງານທີ່ໄດ້ຮັບມອບໝາຍຢ່າງຈົບງາມ. ທ່ານໄດ້ຮັບຫຼຽນໄຊອັນສູງສົ່ງ ແລະ ຫຼຽນໄຊກຽດຕິຍົດຈາກພັກ ແລະ ລັດ.
ທີ່ພິທີມອບໃບຍ້ອງຍໍສະມາຊິກພັກ 75 ປີ ແລະ ໄດ້ມອບດອກໄມ້ຊົມເຊີຍ, ສະຫາຍ ຫງວຽນແດນ-ເລຂາຄະນະພັກເມືອງ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ເຄົາລົບນັບຖືບັນດາການປະກອບສ່ວນຂອງສະຫາຍ ເຈີ່ນດ້າຍກວາງ ໃນພາລະກິດປະຕິວັດຂອງພັກ. ພ້ອມກັນນັ້ນ, ທ່ານກໍປາດຖະໜາວ່າສະຫາຍຈົ່ງດຳລົງຊີວິດຢ່າງມີຄວາມຜາສຸກ, ມີສຸຂະພາບເຂັ້ມແຂງ, ເປັນແບບຢ່າງອັນຮຸ່ງເຮືອງເຫຼືອງເຫຼື້ອມໃຫ້ບັນດາພະນັກງານ, ສະມາຊິກພັກ, ລຸ້ນໜຸ່ມໄດ້ຮ່ຳຮຽນ, ປະຕິບັດຕາມ.
ທີ່ມາ
(0)