
ທີ່ໂຄງການ, ຄະນະອຳນວຍການ, ພະນັກງານ, ອາຈານ ແລະ ນັກຮຽນທັງໝົດຂອງໂຮງຮຽນໄດ້ໜູນຊ່ວຍປະຊາຊົນຢູ່ບັນດາເຂດປະສົບໄພທຳມະຊາດ ແລະ ໄພນ້ຳຖ້ວມ ດ້ວຍຍອດຈຳນວນເງິນ 500 ລ້ານດົ່ງ.
ເງິນຈຳນວນທັງໝົດແມ່ນທາງໂຮງຮຽນມອບໃຫ້ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ດ່າໜັງ, ແບ່ງປັນໃຫ້ປະຊາຊົນເຂດພາກເໜືອ ແລະ ພາກກາງ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດໃນປີ 2025.

ພ້ອມກັນນັ້ນ, ທາງໂຮງຮຽນຍັງໄດ້ມອບເງິນ 65 ລ້ານດົ່ງໃຫ້ນັກຮຽນ, ອາຈານເພື່ອໜູນຊ່ວຍພີ່ນ້ອງຢູ່ແຂວງ ກວາງຈີ, ຮ່າຕິ້ງ , ເງ້ອານ ແລະ ແທງຮ໋ວາ ໄດ້ປະສົບກັບຄວາມເສຍຫາຍຢ່າງໜັກໜ່ວງໃນພາຍຸເລກ 10, ເພື່ອແນໃສ່ເພີ່ມທະວີການຮຳ່ຮຽນ ແລະ ບຳລຸງສ້າງ.
ຄະນະອຳນວຍການ ໃຫ້ຮູ້ວ່າ: ກິດຈະກຳຄັ້ງນີ້ ຍັງເປັນການປະກອບສ່ວນ ສຶກສາອົບຮົມ ນັກຮຽນໃຫ້ມີຄວາມຮັບຜິດຊອບຕໍ່ຊຸມຊົນຫຼາຍຂຶ້ນ, ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນການປະກອບສ່ວນຂອງທ້ອງຖິ່ນ ແລະ ສັງຄົມ.
ທີ່ມາ: https://baodanang.vn/truong-dai-hoc-dong-a-trao-500-trieu-dong-de-ho-tro-dong-bao-vung-thien-tai-bao-lu-3306799.html
(0)