ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ປະທານາທິບໍດີ ສະວິດ Karin Keller-Sutter. (ພາບ: VGP/Nhat Bac)
ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ, ສະພາບການຢູ່ແຕ່ລະປະເທດ ແລະ ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເນັ້ນໜັກເຖິງຄວາມສຳຄັນຂອງການສົນທະນາ ແລະ ການຮ່ວມມືບົນຈິດໃຈມິດຕະພາບ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນ. 2. ທ່ານປະທານປະເທດ Karin Keller-Sutter ໄດ້ຮັບຮູ້ບົດບາດນັບມື້ນັບພັດທະນາຂອງ ຫວຽດນາມ ໃນຖານະເປັນຄູ່ຮ່ວມມືສຳຄັນຂອງພາກພື້ນຂອງ ສະວິດ. ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ສະວິດ. 2 ຝ່າຍໄດ້ເຫັນດີເປັນເອກະສັນກັນຍົກສູງການພົວພັນລະຫວ່າງສອງປະເທດຂຶ້ນສູ່ຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ, ສະແດງໃຫ້ເຫັນບັນດາບຸລິມະສິດຮ່ວມມືໃນປະຈຸບັນ. 3. ແບ່ງປັນຄວາມຮັບຮູ້ກ່ຽວກັບບົດບາດໃຈກາງຂອງການຮ່ວມມືດ້ານເສດຖະກິດໃນການພົວພັນສອງຝ່າຍ, ການນຳ 2 ທ່ານ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການພົວພັນຮ່ວມມືດ້ານເສດຖະກິດ, ໝູນໃຊ້ບັນດາກາລະໂອກາດໃໝ່ເພື່ອໝູນໃຊ້ບັນດາການສົມທົບກັນລະຫວ່າງ 2 ພື້ນຖານເສດຖະກິດຢ່າງມີປະສິດທິຜົນ. 2 ຝ່າຍເຫັນດີເພີ່ມທະວີຄວາມມານະພະຍາຍາມ ແລະ ດຳເນີນບັນດາບາດກ້າວຢ່າງແທດຈິງເພື່ອສິ້ນສຸດການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະມາຄົມການຄ້າເສລີເອີລົບ (EFTA). 4. ທ່ານປະທານາທິບໍດີ Karin Keller-Sutter ຖືວ່າ ສະວິດ ສືບຕໍ່ສະໜັບສະໜູນ ຫວຽດນາມ ຜ່ານໂຄງການຮ່ວມມືພັດທະນາ ໄລຍະ 2025 – 2028 ພາຍໃຕ້ການໜູນຊ່ວຍຂອງ ກົມເສດຖະກິດແຫ່ງລັດ ສະວິດ, ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ກາຍເປັນພື້ນຖານເສດຖະກິດລາຍຮັບສູງແບບຍືນຍົງ ແລະ ເປັນເອກະລາດ. 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການເຈລະຈາ ແລະ ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ນະວັດຕະກຳ, ການເງິນສີຂຽວ, ຊັບສິນທາງປັນຍາ, ແລກປ່ຽນບົດຮຽນໃນການກໍ່ສ້າງ ແລະ ພັດທະນາສູນການເງິນສາກົນຢູ່ ຫວຽດນາມ. 5. ຮັບຮູ້ຜົນປະໂຫຍດຂອງການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ, ສອງຝ່າຍເຫັນດີສືບຕໍ່ພິຈາລະນາທ່າແຮງບົ່ມຊ້ອນເພື່ອຜັນຂະຫຍາຍບັນດາຂໍ້ລິເລີ່ມການຮ່ວມມືດ້ານການສຶກສາ, ໂຄງການຝຶກອົບຮົມ, ການຮ່ວມມືດ້ານການທ່ອງທ່ຽວ. 2 ຝ່າຍກໍ່ເຫັນດີກຳນົດນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຢີ ແລະ ແບ່ງປັນຄວາມຮູ້ເປັນຂົງເຂດບຸລິມະສິດໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດຢ່າງກວ້າງຂວາງໃນໄລຍະຈະມາເຖິງ. 6. ສອງຝ່າຍຢືນຢັນວ່າ, ການພົບປະແລກປ່ຽນປະຊາຊົນ ແລະປະຊາຄົມຊາວຫວຽດນາມ ແລະສະວິດທີ່ດຳລົງຊີວິດຢູ່ແຕ່ລະປະເທດມີບົດບາດສຳຄັນໃນການຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະກໍ່ສ້າງຂົວຕໍ່ລະຫວ່າງສອງປະເທດ. 7. ສອງຝ່າຍໄດ້ຮັບຮູ້ບັນດາກາລະໂອກາດຊຸກຍູ້ການປະດິດສ້າງ, ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ໃນນັ້ນມີການຮ່ວມມືລະຫວ່າງບັນດາສະຖາບັນຄົ້ນຄວ້າ ແລະ ບັນດາຂໍ້ລິເລີ່ມຮ່ວມເພື່ອໜູນຊ່ວຍການພັດທະນາວິທະຍາສາດ, ເຊັ່ນ: ຂໍ້ລິເລີ່ມເພື່ອສະໜອງທຶນສົມທົບກັບບັນດາການເຄື່ອນໄຫວຄົ້ນຄວ້າວິທະຍາສາດຜ່ານກອງທຶນວິທະຍາສາດແຫ່ງຊາດ Swiss National Science and Technology Foundation (NAFOSTED). ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການເພີ່ມທະວີຄວາມມານະພະຍາຍາມແກ້ໄຂສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ຊຸກຍູ້ການທົນທານຕໍ່ດິນຟ້າອາກາດ, ສອດຄ່ອງກັບສັນຍາປາຣີ. 8. ສອງຝ່າຍຢືນຢັນຄືນຄວາມສຳຄັນຂອງການຮ່ວມມືໃນເວທີປາໄສຫຼາຍຝ່າຍ ແລະ ປະກອບສ່ວນເຮັດໃຫ້ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ, ເພີ່ມທະວີຄວາມມານະພະຍາຍາມແກ້ໄຂສິ່ງທ້າທາຍທົ່ວໂລກ, ໃນນັ້ນມີການປົກປ້ອງສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງທາງນ້ຳ. 2 ຝ່າຍສະແດງຄວາມສະໜັບສະໜູນລັດທິຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງໂລກບົນພື້ນຖານກົດໝາຍສາກົນ ແລະ ຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ. 2 ຝ່າຍຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາ ສັນຕິພາບ , ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ແລະ ການແກ້ໄຂການພິພາດໂດຍສັນຕິວິທີຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982). 9. ສອງຝ່າຍເຊື່ອໝັ້ນຕໍ່ອະນາຄົດຂອງການພົວພັນລະຫວ່າງຫວຽດນາມ - ສະວິດ ແລະ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ ເພື່ອແນໃສ່ຊຸກຍູ້ບັນດາຜົນປະໂຫຍດຮ່ວມຂອງ 2 ປະເທດ.Nhandan.vn
ທີ່ມາ: https://nhandan.vn/tuyen-bo-ve-nang-tam-quan-he-doi-tac-giua-cong-hoa-xa-hoi-chu-nghia-viet-nam-va-lien-bang-thuy-si-post857413.html
(0)